Pornhub ເຜີຍ “Hentai” ຄືຄຳຄົ້ນຫາທີ່ຜູ້ໃຊ້ງານທົ່ວໂລກໃຊ້ຄົ້ນຫຼາຍທີ່ສຸດປະຈຳປີ 2022

pornhub-ເຜີຍ-hentai

ເອີ້ນໄດ້ວ່າເປັນເລື່ອງປະຈຳຂອງຂອງແຕ່ລະປີຢູ່ແລ້ວ ທີ່ໃນໄລຍະທ້າຍປີ ແພລັດຟອມ ຫຼື ເວັບໄຊຕ່າງໆ ຈະອອກມາເຜີຍຜົນສະຫຼຸບ ຫຼື ຂໍ້ມູນທີ່ໜ້າສົນໃຈໃນດ້ານຕ່າງໆຂອງຕົນ ເຊັ່ນດຽວກັນກັບເວັບໄຊ 18+ ຊື່ດັງຢ່າງ Pornhub ທີ່ຫຼ້າສຸດນີ້ໄດ້ອອກເປີດເຜີຍຂໍ້ມູນພຶດຕິກໍາຂອງຜູ້ເຂົ້າໃຊ້ງານເວັບໄຊໃນປີ 2022 ໂດຍມີຂໍ້ມູນທີ່ໜ້າສົນໃຈຕົວຢ່າງເຊັ່ນ: ຄຳຄົ້ນຫາຍອດຮິດ (Keyword), ປະເພດຄອນເທັ້ນຍອດຮິດ ຫຼື ເວລາໂດຍສະເລ່ຍຂອງຜູ້ໃຊ້ງານໃນແຕ່ລະຊາດ.

pornhub-ເຜີຍ-hentai

ສຳລັບປີນີ້ ຄຳຄົ້ນຫາຍອດຮິດ ທີ່ມີຄົນພິມຄົ້ນໃນ Pornhub ຫຼາຍທີ່ສຸດອັນດັບ 1 ຈາກຜູ້ໃຊ້ງານຄືຄຳວ່າ ‘Hentai’ ຫຼື ເປັນຄອນເທັ້ນທາງເພດແນວກາຕູນຍີ່ປຸ່ນ (ອະນິເມະ) ຕາມມາດ້ວຍອັນດັບ 2 ຄືຄໍາວ່າ ‘Japanese’ ສ່ວນອັນດັບ 3 ໄດ້ແກ່ ‘MILF’ ແລະ ອື່ນໆ.

ນອກຈາກນີ້ ໃນສ່ວນຂອງປະເພດຄອນເທັນຍອດນິຍົມ ທີ່ມີຜູ້ຮັບຊົມຫຼາຍທີ່ສຸດປະຈຳປີ 2022 ພົບວ່າ ຜູ້ໃຊ້ງານທີ່ເປັນເພດຍິງແມ່ນນິຍົມຄອນເທັ້ນແນວ Lesbian ສ່ວນຝ່າຍຊາຍແມ່ນມັກຄອນເທັ້ນແນວ Japan (ຍີ່ປຸ່ນ) ຫຼາຍທີ່ສຸດ ເຊິ່ງຄອນເທັ້ນປະເພດນີ້ແມ່ນລວມປະເພດ Hentai ເອົາໄວ້ນຳ.

pornhub-ເຜີຍ-hentai

ແລະອີກໜຶ່ງຂໍ້ມູນທີ່ໜ້າສົນໃຈບໍ່ນ້ອຍໜ້າກັນກໍຄື ປະເທດທີ່ເຂົ້າຮັບຊົມເວັບໄຊ Pornhub ຫຼາຍທີ່ສຸດປະຈຳປີ 2022 ມີຄື: ສະຫະລັດອາເມຣິກາຄວ້າອັນດັບ 1 ໄປຄອງ ຮອງລົງມາແມ່ນ ອັງກິດ, ຝຣັ່ງ, ຍີ່ປຸ່ນ ແລະ ເມັກຊິໂກ ຕາມລໍາດັບ ສ່ວນອັນດັບທີ 6-10 ໄດ້ແກ່ ອິຕາລີ, ເຢຍລະມັນ, ແຄນາດາ, ຟິລິບປິນ ແລະ ບຣາຊິວ.

pornhub-ເຜີຍ-hentai

ໃນສ່ວນຂອງອັນດັບແລະສະຖິຕິອື່ນໆ ທີ່ໜ້າສົນໃຈສາມາດເຂົ້າເບິ່ງໄດ້ທີ່: https://bit.ly/3WqctOf

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/