NewJeans ກຽມສ້າງປະຫວັດສາດວົງການ  K-POP ດ້ວຍການເປັນສິລະປິນຍິງກຸ່ມທຳອິດທີ່ໄດ້ສະແດງໃນເທສະການ Lollapalooza 2023


ມາແຮງສຸດໆກັບວົງນ້ອງໃໝ່ຢ່າງ NewJeans ທີ່ມີເພງໂດ່ງດັງຢ່າງເພງ OMG, Ditto ແລະ Hype Boy ທີ່ແຟນໆ K-Pop ຮ້ອງກັນໄດ້ທົ່ວບ້ານທົ່ວເມືອງກັນເລີຍ.

NewJeans ວົງນ້ອງໃໝ່ທີ່ກຳລັງມາແຮງຢ່າງປະຕິເສດບໍ່ໄດ້ ເມື່ອທາງເທສະການດົນຕີລະດັບໂລກຢ່າງ Lollapalooza 2023 ໄດ້ປະກາດສິລະປິນທີ່ຈະໄດ້ຂຶ້ນໂຊໃນປີນີ້ ເຊິ່ງມີ NewJeans ຢູ່ໃນລາຍຊື່ນັບເປັນການສ້າງປະຫວັດສາດໃຫ້ວົງການ K-POP ດ້ວຍການເປັນສິລະປິນຍິງກຸ່ມທີ່ໄດ້ຂຶ້ນສະແດງ.

ສ່ວນດ້ານວົງ TXT ຫຼືຊື່ເຕັມວ່າ Tomorrow X Together ທີ່ເຄີຍສ້າງປະຫວັດສາດໃນປີ 2019 ໂດຍການເປັນວົງ K-POP ວົງທຳອິດທີ່ໄດ້ຂຶ້ນສະແດງ ແລະ ໃນປີນີ້ເອງກໍສາມາດສ້າງປະຫວັດສາດອີກຄັ້ງດ້ວຍການເປັນວົງ K-POP ຈາກເກົາຫຼີໃຕ້ ທີ່ໄດ້ເປັນວົງຫຼັກໃນການສະແດງເທສະການດົນຕີສຸດຍິ່ງໃຫຍ່ນີ້  ໂດຍມີລາຍຊື່ຮ່ວມກັບສິລະປິນລະດັບໂລກ Kendrick Lamar, Billie Eilish, Red Hot Chilli Peppers, The 1975 ແລະ Lana Del Rey ແລະ ໃນປີກ່ອນ J-Hope ສະມາຊິກວົງ BTS ກໍໄດ້ເປັນສິລະປິນດ່ຽວສັນຊາດເກົາຫຼີໃຕ້ທີ່ໄດ້ເປັນຄົນທຳອິດໃນການເປັນສິລະປິນຫຼັກໃນງານນີ້.

ແນ່ນອນວ່າແຟນຄັບທົ່ວໂລກຂອງທັງສອງວົງຕ່າງຕັ້ງໜ້າຕັ້ງຕາລໍຖ້າວິນາທີການຂຶ້ນສະແດງໃນງານ Lollapalooza 2023 ທີ່ຈະຈັດຂຶ້ນໃນວັນທີ 3-6 ສິງຫາ 2023 ຢູ່ທີ່ ຊິຄາໂກ ປະເທດອາເມຣິກາ ແຟນໆທົ່ວໂລກກຽມຕົວໃຫ້ພ້ອມ!

ຂອບໃຈແຫຼ່ງຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/