“Coldplay X BTS – My Universe” ເພງທີ່ແປກໃໝ່ ຈາກສິລະປິນ 2 ວົງທີ່ຢູ່ຄົນລະຝາກຝັ່ງ


Coldplay ສິລະປິນ Alternative Rock ຈາກອັງກິດ ແລະ BTS ວົງ Boyband ລະດັບໂລກຈາກເກົາຫຼີ ເປັນການຮ່ວມມືທີ່ບໍ່ຄ່ອຍໄດ້ມີໂອກາດເຫັນຫຼາຍໃນວົງການເພງ, ເກີດເປັນຜົນງານເພງ My Universe ທີ່ປະສົມປະສານລະຫວ່າງສິລະປິນຈາກ 2 ຝັ່ງໂລກ ແລະ ມີແນວເພງທີ່ແຕກຕ່າງກັນ.

My Universe ເປັນອີກໜຶ່ງເພງທີ່ມີເນື້ອຫາສະແດງເຖິງ ຄວາມຮັກອັນຍິ່ງໃຫຍ່ ຂອງຜູ້ຄົນທີ່ມີໃຫ້ກັນ ປຽບທຽບໄດ້ກໍເໝືອນກັບຈັກກະວານ ແລະ ໂລກທີ່ກວ້າງໃຫຍ່ທີ່ຮວມຢູ່ນຳກັນ.

ຄວາມພິເສດອີກຢ່າງກໍຄື ໃນເນື້ອເພງກໍນຳໃຊ້ທັງພາສາອັງກິດ ແລະ ພາສາເກົາຫຼີໂດຍປະສານເຂົ້າກັນຢ່າງລົງຕົວ ແລະ ແຝງໄວ້ດ້ວຍເນື້ອຫາທີ່ເລິກເຊິ່ງ ແລະ ຍິ່ງໃຫຍ່.

ສາມາດຟັງເພງ ແລະ ເບິ່ງ MV “Coldplay X BTS – My Universe”

YouTube : http://shorturl.at/kuBSZ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/