IUCN ອອກມາເຜີຍ ກິດຈະກຳຂອງມະນຸດ ທີ່ທຳລາຍທະເລ ອາດເຮັດໃຫ້ສິ່ງທີ່ມີຊີວິດບາງຊະນິດສູນພັນໄປຈາກໂລກ

IUCN ອອກມາເຜີຍ ກິດຈະກຳຂອງມະນຸດ

ເຊື່ອບໍ່ວ່າກິດຈະກຳບາງຢ່າງຂອງມະນຸດສາມາດເຮັດໃຫ້ສິ່ງທີ່ມີຊີວິດອີກຫຼາຍສາຍພັນ ສູນພັນໄປຈາກໂລກເຮົາໄດ້.

ເມື່ອບໍ່ດົນມານີ້ອົງການລະຫວ່າງປະເທດເພື່ອການອະນຸລັກທຳມະຊາດ ຫຼື IUCN ໄດ້ເຜີຍຂໍ້ມູນອັບເດດກ່ຽວກັບສາຍພັນຂອງສິ່ງທີ່ມີຊີວິດໃນບັນຊີແດງ (Red List) ທີ່ປະເມີນສະຖານະພາບຄວາມສ່ຽງຕໍ່ການສູນພັນຂອງສິ່ງທີ່ມີຊີວິດໃນໂລກ ໂດຍ IUCN ໄດ້ເນັ້ນຢ້ຳເຖິງໄພຄຸກຄາມຕໍ່ສິ່ງທີ່ມີຊີວິດໃນທະເລ ທັງການປະມົງທີ່ຜິດກົດໝາຍ, ມົນລະພິດ, ສະພາບພູມອາກາດ ແລະ ໂຣກຕ່າງໆ.

IUCN ອອກມາເຜີຍ ກິດຈະກຳຂອງມະນຸດ

ບັນຊີແດງ IUCN List ຂະນະນີ້ປະເມີນສະຖານະພາບສິ່ງທີ່ມີຊີວິດແລ້ວກວ່າ 150.388 ຊະນິດ ໂດຍ 42.108 ສາຍພັນແມ່ນກຳລັງປະເຊີນໄພຄຸກຄາມຕໍ່ການສູນພັນ; ສັດ ແລະ ພືດທະເລກວ່າ 1.550 ຊະນິດຈາກທັງໝົດ 1.903 ຊະນິດ ຖືກປະເມີນວ່າມີຄວາມສ່ຽງທີ່ຈະສູນພັນ ບໍ່ວ່າຈະເປັນສັດລ້ຽງລູກດ້ວຍນົມໃນທະເລ, ປະກາລັງ ແລະ ອື່ນໆ.

IUCN ອອກມາເຜີຍ ກິດຈະກຳຂອງມະນຸດ
IUCN ອອກມາເຜີຍ ກິດຈະກຳຂອງມະນຸດ

ທາງດ້ານ ດຣ Bruno Oberle ຜູ້ອຳນວຍການ IUCN ເປີດເຜີຍວ່າ ຂໍ້ມູນອັບເດດນີ້ສະແດງໃຫ້ເຫັນເຖິງກິດຈະກຳຂອງມະນຸດທີ່ບໍ່ຍືນຍົງກຳລັງທຳລາຍສິ່ງທີ່ມີຊີວິດທາງທະເລທົ່ວໂລກ ໂດຍ ດຣ Bruno ໄດ້ຮຽກຮ້ອງໃຫ້ເລັ່ງແກ້ໄຂບັນຫາສະພາບພູມອາກາດ ແລະ ຄວາມຫຼາກຫຼາຍທາງຊີວະພາບ ໂດຍປະຕິຮູບເສດຖະກິດ ພ້ອມເຕືອນເຖິງຜົນກະທົບທີ່ອາດເກີດຂຶ້ນ.

IUCN ອອກມາເຜີຍ ກິດຈະກຳຂອງມະນຸດ

ປັດຈຸບັນໂລກປະເຊີນບັນຫາການສູນເສຍຄວາມຫຼາກຫຼາຍທາງຊີວະພາບ ເຊິ່ງເປັນຜົນມາຈາກກິດຈະກຳຕ່າງໆຂອງມະນຸດ ບໍ່ວ່າຈະເປັນການທຳລາຍພື້ນທີ່ທຳມະຊາດ, ການໃຊ້ຊັບພະຍາກອນເກີນຂະໜາດ, ການຕັດໄມ້ທຳລາຍປ່າ, ສາຍພັນຮຸກຮານຕ່າງຖິ່ນ, ໄປຈົນຮອດວິກິດສະພາບພູມອາກາດປ່ຽນແປງ ເຊິ່ງຈະສົ່ງຜົນກະທົບຕໍ່ລະບົບນິເວດ ແລະ ໂລກ ຈຶ່ງຈຳເປັນຕ້ອງປົກປ້ອງ ແລະ ຟື້ນຟູຊັບພະຍາກອນທຳມະຊາດຢ່າງຮີບດ່ວນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/