Nagawatt ແບັດເຕີຣີລົດຈັກໄຟຟ້າທີ່ຜະລິດຢູ່ລາວ ກຳລັງຈະສ້າງສະຖິຕິໂລກ ເປັນແບັດເຕີຣີລົດຈັກໄຟຟ້າທີ່ສາກຄັ້ງດຽວໄປໄດ້ໄກທີ່ສຸດໃນໂລກ

nagawatt-ແບັດເຕີຣີລົດຈັກໄຟຟ້າ

Nagawatt ຜູ້ຜະລິດແບັດເຕີຣີ ສໍາລັບລົດໄຟຟ້າໃນລາວ ຕັ້ງເປົ້າສ້າງສະຖິຕິໂລກໃໝ່ ໂດຍຫວັງຈະກາຍເປັນລົດຈັກໄຟຟ້າທີ່ ສາກຄັ້ງດຽວໄປໄດ້ໄກສຸດໃນໂລກ ໂດຍເລີ່ມປະຕິບັດການ ເຮັດສະຖິຕິນີ້ ແມ່ນໃນວັນທີ 20 ກຸມພາ ເລີ່ມຕົ້ນ ຈາກນະຄອນຫຼວງວຽງຈັນ ໄປຫາ ນະຄອນປາກເຊ ແຂວງຈຳປາສັກ ໄລຍະທາງ 700 ກວ່າ ກິໂລແມັດ.

Nagawatt ເປັນແບັດເຕີຣີ ສໍາລັບລົດໄຟຟ້າ ທີ່ຖືກຜະລິດຂຶ້ນໃນລາວ ໂດຍທ່ານ Jean-Francois Reumaux ແລະ ທ່ານ Nathanael Maury ສອງນັກທຸລະກິດ ຈາກປະເທດ ຝຣັ່ງ. ໂດຍ ແບັດເຕີຣີດັ່ງກ່າວໄດ້ຖືກຄົ້ນຄິດ ແລະ ພັດທະນາດ້ວຍຄວາມລະອຽດອ່ອນ ໄດ້ມາດຕະຖານສາກົນ ສາກຄັ້ງດຽວສາມາດແລ່ນໄດ້ເກືອບ  700 ກິໂລແມັດ ຫຼື ໄກກວ່າ ຂຶ້ນກັບ ການແລ່ນໄວ ແລ່ນຊ້າ ແລະ ແຮງບິດ ທີ່ສະໝໍ່າສະເໝີ.

nagawatt-ແບັດເຕີຣີລົດຈັກໄຟຟ້າ

ໂດຍລົດຈັກໄຟຟ້າທີ່ຈະໃຊ້ສ້າງສະຖິຕິໂລກຄັ້ງນີ້ ແມ່ນໄດ້ຖືກດັດແປງມາຈາກລົດຈັກທີ່ໃຊ້ນໍ້າມັນເຊື້ອໄຟ ໃຫ້ມາໃຊ້ພະລັງງານໄຟຟ້າ ດ້ວຍການອອກແບບ ຊຸດແບັດເຕີຣີ ທີ່ເປັນ ລິຂະສິດຂອງ Nagawatt.

ທ່ານ Jean-Francois Reumaux ສະແດງຄວາມໝັ້ນໃຈໃນການທໍາລາຍສະຖິຕິໂລກຄັ້ງນີ້ວ່າ: “ພວກເຮົາໄດ້ມີການກະກຽມ ແລະ ທົດສອບລະບົບມາເປັນຢ່າງດີ ແລະຄິດວ່າ ເຮົາມີຄວາມພ້ອມພຽງພໍແລ້ວ ທັງໃນດ້ານເທັກນິກ ແລະ ຜູ້ຂັບຂີ່. ພວກເຮົາໄດ້ເຮັດການທົດສອບແບັດເຕີຣີ ໃນທຸກສະພາບອາກາດ ແລະ ໄດ້ທົດສອບໄປແລ້ວໃນໄລຍະທາງລວມຫຼາຍກວ່າ 10.000 ກິໂລແມັດ”.

nagawatt-ແບັດເຕີຣີລົດຈັກໄຟຟ້າ

ໂດຍແບັດເຕີຣີ Nagawatt ທີ່ຈະໃຊ້ການສ້າງສະຖິຕິໂລກຄັ້ງນີ້ ມີໄລຍະເວລາໃນການສາກໃຫ້ເຕັມຄວາມຈຸຢູ່ທີ່ 5 ຫາ 6 ຊົ່ວໂມງ ຫຼື ສາກ 1 ຊົ່ວໂມງ ຕໍ່ 100 ກິໂລແມັດ ໂດຍມີຄ່າໃຊ້ຈ່າຍໃນການສາກໃຫ້ເຕັມຄວາມຈຸຕໍ່ຄັ້ງພຽງແຕ່ 10.000 ກີບເທົ່ານັ້ນ.

ປັດຈຸບັນ ອີງຕາມເວັບໄຊຂອງທາງ Guinness world re cords ລົດຈັກໄຟຟ້າ ທີ່ສາກຄັ້ງດຽວໄປໄດ້ໄກສຸດໃນໂລກ ແມ່ນຢູ່ໄລຍະທາງທີ່ 656.8  ກິໂລແມັດ ທີ່ຜະລິດຈາກ LIU HAIFAN, LIANG ZHIQI, LIANG ZHIHAO, LIU HAIFAN ຈາກ ສປ ຈີນ ທີ່ເຮັດການທົດສອບໃນເດືອນ ຕຸລາຂອງປີ 2020 ທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/