14 ມັງກອນ ວັນວ່າວສາກົນ


ວັນວ່າວສາກົນ ຫຼື International Kite Day ຖືກຈັດຂຶ້ນເທື່ອທຳອິດ 30 ກວ່າປີມາແລ້ວທີ່ປະເທດອິນເດຍ ໂດຍມີຈຸດເລີ່ມຕົ້ນມາຈາກເທສະການ Makara Sankranti ທີ່ຜູ້ຄົນໄດ້ສືບທອດປະເພນີການຫຼິ້ນວ່າວມາເປັນເວລາດົນນານ ແຖມວັນດັ່ງກ່າວຍັງກົງກັບວັນອຸດຕະຣາຍັນ ຂອງຊາວຮິນດູ ເຊິ່ງເປັນມື້ປ່ຽນຜ່ານຈາກລະດູໜາວໄປສູ່ລະດູຮ້ອນອີກດ້ວຍ.
ສຳລັບປະເພນີການຫຼິ້ນວ່າວ ແມ່ນມີຢູ່ທົ່ວທຸກມຸມໂລກ ມາແຕ່ວະໄໝກ່ອນ ນິຍົມຫຼາຍໃນ ຈີນ, ຍີ່ປຸ່ນ, ອິນເດຍ, ປະເທດເອເຊຍຕາເວັນອອກສຽງໃຕ້, ນິວຊີແລນ, ອາເມຣິກາໃຕ້ ແລະ ຢູໂຣບ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/