ໄວໜຸ່ມຊີ້ນດາດລະວັງ! ໂຣກຫູດັບ ທີ່ເກີດຈາກການຖືເບົາ ເວລາກິນດາດແລ້ວບໍ່ແຍກໄມ້ຄີບຖູ່ ລະຫວ່າງໝູດິບ ແລະ ໝູສຸກ

ໄວໜຸ່ມຊີ້ນດາດລະວັງ-ໂຣກຫຫູດັບ

ເຊື່ອວ່າໃນໄລຍະທີ່ອາກາດໜາວໆແບບນີ້ ຊີ້ນດາດ ຄົງຈະເປັນເມນູທີ່ຫຼາຍໆຄົນຄິດຢາກ ແລະ ຊວນກັນໄປກິນ ແຕ່ທຸກຄົນຮູ້ບໍ່ວ່າ ຖ້າບໍ່ລະມັດລະວັງໃນການກິນ ອາດສ່ຽງຕໍ່ການເກີດໂຣກຕ່າງໆໄດ້ ເຊັ່ນ: ໂຣກຫູດັບ ໂດຍສະເພາະ ຊີ້ນໝູ ທີ່ນອກຈາກຈະຕ້ອງກິນແບບປຸງສຸກແລ້ວ ໄມ້ຄິບຖູ່ທີ່ໃຊ້ຄີບຊີ້ນໝູສຸກ ແລະ ຊີ້ນໝູດິບກໍຕ້ອງໄດ້ມີການແຍກກັນຢ່າງຊັດເຈນ ແລະ ລະມັດລະວັງເຊັ່ນດຽວກັນ.

ໄວໜຸ່ມຊີ້ນດາດລະວັງ-ໂຣກຫຫູດັບ

ໂດຍໜຶ່ງໃນສາເຫດທີ່ຫຼາຍຄົນມັກເປັນພະຍາດນີ້ ກໍຍ້ອນວ່າຄວາມຖືເບົາ ໃຊ້ໄມ້ຄີບຖູ່ທີ່ຄີບໝູດິບ ໃສ່ໝໍ້ດາດ ແລ້ວໃຊ້ໄມ້ຄີບຖູ່ໄມ້ດຽວກັນນັ້ນ ທີ່ມີທັງຄາບເລືອດ ແລະ ແບັກທີເຣຍທີ່ມາຈາກຊີ້ນດິບຕິດຢູ່ ມາຄີບໝູສຸກທີ່ຢູ່ໃນໝໍ້ ແລ້ວເອົາມາກິນ.

ເຊິ່ງໂຣກ “ຫູດັບ” ເປັນພະຍາດທີ່ເກີດຈາກການຕິດເຊື້ອ ແບັກທີເຣຍ ຊະນິດໜຶ່ງ ທີ່ຊື່ວ່າ Streptococcus ທີ່ມານໍາເຄື່ອງໃນໝູ, ເລືອດໝູ, ຊີ້ນໝູທີ່ບໍ່ຜ່ານການປຸງສຸກ ເຊິ່ງຜູ້ເປັນພະຍາດນີ້ຈະມີອາການ ໄຂ້, ສັ່ນ, ປວດເມື່ອຍຕາມຕົວ, ເຈັບຫົວຮຸນແຮງ, ປວດຕາມກ້າມຊີ້ນ, ຖ່າຍ, ຄໍແຂງ, ຮາກ, ຊ໊ອກ, ຫົວໃຈລົ້ມເຫຼວ ແລະ ເຖິງຂັ້ນເສຍຊີວິດໄດ້.

ທີ່ມາ: https://bit.ly/3PIRmEA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/