ໜຶ່ງດຽວໃນເອເຊຍທີ່ຕິດ Top 10! ສິງກະໂປຕິດອັນດັບ 5 ການສໍ້ລາດບັງຫຼວງໜ້ອຍທີ່ສຸດໃນໂລກ

ໜຶ່ງດຽວໃນເອເຊຍທີ່ຕິດ Top

ສິງກະໂປ ເປັນປະເທດໜຶ່ງທີ່ມີຄວາມຈະເລີນສີວິໄລທຸກດ້ານ ບ້ານເມືອງສະອາດງາມຕາ ການໄປມາກໍມີຄວາມສະດວກສະບາຍ. ເມື່ອບໍ່ດົນມານີ້ ກໍມີການຈັດອັນດັບ ປະເທດທີ່ມີການສໍ້ລາດບັງຫຼວງໜ້ອຍທີ່ສຸດ ໃນປີ 2022 ເຊິ່ງປະເທດສິງກະໂປກໍເປັນໜຶ່ງປະເທດໃນໂລກ ທີ່ມີການສໍ້ລາດບັງຫຼວງໜ້ອຍທີ່ສຸດ ຕິດອັນດັບ 5 ຂອງໂລກ ຕາມດັດຊະນີການຮັບຮູ້ການຄໍຣັບຊັ່ນ (CPI) ຂອງອົງກອນຕໍ່ຕ້ານການທຸລະຈິດ ເພື່ອຄວາມໂປ່ງໃສນານາຊາດ ໃນຂະນະທີ່ອັນດັບ 1-4 ໄດ້ແກ່ ປະເທດເດັນໝາກ, ຟິນແລນ, ນິວຊີແລນ ແລະ ນໍເວ ຕາມລຳດັບ.

ໜຶ່ງດຽວໃນເອເຊຍທີ່ຕິດ Top

ພິເສດສິງກະໂປໄດ້ເປັນຕົວແທນອາຊຽນອີກດ້ວຍ ເນື່ອງຈາກວ່າເປັນປະເທດອາຊຽນປະເທດດຽວທີ່ຕິດໜຶ່ງໃນສິບອັນດັບທຳອິດ. ຜ່ານມາ ສິງກະໂປ ຈະຕິດອັນດັບຕົ້ນໆຕິດຕໍ່ກັນເປັນເວລາຫຼາຍປີ ເຊັ່ນ: ຕິດອັນດັບທີ 3 ໃນປີ 2018 ແລະ 2020, ອັນດັບ 4 ໃນປີີ 2019 ແລະ 2021 ເປັນຕົ້ນ, ອັນດັບ 5 ປີ 2022 ຖືໄດ້ວ່າເປັນປະຫວັດສາດໃນຮອບ 5 ປີ ທີ່ປະເທດ ສິງກະໂປ ຕິດອັນດັບຕ່ຳສຸດ.

ການຈັດອັນດັບແມ່ນມີ 180 ປະເທດດ້ວຍກັນໃນດິນແດນທົ່ວໂລກ ເຊິ່ງຈັດອັນດັບຕາມລະດັບການຮັບຮູ້ການສໍ້ລາດບັງຫຼວງຂອງພາກລັດ ໂດຍໃຫ້ຄະແນນຕັ້ງແຕ່ 0 ເຖິງ 100 ໂດຍມີຄວາມໂປ່ງໃສຢ່າງແທ້ຈິງ. ໃນຂະນະທີ່ໜ່ວຍງານປ້ອງກັນ ແລະ ປາບປາມ ການສໍ້ລາດບັງຫຼວງຂອງປະເທດສິງກະໂປ (CPIB) ໄດ້ເປີດເຜີຍວ່າ ສະຖານະການສໍ້ລາດບັງຫຼວງຍັງຄວບຄຸມໄດ້ ແລະ ການສໍ້ລາດບັງຫຼວງໃນປີ 2022 ຍັງຢູ່ໃນລະດັບທີ່ຕໍ່າ ນັ້ນສະແດງໃຫ້ເຫັນວ່າ ສິງກະໂປ ຍັງມີການສໍ້ລາດບັງຫຼວງທີ່ຕ່ຳສຸດໃນອາຊຽນ.

ໜຶ່ງດຽວໃນເອເຊຍທີ່ຕິດ Top

ປະເທດສິງກະໂປ ເວລາທີ່ມີພະນັກງານສໍ້ລາດບັງຫຼວງ ໂດຍສະເພາະພະນັກງານພັກ-ລັດ ແມ່ນຈະລົງໂທດຢ່າງໜັກດ້ວຍເຫດ ແລະ ຜົນ. ນອກຈາກນີ້ ຍັງເປັນປະເທດທີ່ບໍ່ມີຄວາມອົດທົນຕໍ່ການສໍ້ລາດບັງຫຼວງ ຫຼື ເວົ້າງ່າຍໆ ກໍຄືບໍ່ມັກໃຫ້ມີການສໍ້ລາດບັງຫຼວງໃນປະເທດນັ້ນເອງ. ລາຍງານສະຖິຕິການສໍ້ລາດບັງຫຼວງປີ 2022 ລາຍງານວ່າ ຄະດີກ່ຽວກັບການສໍ້ລາດບັງຫຼວງກໍຍັງຢູ່ໃນລະດັບທີ່ຕ່ຳ ແລະ ມີການສຳຫຼວດໃນທຸກໆ 2 ປີ ພົບວ່າ ປະຊາຊົນສິງກະໂປ 96% ໃຫ້ຄະແນນຄວາມພະຍາຍາມໃນການຄວບຄຸມການສໍ້ລາດບັງຫຼວງຂອງປະເທດສິງກະໂປ.

ໜຶ່ງດຽວໃນເອເຊຍທີ່ຕິດ Top

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/