Montana ລັດທຳອິດຂອງສະຫະລັດອາເມລິກາທີ່ແບນ TikTok ມີຜົນຕັ້ງແຕ່ວັນທີ 1 ມັງກອນ 2024 ເປັນຕົ້ນໄປ


TikTok ໄດ້ປະເຊີນກັບຄວາມກົດດັນທີ່ເພີ່ມຂຶ້ນໃນສະຫະລັດຈາກສະພາ ແລະ ສະພານິຕິບັນຍັດຂອງລັດໃນຫຼາຍເດືອນທີ່ຜ່ານມາ. ຫຼ້າສຸດ Greg Gianforte ຜູ້ວ່າການລັດ Montana ໄດ້ລົງນາມໃນກົດໝາຍຢ່າງເປັນທາງການ ​ແລະ​ ມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ທີ 1 ມັງກອນ 2024.

ກົດໝາຍແບນແອັບ TikTok ໃນ Montana ໄດ້ຖືກຮ່າງຂຶ້ນເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງຊາວ Montana ​ແລະ​ ສະກັດ​ກັ້ນ​ບໍ່​ໃຫ້​ລັດຖະບານ​ຈີນ​ເຂົ້າ​ເຖິງ ແລະ ໃຊ້ຂໍ້ມູນສ່ວນຕົວໃນທາງທີ່ຜິດ.

ກົດໝາຍໃໝ່ຂອງ Montana ຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນໃນປີໜ້າ, ByteDance ບໍລິສັດແມ່ຂອງແອັບ TikTok ຈະບໍ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດໃນຮູບແບບໃດໆໃນ Montana, ຫາກຝ່າຝືນຈະຖືກປັບໃໝເປັນຈຳນວນ 10.000 ໂດລາຕໍ່ມື້ ຕໍ່ຄັ້ງໃນການລະເມີດ. ລວມໄປເຖິງເຈົ້າຂອງຮ້ານຄ້າທີ່ໃຫ້ດາວໂຫຼດແອັບພິເຄຊັນຄື: Apple ແລະ Google ຫາກຍັງອະນຸຍາດໃຫ້ມີການດາວໂຫຼດແອັບກໍຈະຖືກປັບໃໝເຊັ່ນກັນ. ຢ່າງໃດກໍຕາມ, ຜູ້ໃຊ້ປົກກະຕິຈະບໍ່ຖືກປັບໃໝ.

ນອກຈາກນີ້, Gianforte ຍັງຫ້າມບໍ່ໃຫ້ໃຊ້ແອັບພິເຄຊັນ Social media ທັງໝົດທີ່ລວບລວມ ແລະ ໃຫ້ຂໍ້ມູນສ່ວນຕົວກັບກັບຝ່າຍກົງກັນຂ້າມໃນອຸປະກອນທີ່ລັດຖະບານອອກໃຫ້. ໂດຍໃນ​ບັນ​ແອັບ​ທີ່​ເຂົາ​ໄດ້​ລະ​ບຸ​ໄວ້​ມີ WeChat​ ເຊິ່ງມີບໍ​ລິ​ສັດ​ແມ່​ທີ່ເປັນ​ສໍາ​ນັກ​ງານ​ໃຫຍ່​ຢູ່​ໃນ​ປະ​ເທດ​ຈີນ​ ແລະ Telegram Messenger​ ເຊິ່ງ​ຖືກສ້າງຂຶ້ນມາ​ໃນ​ຣັດ​ເຊຍ​.

ຢ່າງໃດກໍຕາມ, ໄດ້ມີການຄາດການວ່າບໍລິສັດ ByteDance ໄດ້ກະກຽມຫຼັກຖານ ​ແລະ ​ຈະ​ຍື່ນໄປ​ຍັງ​ສານ​ອຸທອນ​ຂອງ​ສະຫະລັດ ​ເພື່ອ​ເລື່ອນ​ການ​ບັງຄັບ​ໃຊ້​ກົດໝາຍ​ສະບັບ​ນີ້ອອກໄປ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/