ເປີດໃຫ້ຫຼິ້ນຟຣີແລ້ວ!  The Sims 4 ປະກາດໃຫ້ສາມາດຫຼິ້ນເກມພາກຫຼັກໄດ້ຟຣີ ໃນທຸກແພລັດຟອມ ເລີ່ມ 18 ຕຸລາ 2022

ຖ້າຈະເວົ້າເຖິງເກມສ້າງເຮືອນ ແລະ ຈຳລອງຊີວິດຄົນ ຈັກເກມໜຶ່ງ ເຊື່ອວ່າທຸກຄົນຈະຕ້ອງເວົ້າເຖິງເກມ The Sims 4 ຢ່າງແນ່ນອນ. The Sims 4 ໄດ້ວາງຂາຍຄັ້ງທຳອິດໃນປີ 2014 ຜ່ານມາ 8 ປີ ໄດ້ມີເນື້ອຫາຫຼາຍຢ່າງທີ່ຖືກເພີ່ມເຂົ້າມາ. ຫຼ້າສຸດ EA ປະກາດວ່າ The Sims 4 ພາກຫຼັກ (Base Game) ຈະເປີດໃຫ້ຫຼິ້ນຟຣີໃນທຸກໆແພລັດຟອມ ເລີ່ມມີຜົນຕັ້ງແຕ່ວັນທີ 18 ຕຸລາ 2022 ເປັນຕົ້ນໄປ.

The Sims 4

EA ໃຫ້ເຫດຜົນວ່າການເປີດ The Sims 4 ໃຫ້ຫຼິ້ນຟຣີນັ້ນກໍເພື່ອຂະຫຍາຍຖານຜູ້ຫຼິ້ນໃໝ່ໆ ແລະ ຢືນຍັນວ່າທີມງານຈະຍັງອັບເດດເນື້ອຫາເສີມໄປອີກເລື້ອຍໆ. ສ່ວນຜູ້ຫຼິ້ນເກົ່າທີ່ເສຍເງິນຊື້ໄປແລ້ວ ຈະໄດ້ຮັບຊຸດຂອງຂວັນ Desert Luxe Kit ເປັນການຂອບໃຈ ໂດຍມີເງື່ອນໄຂພຽງແຕ່ຕ້ອງລັອກອິນກ່ອນວັນທີ 17 ຕຸລາ ເທົ່ານັ້ນ.

ໂດຍກ່ອນໜ້ານີ້ The Sims 4 ພາກຫຼັກ ທີ່ວາງຂາຍໃນ EA ແມ່ນມີລາຄາປະມານ 24.90 ໂດລາ. ສ່ວນໃນ Steam ແມ່ນລາຄາຢູ່ທີ່ປະມານ 19.99 ໂດລາ.

The Sims 4

ນອກຈາກນີ້ EA ຍັງໄດ້ປະກາດວ່າຈະຖະແຫຼງຂ່າວກ່ຽວກັບ The Sims ອີກນຳ ໃນວັນທີ 18 ຕຸລາ ເຊິ່ງເຮົາອາດຈະເຫັນ The Sims ພາກໃໝ່ກໍເປັນໄດ້ ຫຼື ຢ່າງໜ້ອຍກໍອາດຈະເປັນພາກເສີມກໍໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply