ເຢຍລະມັນຈັບກຸມຕົວກຸ່ມຄົນ 25 ຄົນທົ່ວປະເທດ ຫຼັງສົງໄສວ່າມີການພະຍາຍາມກໍ່ລັດຖະປະຫານ ແລະໂຄ່ນລົ້ມລັດຖະບານ

ເຢຍລະມັນ

ເມື່ອວັນທີ 7 ທັນວາ 2022 ສື່ຕ່າງປະເທດໄດ້ລາຍງານວ່າ ເຈົ້າໜ້າທີ່ພິເສດຂອງເຢຍລະມັນກວ່າ 3.000 ຄົນ ໄດ້ປະຕິບັດການຈັບກຸມກຸ່ມຄົນ 25 ຄົນຈາກ 11 ລັດທົ່ວປະເທດ ຫຼັງສົງໄສວ່າພວກເຂົາເປັນສະມາຊິກສະໜັບສະໜູນອົງກອນກໍ່ການຮ້າຍພາຍໃນປະເທດ ທີ່ວາງແຜນລັດຖະປະຫານ-ລົ້ມລ້າງລັດຖະບານ.

ເຢຍລະມັນ

ໂດຍທາງການເຢຍລະມັນລະບຸວ່າ ເຄືອຂ່າຍນີ້ມີສ່ວນກ່ຽວຂ້ອງກັບກຸ່ມຂວາຈັດ ເຊິ່ງວາງແຜນມາຢ່າງດີເພື່ອລົ້ມລັດຖະບານເຢຍລະມັນໂດຍກອງກໍາລັງ ແລະຫວັງຈະຈັດຕັ້ງລັດຖະບານໃໝ່ຂຶ້ນ ໂດຍສຳນັກຂ່າວຕ່າງປະເທດຫຼາຍແຫ່ງລາຍງານກົງກັນວ່າ ກຸ່ມເຫຼົ່ານີ້ຄື ກຸ່ມຂວາຈັດ ແລະອະດີດທະຫານມີແຜນຈະທຳລາຍອາຄານ Reichstag ເຊິ່ງເປັນອາຄານລັດຖະສະພາຂອງເຢຍລະມັນ ເພື່ອເຂົ້າຢຶດອຳນາດລັດຖະບານ.

ປະຕິບັດການບຸກຈັບນີ້ ຖືກປະກາດໂດຍ ມາຣ໌ໂກ ບຸຊມັນ (Marco Buschmann) ລັດຖະມົນຕີກະຊວງຍຸຕິທຳຂອງເຢຍລະມັນ ໂດຍລາວເຜີຍວ່າ ປະຕິບັດການຈັບກຸມເກີດຂຶ້ນກັບຄົນທີ່ຖືກຕ້ອງສົງໄສວ່າວາງແຜນໂຈມຕີປະເທດດ້ວຍອາວຸດ.

ເຢຍລະມັນ

ທາງ BBC ລາຍງານວ່າ ຊາວເຢຍລະມັນຄົນໜຶ່ງທີ່ເອີ້ນຕົນເອງວ່າ ‘ເຈົ້າຊາຍເຮນຣິຊ ທີ 8’ ອາຍຸ 71 ປີີຖືກກ່າວຫາວ່າເປັນຄົນບົງການແຜນການນີ້ ເຊິ່ງຂໍ້ມູນຈາກໄອຍະການບົ່ງຊີ້ວ່າ ລາວຄືໜຶ່ງໃນຄົນທີ່ຖືກກ່າວຫາວ່າເປັນແກນນຳຂອງກຸ່ມທີ່ຖືກບຸກຈັບກຸມ.

ໂດຍກຸ່ມທີ່ວາງແຜນກໍ່ລັດຖະປະຫານນີ້ ຂັບເຄື່ອນພາຍໃຕ້ຊື່ວ່າ “ພົນລະເມືອງແຫ່ງໄຣຊສ໌” (Citizens of the Reich) ເຊິ່ງເປັຍກຸ່ມຫົວຮຸນແຮງທີ່ທາງການເຢຍລະມັນຈັບຕາເບິ່ງມາຍາວນານ ເພາະມີປະຫວັດກໍ່ເຫດຮ້າຍແຮງ ມີແນວຄິດແບ່ງແຍກເຊື້ອຊາດ ແລະປະຕິເສດຄວາມເປັນເຢຍລະມັນສະໄໝໃໝ່.

ເຢຍລະມັນ

ທັງນີ້ ໄອຍະການກາງລາຍງານວ່າ ກຸ່ມພົນລະເມືອງແຫ່ງໄຣຊສ໌ວາງແຜນກໍ່ລັດຖະປະຫານຕັ້ງແຕ່ເດືອນພະຈິກປີ 2021 ເຊິ່ງມີອະດີດທະຫານລະດັບສູງຂອງກອງທັບເປັນສ່ວນສຳຄັນຂອງແຜນລັດຖະປະຫານອີກນຳ.

ຂະນະນີ້ ມີຊາວເຢຍລະມັນຢ່າງໜ້ອຍ 22 ຄົນທີ່ຖືກຄວບຄຸມຕົວດ້ວຍຂໍ້ຫາ “ເປັນສະມາຊິກໃນອົງກອນກໍ່ການຮ້າຍ” ໃນຂະນະທີ່ອີກ 3 ຄົນ (1 ໃນນັ້ນເປັນຊາວຣັດເຊຍ) ຖືກຕ້ອງສົງໄສວ່າສະໜັບສະໜູນອົງກອນດັ່ງກ່າວ ເຊິ່ງສຳນັກຂ່າວ The New York Times ລາຍງານວ່າ ຜູ້ຄົນຈຳນວນຫຼາຍທີ່ຖືກຈັບ ໄດ້ຜ່ານການເຝິກຝົນທາງທະຫານມາກ່ອນ. ນອກຈາກນີ້ຍັງມີອະດີດທະຫານເຢຍລະມັນ ທີ່ພິເສດກວ່ານັ້ນຄື ມີທະຫານທີ່ເຄີຍຢູ່ໃນກອງກຳລັງຂອງເຢຍລະມັນຕາເວັນອອກອີກພ້ອມ.

ທີ່ມາ:

•  https://bit.ly/3VXERab

•  https://bbc.in/3VN6yTy

•  https://nyti.ms/3hck440

•  https://bit.ly/3VJkpdm

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/