“It’s coming home” ຄໍາຂວັນ ລູກຮັກບານເຕະທີ່ບໍ່ກັບບ້ານມາແລ້ວ 56 ປີ ຂອງທີມຊາດອັງກິດ

“It’s coming home”

ຈາກຄວາມປະລາໄຊຂອງທີມຊາດອັງກິດ ທີ່ມີຕໍ່ກັບທີມຊາດ ຝຣັ່ງ ໃນການແຂ່ງຂັນຮອບ 8 ທີມສຸດທ້າຍ ຂອງບານໂລກ 2022 ເມື່ອວັນທີ 11 ທັນວາທີ່ຜ່ານມາ ເຮັດໃຫ້ ທີມຊາດອັງກິດຕ້ອງຈົບເສັ້ນທາງບານໂລກ ຂອງຕົນເອງລົງ ແລະ ເປັນອີກໜຶ່ງປີ ທີ່ຄຳຂວັນຂອງແຟນບານທີ່ວ່າ It’s coming home ໃນຄວາມໝາຍທີ່ວ່າ ກິລາບານເຕະກໍາລັງຈະກັບບ້ານ ກໍຍັງບໍ່ເກີດຂຶ້ນແທ້ເທື່ອ.

“It’s coming home”

ໃນທຸກໆການແຂ່ງຂັນ ທີ່ທີມຊາດອັງກິດ ໂຊຜົນງານໄດ້ໂດດເດັ່ນ ແລະ ເຂົ້າໃກ້ການຄວ້າແຊ້ມເທົ່າໃດ ເຮົາກໍມັກຈະໄດ້ຍິນ ຄຳຂວັນຂອງແຟນບານອັງກິດ ທີ່ວ່າ It’s coming home, It’s coming home ຢູ່ຕະຫຼອດເວລາ ແຕ່ທຸກຄົນຮູ້ບໍ່ວ່າຄໍາໆນີ້ຂອງແຟນບານອັງກິດນັ້ນມັນໝາຍເຖິງຫຍັງ ແລະ ເລີ່ມຕົ້ນມາແນວໃດ ມື້ນີ້ທີມງານ Lao X ຈະພາໄປຫາຄຳຕອບເອງ.

“It’s coming home”

ມາເລີ່ມກັນທີ່ວ່າ ເປັນຫຍັງປະເທດອັງກິດ ຈຶ່ງຖືວ່າ ຊາດຕົນເອງ ເປັນບ້ານເກີດຂອງກິລາບານເຕະ. ຢ້ອນກັບໄປໃນອະດີດ ປະຫວັດສາດໄດ້ບັນທຶກໄວ້ວ່າ ການທີ່ມະນຸດນຳເອົາລູກກົມໆ ມົນໆ ມາເຕະ ໂດຍຫ້າມໃຊ້ມື ນັ້ນໄດ້ເກີດຂຶ້ນມາແລ້ວຕັ້ງແຕ່ສະໄໝ ລາຊະວົງ ຮັ້ນ ຂອງຈີນ ແລະ ຍຸກກຣີກ ໂຣມັນ ຫຼື ປະມານ 200 ປີ ກ່ອນ ຄສ.

“It’s coming home”

ແຕ່ວ່າມາຮອດປີ 1863 ປະເທດອັງກິດໄດ້ມີການວາງກົດລະບຽບໃນການເຕະນີ້ໃຫ້ຊັດເຈນຂຶ້ນ ບໍ່ວ່າຈະເປັນການກຳນົດເວລາໃນການຫຼິ້ນ, ກຳນົດຈຳນວນຜູ້ຫຼິ້ນ, ກຳນົດຂະໜາດພື້ນທີ່ຂອງສະໜາມ ແລະ ກົດລະບຽບອື່ນໆ ໃນຊື່ຂອງ Law of the Game. ນອກຈາກນີ້ຍັງໄດ້ມີການຕັ້ງສະມາຄົມບານເຕະຂຶ້ນມາ ແລະ ໄດ້ກາຍເປັນສະມາຄົມກິລາ ທຳອິດຂອງໂລກ. ນັ້ນເຮັດໃຫ້ປະເທດອື່ນໆທົ່ວໂລກໃຫ້ການຍອມຮັບວ່າ ອັງກິດ ເປັນຈຸດເລີ່ມຕົ້ນຂອງກິລາບານເຕະ ຫຼື ວ່າ “Home of Football” ນັ້ນເອງ.

“It’s coming home”

ແຕ່ຢ່າງໃດກໍຕາມ ເຖິງແມ່ນວ່າ ອັງກິດ ຈະເປັນຕົ້ນກຳເນີດຂອງ ກິລາບານເຕະ ແຕ່ໃນປະຫວັດສາດ ກິລາບານເຕະ ຂອງທີມຊາດອັງກິດ ກໍບໍ່ໄດ້ເປັນຊາດທີ່ປະສົບຄວາມສຳເລັດປານໃດ ໃນເວທີສາກົນ. ໂດຍທີມຊາດອັງກິດ ມາປະສົບຜົນສຳເລັດຄັ້ງທຳອິດ ໂດຍການຄວ້າແຊ້ມໂລກ ໃນປີ 1966 ຫຼື 36 ປີ ຫຼັງຈາກມີການຈັດການແຂ່ງຂັນບານໂລກ. ແລະ ທຸກຄົນຮູ້ບໍ່ວ່າ ຈາກມື້ນັ້ນຈົນຮອດປັດຈຸບັນ ບໍ່ວ່າຈະເປັນແຊ້ມ ໂລກ ຫຼື ແມ່ນແຕ່ແຊ້ມລະດັບທະວີບ ທີມຊາດອັງກິດ ແມ່ນບໍ່ສາມາດຄວ້າແຊ້ມໄດ້ເລີຍ.

