ເສດຖະກິດ ເມືອງດາກຈຶງ ຂະຫຍາຍຕົວໃນລະດັບ 4,1%

ເສດຖະກິດ

ຕາມການລາຍງານຂອງທ່ານ ສົມພອນ ສາຍສຸວັນ ຮອງເຈົ້າເມືອງ ເມືອງດາກຈຶງ ຜູ້ຊີ້ນໍາຂົງເຂດເສດຖະກິດຂັ້ນເມືອງ ໃຫ້ຮູ້ວ່າ: ໃນ 9 ເດືອນ (1-9) ປີ 2022 ເມືອງດາກຈຶງ, ແຂວງເຊກອງ ສາມາດປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມບັນລຸຜົນສໍາເລັດ ແລະ ມີຫຼາຍດ້ານພົ້ນເດັ່ນ ໂດຍສະເພາະດ້ານເສດຖະກິດຂະຫຍາຍຕົວ 4,1% ລວມຍອດຜະລິດຕະພັນພາຍໃນ GDP ບັນລຸໄດ້ 408,76 ຕື້ກີບ ເທົ່າກັບ 85,81% ຂອງແຜນການປີ, ສະເລ່ຍໃສ່ພົນລະເມືອງໄດ້ 15 ລ້ານກວ່າກີບຕໍ່ຄົນຕໍ່ປີ. ໃນນັ້ນຂະແໜງກະສິກຳ ແລະ ປ່າໄມ້ປະຕິບັດໄດ້ 178 ຕື້ກວ່າກີບ ກວມເອົາ 47%, ຂະແໜງອຸດສາຫະກໍາ 114 ຕື້ກວ່າກີບ ກວມເອົາ 29% ແລະ ຂະແໜງການບໍລິການ 115 ຕື້ກີບ ກວມເອົາ 25%; ເກັບລາຍຮັບເຂົ້າງົບປະມານໄດ້ 2,61 ຕື້ກີບ ເທົ່າກັບ 47,11% ແລະ ປະຕິບັດລາຍຈ່າຍໄດ້ 22,11 ຕື້ກີບ ເທົ່າກັບ 67,78% ຂອງແຜນການປີ.

ພ້ອມນີ້, ໄດ້ສຸມໃສ່ຫັນພະນັກງານນໍາພາຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕາມທິດ 3 ສ້າງ ໂດຍຖືເອົາການສ້າງບ້ານ ແລະ ກຸ່ມບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍຢູ່ຊົນນະບົດ ໂດຍການຈັດສັນເຕົ້າໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່, ຈັດສັນອາຊີບຕາມທ່າແຮງບົ່ມຊ້ອນຂອງແຕ່ລະທ້ອງຖິ່ນ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ເພື່ອການບໍລິໂພກພາຍໃນ ແລະ ຂາຍເປັນສິນຄ້າ ເປັນການສ້າງວຽກເຮັດງານທໍາ ແລະ ລາຍໄດ້ທີ່ໝັ້ນຄົງໃຫ້ປະຊາຊົນ.

ເສດຖະກິດ

ສໍາລັບທິດທາງແຜນການ 3 ເດືອນທ້າຍປີ 2022 ທ່ານຮອງເຈົ້າເມືອງດາກຈຶງ ລະບຸວ່າ: ກ່ອນອື່ນໝົດ ຄະນະພັກ, ຄະນະນໍາ ຕ້ອງສືບຕໍ່ນໍາພາ-ຊີ້ນໍາພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າພັດທະນາເມືອງດາກຈຶງດ້ວຍຈິດໃຈບຸກທະລຸ; ເພີ່ມທະວີການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍລະບຽບກົດໝາຍ; ພັດທະນາເສກຖະກິດໃຫ້ໄປຕາມທິດທີ່ມີຄຸນະພາບ, ໝັ້ນທ່ຽງ ແລະ ຍືນຍົງ; ສຸມໃສ່ປະຕິບັດ 2 ວາລະແຫ່ງຊາດ ຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ; ຊຸກຍູ້ສົ່ງເສີມປະຊາຊົນຜະລິດກະສິກໍາ ເພື່ອການບໍລິໂພກພາຍໃນ ແລະ ຂາຍເປັນສິນຄ້າສົ່ງອອກ ເຮັດໃຫ້ປະຊາຊົນລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ຂອບໃຈຂໍ້ມູນຈາກ:

https://bit.ly/3YlVnTa

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/