Coinbase ທົດລອງໃຊ້ ChatGPT ເປັນ AI ຜູ້ຊ່ວຍ ເພື່ອປະເມີນຄວາມສ່ຽງຂອງ Crypto ກ່ອນທີ່ຈະເພີ່ມລາຍຊື່ເຂົ້າໃນກະດານເທຣດ


Crypto exchange Coinbase ໄດ້ທົດສອບ ChatGPT ຂອງ OpenAI ເພື່ອເປັນເຄື່ອງມືກວດສອບ token ເເລ້ວນຳຜົນກວດສອບຂອງ AI ມາປຽບທຽບກັບຂັ້ນຕອນການກວດສອບຕາມມາດຕະຖານຂອງຄວາມປອດໄພ, ໂດຍຜົນປາກົດວ່າ “ຫຼາຍກວ່າເຄິ່ງໜຶ່ງ” ຂອງຜົນກວດສອບແພລັດຟອມ AI ນັ້ນຄືກັບມາດຕະຖານການກວດສອບຕາມຂັ້ນຕອນຂອງເວັບເທຣດ. ເຖິງເເມ່ນວ່າຜົນການກວດສອບຂອງ ChatGPT ຈະບໍ່ພຽງພໍທີ່ຈະຖືກລວມເຂົ້າໃນຂະບວນການກວດສອບສິນຊັບໃນທັນທີ, ເເຕ່ກໍມັນສະແດງໃຫ້ເຫັນເຖິງສັກກະຍະພາບ ທີ່ສົມຄວນໄດ້ຮັບການກວດສອບເພີ່ມຕື່ມອີກ.

ໂດຍ ChatGPT ນັ້ນໄດ້ອະນຸມັດໂທເຄັນທີ່ມີຄວາມສ່ຽງສູງພຽງ 5 ລາຍການ, ໃນຂະນະທີ່ Coinbase ອາດມີການຄວບຄຸມໂທເຄັນເຫຼົ່ານັ້ນ. ໂດຍການກວດສອບໃນຄັ້ງນີ້ເປັນພຽງສ່ວນໜື່ງໃນເເຜນຂອງ Coinbase ສຳລັບການຊອກຫາວິທີການທີ່ມີປະສິດທິພາບພຽງພໍໃນການກວດສອບໂທເຄັນຮູບເເບບໃໝ່ ກ່ອນທີ່ຈະຕັດສິນໃຈເພີ່ມລາຍຊື່ສິນຊັບລົງໃນກະດານເທຣດ.

Coinbase ຊີ້ໃຫ້ເຫັນວ່າ ທີມງານ Blockchain Security ໃຊ້ເຄື່ອງມືທີ່ພັດທະນາຂຶ້ນໃນອົງກອນ ເພື່ອຊ່ວຍວິສະວະກອນດ້ານຄວາມປອດໄພໃນການກວດສອບ smart contract “ERC20/721” ເເລະ ອະທິບາຍຄວາມຄິດລິເລິ່ມຂອງການນຳເອົາ AI ມາປັບໃຊ້ ໂດຍກ່າວວ່າ:

“ດ້ວຍການປາກົດຕົວຂອງ ChatGPT ໂດຍ OpenAI ແລະ ຄວາມສາມາດໃນການກວດຈັບຊ່ອງໂຫວ່ດ້ານຄວາມປອດໄພ, ພວກເຮົາຕ້ອງການທີ່ຈະທົດສອບວິທີການເຮັດວຽກນີ້ວ່າມັນເຮັດວຽກໄດ້ມີປະສິດທິພາບພຽງໃດ ໃນຖານະທີ່ເປັນເຄື່ອງມືແຖວໜ້າທີ່ນໍາໃຊ້ໃນວົງກວ້າງ ແທນທີ່ຈະເປັນພຽງ code reviewer ຢ່າງດຽວ”

ນອກຈາກການກວດຈັບຊ່ອງໂຫວ່ດ້ານຄວາມປອດໄພ, Coinbase ຍັງພົບວ່າ ChatGPT ສາມາດຖືກນໍາໃຊ້ເປັນເຄື່ອງມື AI ເພື່ອເພີ່ມປະສິດທິພາບຂອງ Code ໄດ້ອີກດ້ວຍ.

ຢ່າງໃດກໍຕາມ, Coinbase ສຸດທ້າຍໄດ້ຢືນຢັນວ່າ ChatGPT ຕ້ອງໄດ້ຮັບການສອນວິທີການກໍານົດຄວາມສ່ຽງຕາມມາດຕະຖານການກວດສອບຄວາມປອດໄພຂອງເເພລັດຟອມຂອງຕົນເອງ.

“ໃນປັດຈຸບັນ, ພວກເຮົາບໍ່ສາມາດເພິ່ງພາ AI ພຽງແຕ່ຢ່າງດຽວໃນການກວດສອບຄວາມປອດໄພ” Coinbase ກ່າວສະຫຼຸບ ເເລະ ຊີ້ໃຫ້ເຫັນວ່າວິສະວະກອນອາດຈະສາມາດໃຊ້ປະໂຫຍດຈາກ AI ໃນການກວດສອບເພີ່ມຕື່ມເພື່ອກໍານົດຄວາມສ່ຽງທີ່ອາດຈະກວດສອບບໍ່ພົບໃນອະນາຄົດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/