OpenSea ປິດກັ້ນສິລະປິນຄິວບາ ແລະ ນັກສະສົມ NFT ຈາກປະເທດຕ່າງໆ ຕາມຄຳສັ່ງຂວໍ້າບາດຂອງ ສະຫະລັດອາເມຣິກາ

OpenSea

OpenSea ແພລັດຟອມການຊື້ຂາຍ NFT ຍັກໃຫຍ່ຂອງໂລກ ໄດ້ຫ້າມສິລະປິນ ແລະ ນັກສະສົມຈາກປະເທດຄິວບາ ແລະ ປະເທດອື່ນໆ ໂດຍອ້າງເຖິງການຂວໍ້າບາດຂອງສະຫະລັດອາເມຣິກາ ເປັນເຫດຜົນສຳຄັນໃນການລະງັບການໃຊ້ບໍລິການ.

ໂດຍການດຳເນີນການຄັ້ງນີ້ຄາດການວ່າຈະມີນັກສະສົມຫຼາຍກວ່າ 30 ຄົນທີ່ຖືກແບນອອກຈາກຕະຫຼາດ NFT ໂດຍໃນນີ້ມີສິລະປິນທີ່ມີຊື່ສຽງຫຼາຍຄົນກໍບໍ່ລອດເຊັ່ນດຽວກັນ. ໂດຍຕະຫຼາດ OpenSea ໄດ້ລະບຸເງື່ອນໄຂການໃຫ້ບໍລິການວ່າຫ້າມບຸກຄົນທີ່ຖືກລົງໂທດ ແລະ ບຸກຄົນໃນເຂດອຳນາດສານທີ່ຖືກລົງໂທດຢ່າງຊັດເຈນ ໂດຍອີງກັບການຂວ້ຳບາດຂອງຕະຫຼາດ NFT ຂອງປະເທດ ສະຫະລັດອາເມຣິກາ.

OpenSea

ໂດຍບັນຊີ Twitter ທີ່ຊື່ວ່າ NFT Cuba Art ເປີດເຜີຍວ່າຕົ້ນເດືອນທັນວາ ທີ່ຜ່ານມາ OpenSea ໄດ້ບລັອກບໍ່ໃຫ້ພວກເຂົາເຂົ້າເບິ່ງຫຼື ລົງລາຍການສິລະປະ ໃນຂະນະທີ່ພວກເຂົາຍັງສາມາດເຂົ້າເຖິງກະເປົາເງິນໄດ້.  

OpenSea

ການເຄື່ອນໄຫວຄັ້ງນີ້ເຮັດໃຫ້ ຫຼາຍໆຄົນໃນຊຸມຊົນຂອງ Crypto  ລວມເຖິງ Gabriel Bianchini ຜູ້ກໍ່ຕັ້ງ Cryptocuban ສະແດງຄວາມຄິດເຫັນໄປໃນທາງດຽວກັນວ່າ ອະນາຄົດຂອງ Web 3.0 ອາດຈະບໍ່ໄດ້ກະຈາຍອຳນາດຄືກັບແບບທີ່ເຮົາຄິດ ແລະ ແພລັດຟອມຄວນມີການກະຈາຍອຳນາດຢ່າງແທ້ຈິງ ໂດຍບໍ່ສົນໃຈໃນສັນຊາດ ຫຼື ທີ່ມາຂອງເບື້ອງຫຼັງ.

ນອກເໜືອຈາກ OpenSea ແລ້ວ ແພລັດຟອມ Crypto ຫຼາຍແຫ່ງຕ້ອງປິດບໍລິການສຳລັບລູກຄ້າຊາວຣັດເຊຍເນື່ອງຈາກການຂວ້ຳບາດຂອງສະຫະພາບ ຢູໂຣບຮອບໃໝ່ ຫຼັງຈາກຂໍ້ຂັດແຍ້ງລະຫວ່າງ ຣັດເຊຍ ແລະ ຢູເຄຣນເລີ່ມຕົ້ນຂຶ້ນເມື່ອຕົ້ນປີທີ່ຜ່ານມາ.

OpenSea

ເຖິງແມ່ນວ່າລະບົບນິເວດຂອງສະກຸນເງິນດິຈິຕອນ ຈະສ້າງຂຶ້ນມາເທິງພື້ນຖານຂອງ Decentralized ແຕ່ຄົນກາງ ແລະ ບໍລິສັດສ່ວນໃຫຍ່ທີ່ອໍານວຍຄວາມສະດວກໃນການບໍລິການຕ່າງໆ ຍັງຄົງເຮັດວຽກຄືກັບບໍລິສັດ Web 2.0 ທີ່ລວມສູນທົ່ວໆໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/