Jennie BLACKPINK ປາກົດກາຍໃນງານ Cannes Film Festival 2023 ສ້າງມູນຄ່າທາງສື່ 1,9 ລ້ານໂດລາ


ປິດສາກລົງຢ່າງສວຍງາມກັບງານ Cannes Film Festival 2023 ທີ່ຈັດຂຶ້ນຕັ້ງແຕ່ວັນທີ 16-27 ພຶດສະພາ 2023 ທີ່ເມືອງ ຄານ ປະເທດຝຣັ່ງ ໂດຍມີບັນດາຄົນດັງຈາກທົ່ວທຸກມຸມໂລກເຂົ້າມາຮ່ວມງານຫຼາກຄົນ ເຊິ່ງເຮັດໃຫ້ງານມີມູນຄ່າທາງສື່ (Media Impact Value) ມີຍອດສູງຮອດ 1,3 ພັນລ້ານໂດລາ.

ໂດຍໃນງານຜູ້ທີ່ສ້າງມູນຄ່າທາງສື່ໃຫ້ກັບ Cannes Film Festival 2023 ໄດ້ຢ່າງໂດດເດັ່ນໃນປີນີ້ນັ້ນກໍຄື Jennie ແຫ່ງວົງ BLACKPINK ທີ່ໄດ້ເດີນພົມແດງເປັນຄັ້ງທຳອິດ ແຕ່ກໍສ້າງປາກົດການໄດ້ ໂດຍ Jennie ມາຮ່ວມຮັບຊົມຊີຣີ້ຮອບພິເສດເລື່ອງ The Idol ເຊິ່ງເປັນຜົນງານເລື່ອງທຳອິດຂອງເຈົ້າຕົວ ເຊິ່ງມູນຄ່າທາງສື່ທີ່ Jennie ສາມາດເຮັດໄດ້ຄື 1,9 ລ້ານໂດລາ ສູງເປັນອັນດັບ 1​ ຂອງງານ.

ໃນງານ Cannes Film Festival 2023 ທາງ Jennie BLACKPINK ໄດ້ເຂົ້າຮ່ວມໃນຖານະນັກສະແດງຊີຣີ້ເລື່ອງ The Idol ໂດຍ Jennie BLACKPINK ໄດ້ປາກົດກາຍໃນຊຸດຂອງແບຣນຊື່ດັງກ້ອງໂລກຢ່າງ CHANEL ທີ່ເຈົ້າຕົວໄດ້ເປັນ Brand Ambassador ມາຕັ້ງແຕ່ປີ 2017 ​ແລະ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກສື່ ກາຣັນຕີດ້ວຍສຽງຮ້ອງເອີ້ນຊື່ “Jennie” ຈາກບັນດາຊ່າງພາບ ແລະ ສື່ມວນຊົນທີ່ຢູ່ໃນງານ ພ້ອມທັງຍັງໄດ້ໂພສຮູບລົງທາງ Instagram ສ່ວນຕົວ ກັບຍອດ Like ຫຼາຍກວ່າ 5 ​ລ້ານ Like ໃນທຸກໆຮູບ ເຊິ່ງທາງແບຣນ CHANEL ກໍສາມາດສ້າງມູນຄ່າທາງສື່ໄດ້ທັງໝົດ 26,2 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/