FIFA ປະຕິເສດທີ່ຈະເປີດວິດີໂອ ຂອງຜູ້ນຳຢູເຄຣນທີ່ຈະຮຽກຮ້ອງສັນຕິພາບ ໃນເກມນັດຊິງຊະນະເລີດ ບານໂລກ 2022 ນີ້

FIFA ປະຕິເສດ

ໃນລະຫວ່າງທີ່ຝັ່ງຂອງໂລກກິລາກຳລັງຈະມີເກມການແຂ່ງຂັນທີ່ຍິ່ງໃຫຍ່ທີ່ສຸດໃນໂລກເກີດຂຶ້ນ ກໍຄື ນັດຊິງຊະນະເລີດຂອງບານໂລກ 2022 ໃນວັນທີ 18 ທັນວານີ້ ທາງຝັ່ງຂອງ ໂວໂລດິເມຍ ເຊເລນສະກີ ຜູ້ນຳສູງສຸດຂອງ ຢູເຄຣນ ໄດ້ມີຄວາມຕ້ອງການສົ່ງສານກ່ຽວກັບເລື່ອງລາວທີ່ເກີດຂຶ້ນໃນປະເທດຂອງຕົນເອງ ໃຫ້ອອກໄປສູ່ສາຍຕາຂອງຄົນທົ່ວໂລກໃນລະຫວ່າງການແຂ່ງຂັນນັດຊິງ ແຕ່ຖືກສະຫະພັນບານເຕະ ສາກົນ ຫຼື FIFA ປະຕິເສດ ເພາະບໍ່ຢາກເຂົ້າຂ້າງໃຜ.

FIFA ປະຕິເສດ

ທາງ ເຊເລນສະກີ ແລະ ທີມງານ ໄດ້ກຽມວິດີໂອຊຸດໜຶ່ງໄວ້ ໂດຍທີ່ຜູ້ນຳຢູເຄຣນຕັ້ງໃຈຈະຖ່າຍທອດຄຳປາໄສຂອງຕົນເອງ ກ່ຽວກັບປະເທດຂອງພວກເຂົາ ທີ່ມີຂໍ້ຂັດແຍ້ງກັບປະເທດ ຣັດເຊຍ ພ້ອມກັບຢາກຮຽກຮ້ອງໃຫ້ຄົນທົ່ວໂລກຫັນມາສົນໃຈກ່ຽວກັບສະຖານະການທີ່ເກີດຂຶ້ນ ແລະ ຂໍໃຫ້ປະຊາຄົມໂລກຍື່ນມືເຂົ້າມາຊ່ວຍເຫຼືອຢູເຄຣນໃຫ້ກ້າວໄປສູ່ສັນຕິພາບ.

FIFA ປະຕິເສດ

ໂດຍທາງ ທີມງານ ໄດ້ແຈ້ງກັບ FIFA ເພື່ອຂໍໃຫ້ນຳຊຸດວິດີໂອດັ່ງກ່າວໄປເປີດກ່ອນເກມນັດຊິງຊະນະເລີດ ລະຫວ່າງ ຝຣັ່ງ ແລະ ອາເຈນຕິນາ ທີ່ຈະລົງແຂ່ງໃນສະໜາມ ລູເຊວ ທີ່ຈະມີແຟນບານຫຼັ່ງໄຫຼເຂົ້າໄປຫຼາຍກວ່າ 80.000 ຄົນ ແລະ ແຟນບານທົ່ວໂລກທີ່ລໍຖ້າຮັບຊົມເກມນີ້ ເຊິ່ງແນ່ນອນ ຖ້າຄຳຂໍດັ່ງກ່າວສຳເລັດ ສານທີ່ເຊເລນສະກີຈະຕ້ອງສົ່ງໄປເຖິງສາຍຕາຂອງຄົນທົ່ວໂລກແນ່ນອນ.

FIFA ປະຕິເສດ

ແຕ່ຢ່າງໃດກໍຕາມ FIFA ໄດ້ປະຕິເສດຄຳຂໍດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ ໂດຍບໍ່ມີການຊີ້ແຈງເຫດຜົນ ແຕ່ກໍເຊື່ອກັນເປັນວົງກວ້າງວ່າ ພວກເຂົາບໍ່ຕ້ອງການໃຫ້ງານມະຫະກຳກິລາບານເຕະຂອງຄົນທົ່ວໂລກ ຄັ້ງນີ້ສະແດງອອກເຖິງເລື່ອງການເມືອງ ຄ້າຍກັບທີ່ພວກເຂົາອອກຄຳສັ່ງບໍ່ໃຫ້ໃສ່ປອກແຂກສີຮຸ້ງ ຫຼື ເວົ້າເລື່ອງຄວາມເທົ່າທຽມໃນລະຫວ່າງການແຂ່ງຂັນ ໃນປະເທດກາຕ້າ ກ່ອນໜ້ານີ້.

FIFA ປະຕິເສດ

ໂດຍ ຈິອັນນີ ອິນຟານຕິໂນ ປະທານຂອງ FIFA ໄດ້ຖະແຫຼງຂ່າວເມື່ອວັນທີ 16 ທີ່ຜ່ານມານີ້ວ່າ “FIFA ພະຍາຍາມຮຽກຮ້ອງໃຫ້ທີມຕ່າງໆ ທີ່ເຂົ້າຮ່ວມການແຂ່ງຂັນ ຢຸດການສະແດງອອກທາງການເມືອງ ໂດຍຂໍໃຫ້ໃຊ້ສະມາທິໄປກັບການແຂ່ງຂັນເທົ່ານັ້ນ ເຮົາເປັນອົງກອນລະດັບໂລກ ແລະ ເຮົາຈະຕ້ອງບໍ່ເລືອກປະຕິບັດກັບໃຜເປັນກໍລະນີພິເສດ ເຮົາກຳລັງປົກປ້ອງສິດທິຂອງຄົນໃນການແຂ່ງຂັນບານໂລກ ມີແຟນບານນັບ 1.000 ລ້ານຄົນທີ່ລໍຖ້າຮັບຊົມຜ່ານໂທລະພາບ ທຸກຄົນມີບັນຫາຂອງຕົນເອງ ແລະ ພວກເຂົາພຽງຕ້ອງການເບິ່ງເກມການແຂ່ງຂັນຕະຫຼອດ 90 ນາທີ ຫຼື 120 ນາທີ ຢ່າງເພີດເພີນ ໂດຍທີ່ບໍ່ຕ້ອງຄິດຫຍັງ”

ຢ່າງໃດກໍຕາມ ທີ່ຜ່ານມາ ເຊເລນສະກີ ມັກຈະໃຊ້ວິດີໂອຄຳປາໄສຂອງຕົນເອງແບບນີ້ ໃນການສື່ສານກັບຄົນທົ່ວໂລກ ແລະ ຮຽກຮ້ອງສັນຕິພາບໃຫ້ເກີດແກ່ປະເທດຢູເຄຣນ ຫຼັງມີຂໍ້ຂັດແຍ້ງກັບ ຣັດເຊຍ ນັບແຕ່ເດືອນກຸມພາເມື່ອຕົ້ນປີ. ໂດຍວິດີໂອລັກສະນະແບບນີ້ ເຄີຍຖືກນຳໄປເປີດໃນເວທີ ຫຼື ງານລະດັບໂລກຕ່າງໆມາແລ້ວ ເຊັ່ນ: ງານປະກາດຮາງວັນເພງ ແກຣມມີ ອະວອດ, ການປະຊຸມຜູ້ນຳ G20 ຫຼື ເທສະການຮູບເງົາທີ່ປະເທດຝຣັ່ງນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/