FIFA 23

ໃນໄລຍະ 1 ອາທິດທີ່ຜ່ານມາ EA Sports ໄດ້ເປີດຕົວເກມເຕະບານອັນດັບ 1 ພາກໃໝ່ອອກມາຢ່າງ FIFA 23 ເຊິ່ງຈະເປັນພາກສຸດທ້າຍຂອງການຮ່ວມມືກັນລະຫວ່າງ EA Sports ແລະ FIFA. ແຕ່ໃນຂະນະທີ່ເກມກຳລັງເປີດໃຫ້ຜູ້ຫຼິ້ນເຂົ້າມາຈັບຈອງນັ້ນ ກໍໄດ້ມີການປ່ອຍພາບລາຄາຂອງເກມ FIFA 23 ໃນຮ້ານຄ້າ Epic Games Store ຂອງອິນເດຍອອກມາ ຈົນເຮັດໃຫ້ຫຼາຍຄົນຕົກໃຈກັບລາຄາ ເພາະມັນແຕກຕ່າງກັນຫຼາຍ.

 FIFA 23

ໂດຍໃນພາບດັ່ງກ່າວສະແດງໃຫ້ເຫັນເຖິງເກມ FIFA 23: Ultimate Edition ທີ່ວາງຂາຍໃນ Epic Games Store ຂອງອິນເດຍ ໃນລາຄາພຽງ 4.48 ຣູປີ ຫຼື ເປັນເງິນກີບຕົກຢູ່ທີ່ປະມານ 845 ກີບ ທັ້ງໆທີ່ລາຄາແທ້ໆ ຄວນຈະຖືກຕັ້ງໄວ້ຢູ່ທີ່ 4,800 ຣູປີ ຫຼືປະມານ 905,996 ກີບ ເຊິ່ງມັນໄດ້ສ້າງຄວາມມຶນງົງໃຫ້ກັບແຟນໆ FIFA.

 FIFA 23

ແຕ່ໃນລາຍງານຍັງບໍ່ມີໃຜອອກມາສະແດງຕົວວ່າໄດ້ຊື້ FIFA ໃນລາຄາສຸດພິເສດນີ້ໄປແລ້ວ ເຊິ່ງໃນລາຍງານລະບຸເພີ່ມຕື່ມວ່າ ຄວາມຜິດພາດດັ່ງກ່າວໄດ້ຖືກແກ້ໄຂໃຫ້ກັບມາເປັນລາຄາ 4,800 ຣູປີ ຕາມປົກກະຕິ ແລ້ວ.

ສຳລັບ FIFA 23 ຈະເປີດຕົວເຕັມໃຫ້ທຸກຄົນໂຫຼດມາຫຼິ້ນກັນແທ້ໆ ໃນວັນທີ 30 ກັນຍາ 2022 ແລະ ຈະປ່ອຍກ່ອນ 3 ມື້ ສຳລັບຄົນທີ່ຈອງໄວ້ ເຊິ່ງແມ່ນວັນທີ 27 ກັນຍາ 2022.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply