Matt Hardy ເຜີຍຄວາມຮູ້ສຶກຕອນຖືກທ່າ ເອົາກົ້ນຖູໜ້າ ຫຼື “Stink Face” ວ່າ ກິ່ນຄືກັບແປ້ງເດັກນ້ອຍ

Matt Hardy

ແຟນໆມວຍປໍ້າໃນຍຸກ 90 ອາດຈະຮູ້ຈັກກັນດີກັບ ຣິກິຊິ (Rikishi) ນັກມວຍປໍ້າຈາກ ອາເມຣິກາ ດ້ວຍຮູບຮ່າງຮຸ່ນ Heavy Weigh ແຖມຍັງມີທ່າໄມ້ຕາຍທີ່ເປັນເອກະລັກ ສຸດແປກບໍ່ຄືໃຜອີກ ຢ່າງທ່າ Stink Face ຫຼື ທ່າເອົາກົ້ນໄປຖູໜ້າຄູ່ຕໍ່ສູ້.

ໂດຍທ່າ Stink Face ເປັນທ່າໄມ້ຕາຍທີ່ ຣິກິຊິ ມັກໃຊ້ເປັນປະຈໍາ ໂດຍຮູບແບບກໍຄື ເມື່ອຕໍ່ສູ້ກັບ ຄູ່ຊົກ ຈົນລົ້ມລົງໄປນັ່ງຢູ່ທີ່ມຸມເວທີແລ້ວ ຣິກິຊິ ກໍຈະໃຊ້ກົ້ນຂອງຕົນເອງເຂົ້າໄປຖູທີ່ໃບໜ້າຂອງຄູ່ຕໍ່ສູ້ ຢ່າງດຸເດືອດ.

Matt Hardy

ຕະຫຼອດອາຊີບນັກມວຍປໍ້າຂອງຣິກິຊິນັ້ນມີນັກມວຍປໍ້າຫຼາຍສິບຄົນທີ່ຕ້ອງເຄາະຮ້າຍພົບກັບທ່ານີ້ຂອງ ຣິກິຊິ ແລະ ສຳລັບໃຜທີ່ສົນໃຈວ່າ ທ່ານີ້ຂອງຣິກິຊິນັ້ນມັນເຈັບມັນປວດທໍລະມານ ຫຼື ມີກິ່ນເໝັນຄືກັບສີໜ້າສີຕາຂອງນັກມວຍປໍ້າທີ່ສະແດງອອກມາຫຼືບໍ່. ຫຼ້າສຸດ ແມັດ ຮາດີ້ (Matt Hardy) ໜຶ່ງໃນຜູ້ໂຊກຮ້າຍທີ່ເຄີຍປະເຊີນກັບທ່ານີ້ ໄດ້ອອກມາເປີດເຜີຍແລ້ວ ເຊິ່ງຜິດຄາດຕາມທີ່ພວກເຮົາຄິດກັນໄວ້ໄປໝົດເລີຍ.

ໂດຍ ແມັດ ຮາດີ້ ເປີດເຜີຍວ່າ: “ຂ້ອຍຖືກທ່ານີ້ຕະຫຼອດເລີຍ ແຕ່ເວົ້າກັນກົງໆ ຕອນທີ່ຖືກທ່ານີ້ຄັ້ງທຳອິດ ຂ້ອຍນີ້ຕົກໃຈແຮງ ວ່ານີ້ມັນແມ່ນຫຍັງ ກິ່ນມັນຄືກັບແປ້ງທາເດັກນ້ອຍເລີຍ ແລະ ຂ້ອຍໝັ້ນໃຈວ່າ ຖ້າ ຣິກິຊິ ມັກເຈົ້າ ລາວຈະເຮັດຄວາມສະອາດເພື່ອເຈົ້າ ເພາະກິ່ນມັນຄືກັບແປ້ງເດັກນ້ອຍຫຼາຍ ໄຮ້ຄວາມຫຍາບກະດ້າງ ແລະ ເຕັມໄປດ້ວຍຜິວສຳຜັດທີ່ເຮັດໃຫ້ຮູ້ສຶກດີ”.

Matt Hardy

ເອີ້ນໄດ້ວ່າເກີນຄາດກັນສຸດໆ ຈາກກິລິຍາທ່າທາງຂອງນັກມວຍປໍ້າທີ່ຖືກທ່ານີ້ ມັນເບິ່ງຄືຈະບໍ່ມີຄຳວ່າຮູ້ສຶກດີ ເພາະແຕ່ລະເທື່ອຈະເຫັນສີໜ້າຂອງຄົນທີ່ທໍລະມານແບບສຸດໆ ປຽບເໝືອນກັບວ່າຈະຂາດໃຈໃນບ່ອນນັ້ນເວລານັ້ນກັນເລີຍ.

Matt Hardy

ແຕ່ຢ່າງໃດກໍຕາມ ກໍຍັງມີອີກນັກມວຍປໍ້າຄົນໜຶ່ງທີ່ໃຫ້ຄຳເຫັນກ່ຽວກັບເລື່ອງນີ້ ໄປໃນທາງກົງກັນຂ້າມກັບ ແມັດ ຮາດີ້ ນັ້ນກໍຄື ເຄີດ ແອັງເກີ ອີກໜຶ່ງນັກມວຍປໍ້າ ໃນຕຳນານ ເຊິ່ງລາວໄດ້ລະບຸວ່າ: ຂ້ອຍເກືອບຈະເອົາຊີວິດຂອງ ຣິກິຊິ ເພາະລາວບໍ່ເຮັດຄວາມສະອາດກົ້ນຂອງລາວເລີຍ ກ່ອນທີ່ລາວຈະເຮັດທ່ານີ້ໃສ່ຂ້ອຍ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/