Putin ກຽມໃຫ້ ຣັດເຊຍ ໃຊ້ເງິນຢວນຂອງ ຈີນ ເປັນສະກຸນເງິນຫຼັກໃນການຄ້າຂາຍກັບ ເອເຊຍ, ອາເມຣິກາໃຕ້ ແລະ ອາຟຣິກາ


ວະລາດິເມຍ ປູຕິນ (Vladimir Putin) ຜູ້ນຳສູງສຸດຂອງຣັດເຊຍ ປະກາດຫຼັງໄດ້ພົບກັບ ສີຈິ້ນຜິງ ຜູ້ນຳຂອງ ສປ ຈີນ ວ່າຈະໃຫ້ ຣັດເຊຍ ໃຊ້ເງິນຢວນ ຂອງຈີນ ເປັນສະກຸນເງິນຫຼັກ ໃນການຄ້າຂາຍກັບບັນດາປະເທດໃນ ເອເຊຍ, ອາເມຣິກາໃຕ້ ແລະ ອາຟຣິກາ ເພື່ອຕອບໂຕ້ ອາເມຣິກາ ແລະ ນາໂຕ້ ທີ່ສະໜັບສະໜູນຄວາມຂັດແຍ້ງຜ່ານສົງຄາມໃນຢູເຄຣນ.

ໂດຍ ປູຕິນ ກ່າວຫຼັງໄດ້ພົບກັບ ຜູ້ນຳຂອງ ຈີນ ເມື່ອ2-3 ມື້ທີ່ຜ່ານມານີ້ວ່າ ຈີນ ແລະ ຣັດເຊຍມີຄວາມສຳພັນທີ່ເປັນມິດກັນຢ່າງແໜ້ນແຟ້ນ ເຊິ່ງໄດ້ມີການຮຽກຮ້ອງໃຫ້ມີການເຮັດໃຫ້ເງິນຢວນຂອງຈີນ ເປັນສາກົນຫຼາຍຂຶ້ນ, ປູຕິນລະບຸຕື່ມອີກວ່າ ມູນຄ່າການຄ້າປະມານ 2 ໃນ 3 ​ຂອງການຄ້າລະຫວ່າງຣັດເຊຍ ແລະ ຈີນ ແມ່ນຊື້ຂາຍດ້ວຍເງິນຢວນ ແລະ ຣູເບິລ. ພ້ອມນີ້ ຣັດເຊຍຍັງໄດ້ສະໜັບສະໜູນໃຫ້ເງິນຢວນ ເປັນສະກຸນເງິນຫຼັກສຳລັບການເຈລະຈາການຄ້າ ແລະ ທຸລະກຳລະຫວ່າງ ຣັດເຊຍ ແລະ ປະເທດຕ່າງໆ ໃນເອເຊຍ, ອາເມຣິກາໃຕ້ ແລະ ອາຟຣິກາ ອີກດ້ວຍ.

ນອກນີ້ ປູຕິນ ຍັງໄດ້ລະບຸອີກວ່າ: “ຂ້ອຍໝັ້ນໃຈວ່າ ການຊໍຳລະເງິນດ້ວຍສະກຸນເງິນຢວນເຫຼົ່ານີ້ ຈະຊ່ວຍໃຫ້ມີການພັດທະນາຂຶ້ນລະຫວ່າງຄູ່ຄ້າຂອງ ຣັດເຊຍ ແລະ ບັນດາຄູ່ຄ້າ ໃນປະເທດທີ 3”

ໂດຍໃນການພົບກັນຄັ້ງນີ້ ຜູ້ນຳທັງສອງປະເທດໄດ້ມີການຕົກລົງສັນຍາທາງເສດຖະກິດຮ່ວມກັນຢ່າງໜ້ອຍ 14 ສະບັບ ໂດຍຂໍ້ຕົກລົງດັ່ງກ່າວມີຕັ້ງແຕ່ຄວາມຮ່ວມມືທາງວິທະຍາສາດໄປຈົນຮອດການຜະລິດລາຍການໂທລະພາບຮ່ວມກັນ.

ໃນຂະນະທີ່ ໃນຖະແຫຼງການຮ່ວມສະບັບອື່ນຂອງ ຈີນ-ຣັດເຊຍ ຄວາມສຳພັນຂອງພວກເຂົາບໍ່ແມ່ນປະເຊີນໜ້າກັນ ແລະ ບໍ່ໄດ້ມີເປົ້າໝາຍເພື່ອຕໍ່ຕ້ານປະເທດທີ 3 ແຕ່ເປັນການຮຽກຮ້ອງໃຫ້ມີການສ້າງລະບຽບໂລກໃໝ່ ໂດຍມີການກະຈາຍອຳນາດອອກໄປເປັນຫຼາຍຝ່າຍ.

ຈີນ ຖືວ່າໄດ້ກາຍເປັນເສັ້ນເລືອດໃຫຍ່ທາງເສດຖະກິດທີ່ສຳຄັນທີ່ສຸດສຳລັບ ຣັດເຊຍ ມາຕະຫຼອດ ຫຼັງຕ້ອງປະເຊີນໜ້າກັບການຂວໍ້າບາດຈາກຕາເວັນຕົກ ແລະ ຈາກຄວາມເຄື່ອນໄຫວດັ່ງກ່າວ ເບິ່ງຄືວ່າ ຈີນຈະຍິ່ງມີຄວາມສຳຄັນ ແລະ ເປັນພັນທະມິດທີ່ ຣັດເຊຍ ຕ້ອງຮັກສາໄວ້ ໃຫ້ດີທີ່ສຸດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/