ເມື່ອເເຟນບອກວ່າຕຸ້ຍຂຶ້ນອີກໜ້ອຍໜຶ່ງຈຶ່ງຈະງາມ ຝ່າຍຍິງກໍຈັດໃຫ້ ຈົນນ້ຳໜັກຂຶ້ນກວ່າ 10 ກິໂລ ຜົນສຸດທ້າຍຖືກບອກເລີກຍ້ອນຕຸ້ຍເກີນໄປ


ຜູ້ຍິງມີເເກ້ມໃຫ້ຢິກ ມີພຸງໃຫ້ຫຼິ້ນ ເວລາກອດເເລ້ວອົບອຸ່ນ ນັ້ນຄືເເຟນໃນອຸດົມຄະຕິທີ່ຜູ້ຊາຍຫຼາຍຄົນໃຝ່ຝັນຢາກຈະມີ ຫຼື ໃຜທີ່ມີເເຟນຢູ່ເເລ້ວເເຕ່ຍັງຮູ້ສຶກວ່າເເຟນຂອງເຮົາຈ່ອຍເກີນໄປ ບາງຄົນກໍອາດຈະຢາກຫາວິທີທາງທີ່ຈະເຮັດໃຫ້ເເຟນຕົນເອງນັ້ນມີນ້ຳໜັກເພີ່ມຂຶ້ນ, ຈາກຜົນສຳຫຼວດເເລ້ວຜູ້ຊາຍຈະມັກຜູ້ຍິງທີ່ມີນ້ຳມີນວນຫຼາຍກວ່າຜູ້ຍິງຈ່ອຍ ເເຕ່ກໍຈົ່ງຈື່ໄວ້ວ່າ ອັນໃດທີ່ຫຼາຍເກີນໄປຍ່ອມບໍ່ເເມ່ນຜົນດີຕໍ່ຕົວເຮົາ ດັ່ງເຫດການນີ້.

ເມື່ອບໍ່ດົນມານີ້, ມີຜູ້ຍິງຄົນໜຶ່ງໄປອອກມາເຜີຍເເຜ່ເລື່ອງລາວໃນຊີວິດເພື່ອເປັນຕົວຢ່າງໃນການເຕືອນສະຕິຂອງຫຼາຍໆຄົນໂດຍເລົ່າວ່າ: ຂ້ອຍກັບເເຟນຄົບກັນໄດ້ 1 ປີກວ່າເເລ້ວ ຕອນນັ້ນຂ້ອຍມີນ້ຳໜັກພຽງ 48 ກິໂລ ເເລະ ສູງ 162 ຊມ ໂດຍລວມເເລ້ວຖືວ່າຈ່ອຍໜ້ອຍໜຶ່ງ, ໃນຕອນນັ້ນເເຟນຂ້ອຍກໍໄດ້ບອກກັບຂ້ອຍວ່າ “ເຈົ້າເບິ່ງຄືຄົນຈ່ອຍຫຼາຍເລີຍ ຕໍ່ໄປນີ້ຂ້ອຍຈະເຮັດໃຫ້ເຈົ້າຕຸ້ຍຂຶ້ນ ເມື່ອນ້ຳໜັກເພີ່ມຂຶ້ນເຈົ້າຈຶ່ງຈະງາມ.”

ຫຼັງຈາກນັ້ນ 3 ເດືອນ ນ້ຳໜັກຂອງຂ້ອຍກໍເພີ່ມຂຶ້ນເກືອບ 4 ກິໂລ, ເຊິ່ງໃນຕອນນັ້ນເເຟນຂ້ອຍມັກຈະຊື້ອາຫານ ເເລະ ເຄື່ອງດື່ມມາໃຫ້ກິນຢູ່ຕະຫຼອດ ເເລ້ວພວກເຮົາຍັງພາກັນໄປກິນເຂົ້າຢູ່ນອກເປັນປະຈຳ. ສຳລັບຜູ້ຍິງເເລ້ວ ເມື່ອມີນ້ຳໜັກເພີ່ມຂຶ້ນ ເຮົາກໍຈະມີຄວາມກັງວົນເປັນທຳມະດາ ເເຕ່ເເຟນຂ້ອຍກໍມັກຈະບອກວ່າ “ຕຸ້ຍຂຶ້ນໜ້ອຍດຽວ ບໍ່ເປັນຫຍັງດອກ ຄົນອື່ນບໍ່ສັງເກດເຫັນດອກ ຈັ່ງໃດຂ້ອຍກໍຮັກເຈົ້າຄືເກົ່າ ຢ່າຄິດຫຼາຍ, ການທີ່ເຈົ້າຕຸ້ຍຂຶ້ນມັນກໍເປັນຜົນດີ ຜູ້ຊາຍຄົນອື່ນຈຶ່ງບໍເຂົ້າມາຈີບ ບໍ່ມີໃຜຍ້ອງວ່າງາມ ເເຕ່ຂ້ອຍກໍຮັກເຈົ້າຄືເກົ່າເດີ”.

