ໄຂຂໍ້ສົງໄສ! ໂຄວິດ-19 ປົວເຊົາແລ້ວ ເປັນອີກໄດ້ຫຼືບໍ່?


ໂຄວິດ-19 ຜູ້ທີ່ຕິດເຊື້ອແລ້ວສາມາດຕິດເຊື້ອອີກໄດ້ຫຼືບໍ່? ນີ້ອາດຈະເປັນຄຳຖາມທີ່ຫຼາຍຄົນອາດຈະກຳລັງສົງໄສຢູ່.

ການຕິດຕາມຂອງບຸກຄະລາກອນທາງການແພດຂອງລາຊະອານາຈັກອັງກິດ ໄດ້ປຽບທຽບກຸ່ມທີ່ຕິດເຊື້ອມາແລ້ວ ກັບ ຜູ້ທີ່ບໍ່ເຄີຍຕິດເຊື້ອມາກ່ອນເປັນໄລຍະເວລາ 7 ເດືອນ ຜົນວິໄຈພົບວ່າ ຜູ້ທີ່ຕິດເຊື້ອມາກ່ອນແລ້ວ ມີໂອກາດຈະຕິດເຊື້ອອີກຄັ້ງໜຶ່ງໜ້ອຍກວ່າຜູ້ທີ່ບໍ່ເຄີຍຕິດມາກ່ອນເຖິງ 84%.

ຈາກການວິໄຈດັ່ງກ່າວສາມາດສະແດງໃຫ້ເຫັນວ່າ ຜູ້ທີ່ເຄີຍຕິດເຊື້ອມາແລ້ວ ແມ່ນຈະມີປະສິດທິພາບໃນການປ້ອງກັນການຕິດເຊື້ອອີກຄັ້ງໜຶ່ງເຖິງ 84% ຫຼື ເວົ້າອີກແບບໜຶ່ງກໍຄື ຜູ້ທີ່ເຄີຍຕິດເຊື້ອແລ້ວ ພູມຕ້ານທານຈະຄຸ້ນເຄີຍກັບໄວຣັສ ຫຼືເປັນວັກຊີນໄປໃນຕົວກໍວ່າໄດ້ ແຕ່ກໍຍັງບໍ່ສາມາດຮັບປະກັນໄດ້ວ່າຈະບໍ່ເປັນເລີຍ100%.

ສະຫຼຸບຄຳຕອບກໍຄື, ຄົນທີ່ເຄີຍຕິດໂຄວິດ-19 ມາແລ້ວ ແມ່ນມີໂອກາດຈະສາມາດຕິດຄືນອີກໄດ້ ແຕ່ຈະມີເປີເຊັນທີ່ໜ້ອຍກວ່າຜູ້ທີ່ບໍ່ເຄີຍຕິດມາກ່ອນ. ຢ່າງໃດກໍຕາມ,​ ຜູ້ທີ່ຕິດເຊື້ອມາແລ້ວ ກໍແມ່ນຍັງຕ້ອງໄດ້ສັກວັກຊີນໃນການປ້ອງການພະຍາດນີ້ຢູ່ຄືກັນ ເພື່ອເປັນການປ້ອງກັນໃນໄລຍະຍາວ.

ທີ່ມາ:
https://bit.ly/3vjfimG
https://bit.ly/3xqN9vC

ພາບ: Uni Erfurt, WebMD

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/