ແຄນາດາ ອອກກົດໝາຍ ຫ້າມຄົນຕ່າງຊາດຊື້ເຮືອນ-ດິນ ພາຍໃນປະເທດ ເພື່ອແກ້ໄຂບັນຫາລາຄາທີ່ເພີ່ມສູງຂຶ້ນຂອງອະສັງຫາລິມະຊັບ

ແຄນາດາ ອອກກົດໝາຍ

ການທີ່ນັກລົງທຶນຕ່າງຊາດເຂົ້າມາຊື້ເຮືອນ ຫຼື ຊື້ດິນພາຍໃນປະເທດ ຖືເປັນອີກໜຶ່ງກຳລັງທີ່ກະຕຸ້ນໃຫ້ລາຄາທີ່ດິນ ໃນປະເທດນັ້ນໆ ເພີ່ມສູງຂຶ້ນຢ່າງກ້າວກະໂດດ ຈົນເປັນບັນຫາສະທ້ອນກັບມາກະທົບໃສ່ຄົນໃນປະເທດ.

ແຄນາດາ ອອກກົດໝາຍ

ດ້ວຍເຫດນັ້ນ ປະເທດແຄນາດາ ຈຶ່ງໄດ້ອອກກົດໝາຍສັ່ງຫ້າມຄົນຕ່າງຊາດ ຫຼື ນັກລົງທຶນຕ່າງຊາດເຂົ້າມາຊື້້ເຮືອນຊື້ດິນໃນແຄນາດາ ໃນຖານະການລົງທຶນ ເປັນເວລາ 2 ປີ ກໍຄືພາຍໃນປີ 2023 ແລະ 2024 ເພື່ອຫວັງແກ້ໄຂບັນຫາລາຄາໃນຕະຫຼາດອະສັງຫາລິມະຊັບ ທີ່ເພີ່ມສູງຂຶ້ນເກີນກວ່າຄ່າຄອງຊີບພາຍໃນປະເທດ.

ແຄນາດາ ອອກກົດໝາຍ

ກົດໝາຍດັ່ງກ່າວມີຊື່ວ່າ ‘Prohibition on the Purchase of Residential Property by Non-Canadians Act’ ກໍຄືຫ້າມຄົນທີ່ບໍ່ແມ່ນພົນລະເມືອງ ແຄນາດາ ຫຼື ຜູ້ທີ່ພັກເຊົາຖາວອນ ເຂົ້າມາຊື້ອະສັງຫາລິມະຊັບສຳລັບການຢູ່ອາໄສ ໂດຍຫາກຝ່າຝືນຈະຖືກປັບໃໝເປັນມູນຄ່າເງິນປະມານ 10.000 ໂດລາ ແຄນາດາ.

ແຄນາດາ ອອກກົດໝາຍ

ໂດຍຈຸດປະສົງຫຼັກໆກໍຄືແກ້ໄຂບັນຫາລາຄາໃນຕະຫຼາດອະສັງຫາລິມະຊັບ ທີ່ເພີ່ມສູງຂຶ້ນ ນອກຈາກນີ້ກໍເພື່ອພະຍາຍາມບໍ່ໃຫ້ຜູ້ຊື້ເບິ່ງວ່າເຮືອນ ເປັນສິນຄ້າ ແທນທີ່ຈະເບິ່ງວ່າເຮືອນເປັນທີ່ຢູ່ອາໄສ ແລະ ລ້ຽງດູຄອບຄົວ.

ປັດຈຸບັນລາຄາເຮືອນໂດຍສະເລ່ຍໃນແຄນາດາ ຈະມີລາຄາຢູ່ທີ່ປະມານ 777.200 ໂດລາແຄນາດາ ເຊິ່ງສູງກວ່າລາຍໄດ້ມາດຕະຖານຂອງຄອບຄົວໃນປະເທດ ຫຼັງຫັກພາສີ ປະມານ 11 ເທົ່າ. ນອກຈາກນີ້ ລາຄາເຮືອນໃນຕົວເມືອງຂອງແຄນາດາ ຍັງມີລາຄາທີ່ສູງເຖິງ 1 ລ້ານໂດລາແຄນາດາ ຕິດ 10 ອັນດັບ ເມືອງທີ່ມີລາຄາເຮືອນທີ່ສູງທີ່ສຸດອີກດ້ວຍ.

ແຕ່ຢ່າງໃດກໍຕາມ ກົດໝາຍດັ່ງກ່າວກໍຍັງມີຂໍ້ຍົກເວັ້ນຢູ່ ເຊັ່ນ: ກົດໝາຍດັ່ງກ່າວຈະບໍ່ບັງຄັບໃຊ້ກັບນັກສຶກສາຕ່າງຊາດທີ່ຢູ່ໃນປະເທດມາເກີນ 5 ປີ, ຜູ້ທີ່ຂໍສະຖານະຜູ້ລີ້ໄພ ແລະ ຜູ້ທີ່ມີໃບອະນຸຍາດເຮັດວຽກຊົ່ວຄາວ ຫຼື temporary work permits.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/