Counter-Strike 2 ມາແທ້! Valve ເປີດຕົວໂລໂກ້ CS2 ໃໝ່ ຄາດເປີດຕົວເກມໃຫ້ທົດລອງຫຼິ້ນໄວໆນີ້ຕາມຂ່າວລື


ຢ້ອນກັບໄປເມື່ອຕົ້ນເດືອນມີນາທີ່ຜ່ານມາ ໄດ້ມີຂ່າວລືໜາຫູອອກມາຈາກຫຼາຍຝ່າຍວ່າ ເກມແນວ FPS ຊື່ດັງຢ່າງ Counter-Strike: Global Offensive ຫຼື CS:GO ກໍາລັງວາງແຜນທີ່ຈະປ່ອຍເກມໃໝ່ອອກມາ ໃນຊື່ຂອງ CS2 ຫຼື ວ່າເກມພາກຕໍ່ຈາກ CS:GO ນັ້ນເອງ.

ຫຼ້າສຸດ ບັນຊີ Twitter ຢ່າງເປັນທາງການຂອງ CS:GO ແລະ Valve ບໍລິສັດຜູ້ພັດທະນາເກມນີ້ ໄດ້ອອກມາເຜີຍພາບສັນຍະລັກໃໝ່ ຫຼື ໂລໂກ້ໃໝ່ຂອງເກມອອກມາໂດຍໃສ່ຊື່ວ່າ CS2 ຫຼັງຜູ້ພັດທະນາເກມຢ່າງ Vale ປ່ອຍໃຫ້ເກມນີ້ ຢູ່ກັບແຟນໆມາເປັນເວລາຫຼາຍປີ ແລະ ຄາດການວ່າ ເກມຕົວໃໝ່ນີ້ ຈະເປີດຕົວ ແລະ ໃຫ້ທົດລອງຫຼິ້ນໃນໄວໆນີ້.

ການເຄື່ອນໄຫວຄັ້ງນີ້ ເຮັດໃຫ້ແຟນໆເກມແນວ First Person Shooting Game ຫຼື FPS  ນັ້ນຕື່ນເຕັ້ນກັນແບບນັ່ງບໍ່ຕິດ ທີ່ຈະໄດ້ເຫັນເກມໃນຕຳນານນີ້ ມີພາກໃໝ່ຈັກເທື່ອໜຶ່ງ ແລະ ຂ່າວດັງກ່າວຍິ່ງຮືຮາຂຶ້ນໄປອີກເມື່ອໜຶ່ງໃນຜູ້ຫຼິ້ນລະດັບອາຊີບຂອງເກມນີ້ຢ່າງ Oleksandr “s1mple” Kostyljev ສັງກັດທີມ Natus Vincere ໄດ້ອອກມາຢືນຢັນວ່າ ຂ່າວ CS2 ນັ້ນເປັນຂອງແທ້ ແຖມຍັງຈະມ່ວນກວ່າ Valorant ເກມ FPS ຄູ່ແຂ່ງອີກນຳ.

ແຕ່ຢ່າງໃດກໍຕາມ ບໍ່ວ່າຈະເປັນທາ Valve ຫຼື Counter-Strike ຍັງບໍ່ທັນໄດ້ມີການຢືນຢັນຢ່າງຊັດເຈນ ກ່ຽວກັບຂໍ້ມູນຂອງເກມພາກໃໝ່ນີ້ ຫຼື ກຳນົດວັນທີ ທີ່ຈະວາງຈຳໜ່າຍເກມນີ້ ເມື່ອໃດ. ສະນັ້ນ ເຮົາກໍຍັງຕ້ອງຕິດຕາມກັນຕໍ່ໄປ ວ່າເຮົາຈະໄດ້ເຫັນ ແລະ ທົດລອງຫຼິ້ນເກມໃນຕຳນານ ພາກໃໝ່ນີ້ ໃນມື້ໃດກັນແທ້.

ເກມ Counter-Strike ເປັນເກມຍິງກັນຂອງ 2 ຝ່າຍກໍຄື ຝ່າຍຕຳຫຼວດ ແລະ ໂຈນ ທີ່ມາໃນມຸມມອງຂອງບຸກຄົນທີ 1​ ເຊິ່ງເປັນອີກໜຶ່ງເກມທີ່ໄດ້ຮັບຄວາມນິຍົມເປັນຢ່າງສູງ ໃນກຸ່ມຄົນທີ່ມັກຫຼິ້ນເກມແນວນີ້. Counter-Strike ຖືກວາງຈໍາໜ່າຍເປັນຄັ້ງທໍາອິດ ໃນປີ 1999 ແລະ ໄດ້ຮັບຄວາມນິຍົມເປັນຢ່າງສູງໃນຊຸມປີ 2000 ຈົນໄດ້ມີການປ່ອຍພາກເສີມອອກມາຫຼາຍພາກ.

 Counter-Strike ໄດ້ກັບມາໂດ່ງດັງ ແລະ ເປັນທີ່ເວົ້າເຖິງກັນອີກເທື່ອໜຶ່ງ ໃນຊື່ຂອງ Counter-Strike: Global Offensive ທີ່ວາງຈໍາໜ່າຍຜ່ານຮ້ານຄ້າ Steam ໃນຮູບບແບບຂອງເກມອອນລາຍຢ່າງເຕັມຕົວ ໃນປີ 2012.

ຂອບໃຈຂໍ້ມູນຈາກ:​

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/