ໃນເວລານັ້ນເຮັດໃຫ້ຂ້ອຍຮັກລາວຫຼາຍຂຶ້ນ ຂ້ອຍຮູ້ສຶກວ່າມີຄວາມສຸກຫຼາຍ ນີ້ເເມ່ນບໍ່ທີ່ເຂົາເອີ້ນວ່າຮັກຖືກຄົນເເລ້ວຈະມີຄວາມສຸກ… ຕໍ່ມາຂ້ອຍກໍກິນດື່ມເເບບເກົ່າໄປເລື້ອຍໆ. ຫຼັງຈາກນັ້ນ 1 ເດືອນ ນ້ຳໜັກຂອງຂ້ອຍຈາກ 48 ກໍເປັນ 61 ກິໂລ ເຊິ່ງເຫັນໄດ້ຊັດເຈນເລີຍວ່າຕຸ້ຍຂຶ້ນ ເເລະໃນຕອນນັ້ນເອງຄົນທີ່ຂ້ອຍຮັກທີ່ສຸດກັບບອກຂ້ອຍໃຫ້ໄປລົດນ້ຳໜັກ, ພໍຂ້ອຍທວງຄຳທີ່ເຄີຍເວົ້າວ່າເຖິງຈະຕຸ້ຍເເຕ່ກໍຮັກຄືເກົ່າ ລາວກໍໃຫ້ເຫດຜົນວ່າ “ໃນຕອນນັ້ນຂ້ອຍພຽງເເຕ່ເວົ້າໃຫ້ກຳລັງໃຈເຈົ້າເທົ່ານັ້ນ ເຈົ້າເອງກໍຄວນຮູ້ວ່າອັນໃດຄວນ ຫຼື ບໍ່ຄວນ ເຈົ້າໄດ້ສ່ອງເເວ່ນເບິ່ງຕົນເອງທຸກໆມື້ຢູ່ບໍ ຖ້າບໍ່ລົດເຮົາກໍເລິກກັນ ຂ້ອຍບໍ່ໄດ້ເວົ້າຫຼິ້ນ”.

ເມື່ອໄດ້ຍິນເເນວນັ້ນຂ້ອຍກໍຕັ້ງໃຈທີ່ຈະກັບໄປລົດນ້ຳໜັກໃຫ້ເຫຼືອເທົ່າເກົ່າຄືນ, ພໍເວລາຜ່ານໄປເດືອນໜຶ່ງຂ້ອຍກໍລົດໄປໄດ້ເຖິງ 1 ກິໂລ ເເຕ່ເເຟນຂ້ອຍນັ້ນກັບມາບອກເລິກຂ້ອຍດ້ວຍເຫດຜົນທີ່ວ່າ “ຖ້າເຈົ້າບໍ່ຮູ້ຈັກຮັກຕົນເອງ ເເລ້ວເຈົ້າຊິຮັກໃຜໄດ້ ຖ້າຢາກທີ່ຈະຮັກຄົນອື່ນເປັນຕ້ອງເລີ່ມຈາກຮັກຕົນເອງກ່ອນ!”

ຕອນນັ້ນຂ້ອຍຮູ້ສຶກມຶນງົງໄປໝົດ ຕອນນັ້ນກໍບອກວ່າຕຸ້ຍຂຶ້ນເເລ້ວຈຶ່ງງາມ ເເລ້ວກໍພາເຮົາໄປກິນນັ້ນກິນນີ້ຈົນນ້ຳໜັກຮອດ 61 ກິໂລ ເເລ້ວສຸດທ້າຍກໍມາບອກເລີກເຮົາ, ຈົນໃນທີ່ສຸດຂ້ອຍກໍໄດ້ຮູ້ວ່າເເຟນຂ້ອຍໄດ້ລັກຄົບກັບຜູ້ຍິງທີ່ງາມ ເເລະ ຫຸ່ນດີ ຕັ້່ງເເຕ່ຕອນຄຣິສມາສແລ້ວ ຂ້ອຍຮູ້ສຶກອີ່ຕົນຕົນເອງຫຼາຍເລີຍທຸກຄົນ.

ເມື່ອເລື່ອງຖືກເຜີຍເເຜ່ອອກໄປກໍໄດ້ຮັບຄວາມສົນໃຈຫຼາຍຈາກຊາວເນັດບາງຄົນກໍວ່າ ຜູ້ຊາຍທີ່ເຮັດເເບບນັ້ນເປັນເລື່ອງທີ່ບໍ່ມີໃຜສາມາດຮັບໄດ້ ເເຕ່ຝ່າຍຍິງກໍຄວນຄວບຄຸມຕົນເອງເຊັ່ນກັນ ບາງເທື່ອຝ່າຍຊາຍອາດຈະໝາຍເຖິງຕຸ້ຍຂຶ້ນພຽງ 2 – 3 ກິໂລ ເເຕ່ເນື່ອງຈາກການສື່ສານບໍ່ເຂົ້າໃຈຈຶ່ງເຮັດໃຫ້ນ້ຳໜັກເພີ່ມຂຶ້ນຫຼາຍ ເເຕ່ເຈົ້າກໍຫຼົງໃນຕົນເອງຫຼາຍເກິນໄປວ່າເຂົາຈະຮັກເຮົາບໍ່ວ່າເປັນເເບບໃດ.

ຄວາມຮັກນັ້ນຄວນຮັກກັນໃນເເບບທີ່ຕ່າງຝ່າຍຕ່າງສະບາຍໃຈ ຢາກໃຫ້ເປັນເເບບໃດກໍຄວນຖາມ ເເລະ ປຶກສາກັນ ແລະ ກັນໃຫ້ລະອຽດ, ຄວນຈະໄຕ່ຕອງເຖິງຕົນເອງ ເເລະ ອະນາຄົດນຳວ່າມີຜົນດີ ເເລະ ຜົນເສຍເເນວໃດ ເພາະອັນໃດທີ່ຫຼາຍ ຫຼື ໜ້ອຍເກີນໄປຈະບໍ່ສົງຜົນດີຕໍ່ຕົວເຮົາເເນ່ນອນ ເພາະສະນັ້ນຄວນຮັກຢ່າງມີສະຕິເດີທຸກຄົນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/