ໃຜເກີດທັນ! ເອົານ້ຳກ້ອນປົນຂີ້ແກບ ສະໄໝກ່ອນຈະເຫັນເປັນປະຈຳເວລາໄປຊື້ນ້ຳກ້ອນ

ນ້ຳກ້ອນ

ສະໄໝກ່ອນ ເຮົາຈະຄຸ້ນເຄີຍກັບໂຮງງານນ້ຳກ້ອນ ຫຼື ເວລາເຮົາໄປຊື້ ນ້ຳກ້ອນ ເຮົາຈະເຫັນໃນໂຮງງານ ຫຼື ຮ້ານຄ້າ ເອົາຂີ້ແກບປົກຫຸ້ມນ້ຳກ້ອນ ຖ້າເຮົາຜ່ານເວລານັ້ນມາຖືວ່າອາຍຸຂອງເຮົາກໍຫຼາຍພໍສົມຄວນ. ເວລາເຫັນຮູບພາບກໍຈະຄິດເຫັນຄວາມຊົງຈຳໃນສະໄໝກ່ອນ ເລື່ອງລາວໃນອະດີດຕ່າງໆທີ່ເກີດຂຶ້ນ ແຕ່ໃນໄລຍະນັ້ນກໍເກີດຄຳຖາມຂຶ້ນຕ່າງໆນານາ ວ່າເປັນຫຍັງຈຶ່ງໄດ້ເອົາຂີ້ແກບໃສ່ນ້ຳກ້ອນ. ມື້ນີ້ເຮົາຈະນຳສະເໜີກ່ຽວກັບນ້ຳກ້ອນທີ່ເອົາຂີ້ແກບໃສ່ ວ່າມີຄຸນປະໂຫຍດຫຍັງ ແລະ ມີຄວາມເປັນມາແນວໃດ.

ນ້ຳກ້ອນ

ໂດຍຂີ້ແກບນັ້ນມີຄຸນສົມບັດຄ້າຍຄືກັບມ່ານກັນແດດທີ່ສາມາດປ້ອງກັນລົມ ແລະ ຄວາມຮ້ອນ ເພື່ອບໍ່ໃຫ້ມີການສຳຜັດກັບນ້ຳແຂງໂດຍກົງ ເຊິ່ງນັ້ນຈະຊ່ວຍເຮັດໃຫ້ນ້ຳແຂງລະລາຍໄດ້ຊ້າ.

ນ້ຳກ້ອນ

ຖ້າເວົ້າເຖິງເລື່ອງນ້ຳກ້ອນແລ້ວ ມີປະຫວັດຄວາມເປັນມາອັນຍາວນານ ເປັນທີ່ນິຍົມໃຊ້ກັນຢ່າງແຜ່ຫຼາຍໃນຍຸກສະໄໝກ່ອນຈົນຮອດປັດຈຸບັນ. ນອກຈາກນີ້ ຍັງມີຄຸນປະໂຫຍດຢ່າງຫຼວງຫຼາຍຕໍ່ການດຳລົງຊີວິດ ໂດຍສະເພາະການນຳໃຊ້ໃນການປຸງແຕ່ງອາຫານ ລວມໄປຮອດການນຳໃຊ້ໃນຮ່າງກາຍຂອງຄົນເຮົາອີກດ້ວຍ, ສາມາດເອົາມາເຮັດໃຫ້ນອນຫຼັບໄດ້ດີຂຶ້ນ, ບັນເທົາອາການປວດເມື່ອຍຕາມຮ່າງກາຍ, ບັນເທົາອາການວິນຫົວປວດຫົວ ແລະ ອາການເຈັບແຂ້ວ, ຊ່ວຍລະບົບຍ່ອຍອາຫານໄດ້ຢ່າງປະສິດທິພາບຫຼາຍຂຶ້ນ, ຮັກສາໂຣກຫຼອດຫົວໃຈ ແລະ ໂຣກທາງເດີນຫາຍໃຈ.

ນ້ຳກ້ອນ

ປະໂຫຍດທາງດ້ານຄວາມງາມ ຄືນຄວາມສົດຊື່ນແກ່ຕາ ສາວໆທີ່ນັ່ງຢູ່ໜ້າຈໍຄອມພິວເຕີ້ໝົດມື້ ຈະຕ້ອງເຄີຍຮູ້ສຶກວ່າ ເຈັບຕາ, ແຖມຍັງມີຮອຍດຳເກີດຕາມກ້ອງຕາມານຳອີກ ຖ້າຢາກໃຫ້ດວງຕາຜ່ອນຄາຍ ແມ່ນໃຫ້ເອົານ້ຳກ້ອນນ້ອຍໆ ວາງໃນບໍລິເວນຂອບຕາທີ່ສາວໆຮູ້ສຶກກ້າທີ່ຈະວາງ ພຽງເທົ່ານີ້ກໍເຮັດໃຫ້ຜ່ອນຄາຍຂຶ້ນອີກດ້ວຍ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply