Apple ຈົດສິດທິບັດໜ້າຈໍພັບໄດ້ ມີຈຸດເດັ່ນທີ່ໜ້າຈໍພັບໄດ້ເອງເມື່ອເຮັດໂທລະສັບຕົກ ເພື່ອປ້ອງກັນໜ້າຈໍເສຍຫາຍ


ໃນໄລຍະປີທີ່ຜ່ານມາ ໂທລະສັບມືຖື ທີ່ສາມາດພັບຈໍໄດ້ນັ້ນຖືວ່າໄດ້ຮັບຄວາມນິຍົມເປັນຢ່າງສູງ ແລະ ຫຼາຍບໍລິສັດທີ່ຜະລິດໂທລະສັບກໍພາກັນພັດທະນາ ແລະ ຜະລິດອອກມາວາງຈຳໜ່າຍຢ່າງຫຼວງຫຼາຍ ແລະ ຫຼ້າສຸດ Apple ບໍລິສັດຜູ້ຜະລິດ iPhone ກໍເບິ່ງຄືວ່າຈະໂດດເຂົ້າມາຮ່ວມກັບລົດໄຟຂະບວນນີ້ນຳ.

ແຕ່ແນ່ນອນ ຂຶ້ນຊື່ວ່າ Apple ນັ້ນ ແມ່ນຕ້ອງມີແນວທາງທີ່ແຕກຕ່າງ ເຖິງແມ່ນວ່າ ຮູບແບບ ແລະ ຄວາມສາມາດຫຼັກຕ່າງໆ ຈະມີມາກ່ອນແລ້ວໃນບໍສັດອື່ນໆກໍຕາມ. ໂດຍ Apple ໄດ້ຈົດສິດທິບັດ iPhone ຮຸ່ນໜ້າຈໍພັບໄດ້ ແຕ່ເປັນໜ້າຈໍພັບໄດ້ທີ່ແຕກຕ່າງຈາກບໍລິສັດອື່ນໆ ທີ່ເຄີຍເຮັດມາ ນັ້ນຄື ຈະມີກົນໄກພິເສດທີ່ສາມາດພັບໜ້າຈໍໄດ້ເອງ ເມື່ອກວດຈັບພົບແຮງກະທົບ ຫຼື ກວດຈັບໄດ້ວ່າ ມືຖືເຄື່ອງນີ້ກຳລັງຕົກຈາກບ່ອນສູງ.

ແຕ່ຢ່າງໃດກໍຕາມ ຖ້າວ່າ iPhone ຮຸ່ນພັບຈໍໄດ້ນີ້ ຕົກຈາກບ່ອນທີ່ບໍ່ສູງປານໃດ ກໍຈະເຮັດໃຫ້ກົນໄກບໍ່ສາມາດພັບໜ້າຈໍໄດ້ຢ່າງສົມບູນ ກ່ອນທີ່ຕົວເຄື່ອງຈະຕົກຮອດພື້ນ. ແຕ່ Apple ກໍລະບຸວ່າ: ​ເຖິງແມ່ນວ່າກົນໄກຈະບໍ່ສາມາດພັບໜ້າຈໍໄດ້ຢ່າງສົມບູນທັນທີ ແຕ່ກໍຈະຊ່ວຍໃຫ້ໜ້າຈໍບໍ່ຖືກກະທົບໂດຍກົງ ເພາະຂອບຂອງຕົວເຄື່ອງຈະເປັນສ່ວນທີ່ຮັບແຮງກະທົບໄປແທນ.

ເຖິງແມ່ນວ່າ Apple ຈະເຮັດການຈົດສິດທິບັດເປັນທີ່ຮຽບຮ້ອຍແລ້ວ ແຕ່ກໍຍັງບໍ່ມີລາຍງານຢ່າງລະອຽດວ່າ iPhone ຮຸ່ນພັບຈໍໄດ້ນີ້ ຈະເຮັດການເປີດຕົວຢ່າງເປັນທາງການ ໃນຊື່ຮຸ່ນວ່າແນວໃດ ແລະ ຈະມີການຈຳໜ່າຍແທ້ນັ້ນໃນມື້ໃດ.

ຢ້ອນກັບໄປກ່ອນໜ້ານີ້ ກໍມີລາຍງານມາຕະຫຼອດວ່າ Apple ນັ້ນ ໄດ້ເຮັດການພັດທະນາເທັກໂນໂລຢີ ໜ້າຈໍພັບໄດ້ນີ້ ມາເປັນໄລຍະໜຶ່ງແລ້ວ ແລະ ຫຼາຍຝ່າຍກໍຄາດກັນວ່າ ຖ້າຫາກ iPhone ໜ້າຈໍພັບໄດ້ ນີ້ອອກມາຂາຍໃນຕະຫຼາດແທ້ ລາຄາຂອງມັນກໍຈະສູງກວ່າປົກກະຕິຢ່າງແນ່ນອນ ໂດຍນັກວິເຄາະຄາດວ່າໜ້າຈະສູງກວ່າ iPone ຮຸ່ນປົກກະຕິທີ່ຂາຍກັນໃນຕະຫຼາດ ຫຼາຍເທົ່າ.

ສຳລັບຕະຫຼາດ ໂທລະສັບ ໜ້າຈໍພັບໄດ້ ໃນປີ 2022 ທີ່ຜ່ານມາ ແມ່ນມີຍອດຂາຍລວມກັນທັງໝົດ 12,9 ລ້ານເຄື່ອງ ເຊິ່ງຜູ້ນຳໃນຕະຫຼາດນີ້ກໍຄື Samsung ຜູ້ນຳດ້ານໂທລະສັບມືຖື ຈາກ ເກົາຫຼີໃຕ້ ໂດຍມີສ່ວນແບ່ງຂອງຕະຫຼາດນີ້ໄປເຖິງ 83%. ໂດຍ ໂທລະສັບ ພັບໜ້າຈໍໄດ້ ຂອງ Samsung ແມ່ນມີ 2 ຮຸ່ນຫຼັກໆ ກໍຄື Samsung Galaxy  Z Flip ແລະ Samsung Galaxy Z Flod.

ແຕ່ຢ່າງໃດກໍຕາມຍອດຂາຍໂທລະສັບໜ້າຈໍພັບໄດ້ລະດັບ 10 ກວ່າລ້ານໜ່ວຍນັ້ນຍັງຖືວ່າໜ້ອຍຫຼາຍເມື່ອທຽບໃສ່ຕະຫຼາດໂທລະສັບມືຖືທົ່ວໄປ ເພາະໃນປີທີ່ຜ່ານມາ ໂທລະສັບມືຖືທົ່ວໂລກແມ່ນມີຍອດຂາຍລວມກັນທັງໝົດປະມານ 1.193 ລ້ານເຄື່ອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/