DJ ສ່ວນຕົວ! Spotify ນຳກະແສ ເປີດຕົວ New AI DJ ທີ່ຈະມາເປັນ DJ ສ່ວນຕົວ ເປີດເພງໃຫ້ເຮົາຄົນດຽວ

DJ ສ່ວນຕົວ

ໃນປີ 2023 ນີ້ສິ່ງທີ່ມາແຮງທີ່ສຸດໃນວົງການເທັກໂນໂລຢີ ກໍຄົງຈະໜີບໍ່ພົ້ນ ເທັກໂນໂລຢີ ປັນຍາປະດິດ ຫຼື AI ທີ່ກໍາລັງຈະເຂົ້າໄປມີສ່ວນຮ່ວມ ແລະ ມີບົດບາດກັບທຸກໆວົງການ ແລະ ຫຼ້າສຸດ Spotify ຜູ້ໃຫ້ບໍລິການ ສະຕຣີມມິງ ເພງລະດັບໂລກ ກໍໄດ້ເຂົ້າຮ່ວມກະແສ AI ເຊັ່ນດຽວກັນ ໂດຍການເປີດຕົວ New AI DJ ທີ່ຈະໃຊ້ AI ໃນການສ້າງສຽງເວົ້າ ໂອ້ລົມກັບເຮົາ ແນະນໍາເພງທີ່ເຮົາອາດສົນໃຈ ແລະ ອື່ນໆ ອາລົມຄ້າຍຄືກັບລາຍການວິທະຍຸທີ່ຈັດດ້ວຍ AI.

ຖ້າໃຜໄດ້ລອງໃຊ້ Spotify ກໍຄົງຈະເຫັນວ່າ ຈຸດເດັ່ນຂອງ Spotify ກໍຄື ການປັບແຕ່ງສ່ວນຕົວ ຫຼື personalization ເຊິ່ງເປັນການປັບແຕ່ງລາຍການເພງຕ່າງໆສໍາລັບຜູ້ໃຊ້ສະເພາະ, ບໍ່ວ່າຈະເປັນລາຍການຫຼິ້ນ ຫຼື ການເລືອກເພງທີ່ຜູ້ໃຊ້ຟັງເລື້ອຍໆ ມາເພື່ອສ້າງລາຍການຫຼິ້ນໃຫ້ຜູ້ໃຊ້ໄດ້ຟັງ ແລະ ລະນຶກເຖິງໃນທ້າຍປີຂອງທຸກໆປີ.

DJ ສ່ວນຕົວ

     ແຕ່ເທັກໂນໂລຢີ New AI DJ ຈະລວມທັງການມາສ້າງລາຍການຫຼິ້ນ ແລະ ການສົນທະນາກັບຜູ້ຟັງ ເຊັ່ນການມີ DJ ສົນທະນາກັບຜູ້ໃຊ້ຄົນນັ້ນພຽງຄົນດຽວ, ການນໍາໃຊ້ເທັກໂນໂລຢີຂອງ Spotify ສໍາລັບການແນະນໍາເພງໃຫ້ກັບຜູ້ໃຊ້ ແລະ ເທັກໂນໂລຢີການສ້າງສຽງທີ່ຂັບເຄື່ອນດ້ວຍ AI ຈາກ Sonantic ເຊິ່ງເປັນບໍລິສັດ ທີ່ເຮັດ AI Voice Platform ທີ່ສາມາດແປງຂໍ້ຄວາມເປັນສຽງຂອງມະນຸດໄດ້ ເຊິ່ງ Spotify ໄດ້ມາໃນກາງປີທີ່ຜ່ານມາ.

DJ ສ່ວນຕົວ

ສ່ວນສຽງຕົ້ນແບບທີ່ຈະນຳມໃຊ້ເພື່ອສ້າງສຽງ DJ ທີ່ເປັນເອກະລັກສໍາລັບຜູ້ໃຊ້ທຸກຄົນໃນເບື້ອງຕົ້ນຈະເປັນສຽງຂອງ Xavier “X” Jernigan, ພິທີກອນ ແລະ ສຽງຜູ້ຢູ່ເບື້ອງຫຼັງລາຍການຕ່າງໆຂອງ Spotify.

DJ ສ່ວນຕົວ

ໂດຍຄວາມສາມາດ New DJ ນີ້ສາມາດໃຊ້ໄດ້ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ສຳລັບສະມາຊິກ Spotify Premium ໃນສະຫະລັດ ອາເມຣິກາ ແລະ ແຄນາດາ. ມັນຈະສາມາດເຂົ້າເຖິງໄດ້ຈາກຟີດເພງໃນແອັບ Spotify ໃນໂທລະສັບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/