Joe Biden ໄດ້ອອກມາປະກາດວ່າຈະປ່ຽນພາຫະນະຂັບຂີ່ຂອງລັດຖະບານກາງທັງໝົດເປັນ “ລົດໄຟຟ້າ”


ປະທານາທິບໍດີຄົນໃໝ່ຂອງສະຫະລັດອາເມຣິກາ Joe Biden ບຸກຄົນທີ່ທົ່ວໂລກກຳລັງຈັບຕາເບິ່ງຕອນນີ້ ໄດ້ອອກມາປະກາດວ່າລາວຈະປ່ຽນຍານພາຫະນະຂອງລັດຖະບານກາງທັງໝົດເປັນລົດໄຟຟ້າ!

ໂດຍຍານພາຫະນະທີ່ເປັນຂອງລັດຖະບານກາງຕອນນີ້ ມີຢູ່ທັງໝົດ 645,000 ຄັນ ໂດຍແບ່ງໃຊ້ວຽກໃນແຕ່ລະໜ່ວຍງານດັ່ງນີ້:

  • ຍານພາຫະນະພົນລະເຮືອນ 245,000 ຄັນ
  • ຍານພາຫະນະທາງການທະຫານ 173,000 ຄັນ
  • ຍານພາຫະນະໜ່ວຍໄປສະນີ 225,000 ຄັນ

ຈາກລາຍງານໃນປີ 2019 ລະບຸວ່າລົດທັງໝົດຖືກໃຊ້ວຽກຄິດເປັນໄລຍະທາງລວມ 7.2 ລ້ານກິໂລແມັດ.

“ລັດຖະບານກາງເປັນເຈົ້າຂອງຍານພາຫະນະຈຳນວນມະຫາສານ ແລະ ເຮົາຈະແທນທີ່ດ້ວຍລົດໄຟຟ້າພະລັງງານສະອາດ ທີ່ຈະຖືກສ້າງຂຶ້ນແທນ ໂດຍແຮງງານອາເມຣິກາ ທີ່ປະເທດອາເມຣິກາ”

ການປະກາດດັ່ງກ່າວ ຖືວ່າເປັນອີກການແກ້ບັນຫາໜຶ່ງທາງສິ່ງແວດລ້ອມ ທີ່ Joe Biden ເຄີຍໃຫ້ຄຳໝັ້ນສັນຍາວ່າຈະແກ້ໄຂບັນຫາພາວະໂລກຮ້ອນນັ້ນເອງ, ສ່ວນເລື່ອງລົດຈະເປັນແບຣນໃດ ບໍລິສັດໃດຈະເປັນຜູ່ຜະລິດ ຕ້ອງຕິດຕາມເບິ່ງຕໍ່ໄປ.

ເບິ່ງຄລິບຖະແຫຼງການໄດ້ທີ່: https://twitter.com/ABCNewsLive/status/1353809013348171778

ທີ່ມາ: https://www.facebook.com/MagCarZine/posts/710483249642042