“It’s coming home”

ຈຸດກຳເນີດຂອງຄຳຂວັນ Its coming home

ມາຮອດປີ 1996 ອັງກິດໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນ ຢູໂຣ ຫຼື ການແຂ່ງຂັນຊິງແຊ້ມ ຂອງທະວີບ ຢູໂຣບ. ໂດຍການແຂ່ງຂັນຄັ້ງນີ້ ທາງທີມຊາດອັງກິດ ແລະ ແຟນບານທົ່ວປະເທດ ຕ່າງກໍຕັ້ງຄວາມຫວັງໄວ້ສູງ ວ່າຈະສາມາດຄວ້າແຊ້ມໃນດິນແດນຂອງຕົນເອງໃຫ້ໄດ້. ບັນຍາກາດພາຍໃນປະເທດເຕັມໄປດ້ວຍຄວາມຟົດຟື້ນ ແລະ ກາຍເປັນກະແສທົ່ວປະເທດ. ທາງສະມາຄົມມບານເຕະອັງກິດ ຈຶ່ງໄດ້ໄປຈ້າງວົງດົນຕີຊື່ດັງ ຢ່າງ Lighting Seeds ໃຫ້ຊ່ວຍແຕ່ງເພງເຊຍໃຫ້.

“It’s coming home”

ດ້ວຍເຫດນັ້ນທາງວົງ Lighting Seeds ຈຶ່ງໄດ້ແຕ່ງເພງໜຶ່ງຂຶ້ນມາ ໂດຍໃສ່ຊື່ວ່າ “Three Lions” ຫຼື ສິງໂຕ 3 ໂຕ ອີງຕາມສັນຍະລັກທີ່ຕິດຢູ່ເສື້ອຂອງທີມຊາດ ອັງກິດ ໂດຍເນື້ອເພງເນັ້ນໄປທີ່ການໃຫ້ກຳລັງໃຈ ແລະ ປຸກໃຈຄົນໃນຊາດ.

“It’s coming home”

ໂດຍມີທ່ອນກາງທີ່ຮ້ອງວ່າ “It’s coming home, It’s coming home , It’s coming, Football’s coming home” ແປວ່າ: ມັນກຳລັງຈະກັບບ້ານ, ກິລາ ບານເຕະ ມັນກຳລັງຈະກັບມາສູ່ບ້ານຂອງມັນ. ປຽບເໝືອນຕະຫຼອດໄລຍະເວລາທີ່ຜ່ານມາ ບານເຕະໄດ້ເດີນທາງໄປມອບຄວາມສຸກໃຫ້ກັບຄົນທົ່ວໂລກ ແຕ່ໃນ ຢູໂຣ 1996 ນີ້ ບານເຕະຈະກັບມາບ້ານຂອງມັນ ແລະ ເຮັດໃຫ້ຄົນອັງກິດ ມີຄວາມສຸກ ນັ້ນເອງ.

“It’s coming home”

ຢ່າງໃດກໍຕາມ ສຸດທ້າຍແລ້ວ ຢູໂຣ 1996 ບານເຕະກໍຍັງບໍ່ກັບສູ່ບ້ານຂອງມັນ ຄືເກົ່າ. ແຕ່ເພງດັ່ງກ່າວ ໄດ້ຮັບຄວາມນິຍົມໄປ ທົ່ວປະເທດ ແລະ ທ່ອນທີ່ວ່າ “It’s coming, Football’s coming home” ກໍໄດ້ກາຍເປັນຄຳຂວັນເອົາໄວ້ເຊຍບານຂອງຊາວອັງກິດ ມາຕະຫຼອດຈົນຮອດປັດຈຸບັນ.

ອັງກິດ ຖືເປັນຊາດທີ່ມີລະບົບການແຂ່ງຂັນບານເຕະ ໃນປະເທດແບບລີກທີ່ແຂງແຮງທີ່ສຸດ ເປັນລີກທີ່ໄດ້ຮັບຄວາມນິຍົມທີ່ສຸດ ແລະ ມີລາຍໄດ້ຫຼາຍທີ່ສຸດໃນໂລກ. ນອກຈາກນີ້ ນັກເຕະໃນທີມຊາດອັງກິດ ກໍເປັນນັກເຕະເກັ່ງໆ ແລະ ນັກເຕະລະດັບໂລກ ບັນຈຸຢູ່ໃນເກືອບທຸກໆຕຳແໜ່ງ ຢາກບໍ່ຂາດສາຍ. ແຕ່ເຊື່ອບໍ່ວ່າ ບານໂລກ ປີ 1966 ມາຮອດມື້ນີ້ຜ່ານມາແລ້ວ 56 ປີ ທີມຊາດອັງກິດ ແມ່ນບໍ່ສາມາດຄວ້າແຊ້ມຫຍັງໄດ້ເລີຍ ແມ່ນແຕ່ແຊ້ມດຽວ.

ນອກຈາກນີ້ ທຸກເທື່ອທີ່ແຟນບານເລີ່ມໃຊ້ຄຳຂວັນທີ່ວ່າ “It’s coming, Football’s coming home” ມາເຊຍ ມັກຈະຈົບລົງດ້ວຍການຖືກຢອກລໍ້ຈາກແຟນບານຊາດອື່ນວ່າ: Football is not coming home but England is coming home” ຫຼືແປວ່າ ບານເຕະບໍ່ໄດ້ກຳລັງຈະກັບບ້ານຂອງມັນດອກ ແຕ່ເປັນ ອັງກິດ ທີ່ກຳລັງຈະຕົກຮອບກັບບ້ານໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/