ເປີດປະສົບການ ສຸທິສັກ ຫຼື ສັກ ໄວໜຸ່ມລາວທີ່ໄປເຮັດວຽກຢູ່ປະເທດເກົາຫຼີໃຕ້

ໄວໜຸ່ມລາວ

ປັດຈຸບັນ ລາວ ແລະ ເກົາຫຼີ ກຳລັງຮ່ວມມືຊ່ວຍເຫຼືອກັນໃນຫຼາຍໆດ້ານ ລວມໄປເຖິງດ້ານເສດຖະກິດ ຊຸກຍູ້ສົ່ງເສີມແຮງງານລາວໄປເຮັດວຽກຢູ່ເກົາຫຼີ ເຊິ່ງໄລຍະນີ້ກໍກຳລັງມີຄົນລາວໄປເຮັດວຽກຢູ່ດິນແດນເກົາຫຼີເປັນຈຳນວນຫຼາຍ ລັດຖະບານລາວ ແລະ ເກົາຫຼີ ເຫັນຄວາມສຳຄັນເຖິງດ້ານນີ້ ເພື່ອເປັນການພັດທະນາປະຊາຊົນລາວໃຫ້ມີວຽກເຮັດງານທຳ.

ຈາກປະສົບການຂອງ ສຸທິສັກ ຫຼື ສັກ ໄວໜຸ່ມລາວທີ່ໄປເຮັດວຽກຢູ່ປະເທດເກົາຫຼີ ແມ່ນມີຄວາມສຸກຫຼາຍ ເງິນເດືອນຕົກຢູ່ປະມານ 27 ລ້ານກີບ ບາງຄົນທີ່ເຮັດບາງບ່ອນສູງເຖິງ 40 ລ້ານກີບ, ເຊິ່ງບ່ອນທີ່ “ສັກ” ເຮັດວຽກນັ້ນ ຈະເປັນໂຮງງານພລາສຕິກ ໜ້າວຽກບໍ່ໜັກ ແຕ່ກໍບໍ່ເບົາ, ມີຄວາມສະໜ່ຳສະເໝີ, ນາຍຈ້າງເປັນຄົນດີ ແລະ ເປັນກັນເອງ.

ໃນເວລາວ່າງກໍໄດ້ໄປທ່ຽວຊົມສະຖານທີ່ຕ່າງໆ ແລະ ເຂົ້າໄປທ່ຽວຊົມເມືອງ. ອາຫານການກິນ ຖ້າຢາກແບບອາຫານລາວໆກໍຈະມີຕາມຮ້ານອາຫານໄທ (ອາຫານໄທບາງເມນູກໍຄ້າຍຄືລາວ)  ເລີຍສາມາດຫາກິນໄດ້ງ່າຍພໍສົມຄວນ.

ການຈັດການເງິນ ສຳລັບສັກ ແມ່ນຕົກຢູ່ 2 ລ້ານກີບ ຖ້າຫາກໄລ່ເປັນເງິນລາວ ເຊິ່ງບໍ່ຫຼາຍໃນການໃຊ້ຈ່າຍ ບວກກັບມີຄວາມມານະອົດທົນໃນການປະຢັດການໃຊ້ສອຍ ເພາະກິນ ແລະ ຢູ່ ແມ່ນຈະຢູ່ນຳນາຍຈ້າງ ຈຶ່ງໄດ້ເກັບເງິນໄດ້ຫຼາຍພໍສົມຄວນ ຖ້າຫາກຢູ່ໄດ້ຫຼາຍປີກໍສາມາດຕັ້ງຕົວໄດ້ແລ້ວ. ທາງ LaoX ກໍມີໂອກາດໄດ້ສຳພາດ ແລະ ບ່າວສັກ ກໍໄດ້ແຊປະສົບການສູ່ຟັງ ຖ້າໃຜສົນໃຈກໍສາມາດຕິດຕາມອ່ານໄດ້ເລີຍ.

ໄວໜຸ່ມລາວ

1.ແນະນຳຊື່ກັບນາມສະກຸນໃຫ້ແດ່?

ຊື່ ສຸທິສັກ ອາຍຸ 23 ປີ ເປັນຄົນແຂວງຫົວພັນ

2. ແຮງຈູງໃຈໃນການໄປເຮັດວຽກຢູ່ເກົາຫຼີແມ່ນຫຍັງ?

ກ່ອນອື່ນໝົດແມ່ນໄດ້ຄຳແນະນຳຈາກເອື້ອຍທີ່ໄດ້ໄປເຮັດວຽກຢູ່ເກົາຫຼີເປັນເວລາຫຼາຍປີ ແລະ ທີ່ສຳຄັນແມ່ນ ເງິນເດືອນຂອງປະເທດເກົາຫຼີແມ່ນສູງຫຼາຍ ສາມາດຕອບສະໜອງຄວາມຕ້ອງການຂອງຕົນເອງໄດ້ດີ, ຈຶ່ງຕັດສິນໃຈສຶກສາຮ່ຳຮຽນພາສາເກົາຫຼີແບບຈິງຈັງ ເພື່ອສອບເສັງເຂົ້າລະບົບ EPS ເປັນລະບົບແຮງງານທີ່ຖືກກົດໝາຍ ຈາກລັດຖະບານໂດຍກົງ, ຈາກນັ້ນ ກໍເສັງຜ່ານຕາມທີ່ຄາດຫວັງໄວ້ ແລ້ວກໍໄດ້ໄປເກົາຫຼີຕາມໃຈປາຖະໜາ.

ໄວໜຸ່ມລາວ

3.ໄປເຮັດໄດ້ດົນປານໃດແລ້ວ?

ໄດ້ມາເຮັດວຽກຢູ່ເກົາຫຼີແມ່ນປະມານ 2-3 ເດືອນ ແລ້ວ.

4.ຄິດວ່າໄປເຮັດວຽກຢູ່ເກົາຫຼີມີຂໍ້ດີແນວໃດ?

ປະເທດເກົາຫຼີມີດີຫຼາຍຢ່າງດັ່ງທີ່ທຸກຄົນຮູ້ ບໍ່ວ່າຈະເປັນທາງດ້ານເສດຖະກິດ ແລະ ທາງດ້ານການທ່ອງທ່ຽວ ລ້ວນແລ້ວແຕ່ມີການພັດທະນາ, ເງິນເດືອນຂອງພະນັກງານ-ແຮງງານ ກໍເຊັ່ນດຽວກັນ. ເວລາໄປຫຼິ້ນໄປທ່ຽວກໍສະດວກສະບາຍ ຍານພາຫະນະກໍເອື້ອອຳນວຍ.

5.ໄປຢູ່ພຸ້ນໄດ້ມີເວລາສ່ວນຕົວບໍ່?

ເວົ້າໄດ້ເລີຍວ່າມີເວລາສ່ວນຕົວຫຼາຍ ມີມື້ພັກວຽກ ພ້ອມຍັງໄດ້ໄປທ່ອງທ່ຽວຕາມສະຖານທີ່ຕ່າງໆທັງໃນຕົວເມືອງ ແລະ ນອກສະຖານທີ່ ໄດ້ເວລາພັກຜ່ອນຕາມໃຈຕົນເອງ

6.ສຸດທ້າຍຢາກຝາກຫຍັງໃຫ້ກັບຄົນຢາກໄປເຮັດວຽກຢູ່ເກົາຫຼີ?

ຢາກຝາກທຸກຄົນທີ່ສົນໃຈຢາກມາເຮັດວຽກເກົາຫຼີ ໃຫ້ຕັ້ງໃນຮ່ຳຮຽນສຶກສາພາສາໃຫ້ເກັ່ງພໍທີ່ຈະສອບເສັງໄດ້ຄະແນນຕາມຄາດໝາຍ ເພື່ອຈະໄດ້ເຮັດຕາມຄວາມຝັນທີ່ຕົນເອງຫວັງໃຫ້ປະສົບຜົນສຳເລັດ. ທີ່ສຳຄັນ ຖ້າໄດ້ມາເຮັດຢູ່ບ້ານເພິ່ນແລ້ວ ໃຫ້ຕັ້ງໃຈເຮັດວຽກຊື່ສັດຕໍ່ນາຍຈ້າງ, ດຸໝັ່ນຂະຫຍັນພຽນ, ອົດອອມຍອດເງິນໃຫ້ຫຼາຍໆ ແລະ ຮັກສາສຸຂະພາບໃຫ້ຕົນເອງສຸຂະພາບແຂງແຮງ.

ໄວໜຸ່ມລາວ

ຂອບໃຈບົດສຳພາດໂດຍ: Southisack Bvl

https://bit.ly/3GH4iqt

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/