ເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ ມູນຄ່າ 150 ລ້ານໂດລາ ໄປຊາຍແດນ ກຳປູເຈຍ ເພື່ອສົ່ງກະແສໄຟຟ້າອອກໄປຈໍາໜ່າຍຢູ່ຕ່າງປະເທດ

ເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ

ໃນຕອນບ່າຍວັນທີ 3 ມັງກອນ 2023 ທີ່ເມືອງໂຂງ, ແຂວງຈຳປາສັກ ໄດ້ຈັດພິທີເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນ ມູນຄ່າ 150 ລ້ານໂດລາ ຈາກສະຖານີໄຟຟ້າ ບ້ານຫາດ, ເມືອງໂຂງ, ແຂວງຈຳປາສັກ ໄປຫາຊາຍແດນ ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ເພື່ອສົ່ງອອກກະແສໄຟຟ້າ ອອກໄປຈໍາໜ່າຍຢູ່ຕ່າງປະເທດ ຫຼື ກໍຄືແມ່ນການສົ່ງອອກໄປຈຳໜ່າຍໃຫ້ກັບ ກໍາປູເຈຍ.

ໂດຍພິທີດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳລາວັນ ຈັນທະລາວັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່; ມີຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ລັດວິສາຫະກິດໄຟຟ້າລາວ, ການນໍາແຂວງຈຳປາສັກ ແລະ ແຂວງອັດຕະປື ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ

ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນມີຄຳເຫັນກ່າວເປີດໂຄງການດັ່ງກ່າວຢ່າງເປັນທາງການ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ລັດວິສາຫະກິດໄຟຟ້າລາວ, ຄະນະຮັບຜິດຊອບຊີ້ນໍາໂຄງການ, ບໍລິສັດຜູ້ພັດທະນາໂຄງການ ພ້ອມດ້ວຍພະນັກງານ- ວິຊາການ, ກໍາມະກອນ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ທີ່ໄດ້ສຸມສະຕິປັນຍາ, ເຫືີ່ອແຮງ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ປະກອບສ່ວນເຂົ້າໃນການກໍ່ສ້າງໂຄງການ ແລະ ປະຕິບັດບັນດາວຽກງານທີ່ຕິດພັນ ເຊິ່ງເຮັດໃຫ້ໂຄງການ ສໍາເລັດຕາມເວລາທີ່ກຳນົດໄວ້. ພ້ອມກັນນນີ້ັ້ນ ຍັງໄດ້ຍົກໃຫ້ເຫັນ ສະພາບການເຕີບໃຫຍ່ ແລະ ຂະຫຍາຍຕົວ ຂອງຂະແໜງການພະລັງງານ ຂອງ ສປປ ລາວ ໂດຍສະເພາະ ຄວາມສາມາດ ໃນການສະໜອງພະລັງງານໄຟຟ້າ ໃຫ້ແກ່ປະຊາຊົນລາວ ໄດ້ຊົມໃຊ້ ໃນແຕ່ລະໄລຍະ. ນອກຈາກນັ້ນ, ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນນີ້ ຕໍ່ການພັດທະນາເສດ ຖະກິດສັງຄົມ ຂອງປະເທດເຮົາ ກໍຄື ການພັດທະນາບັນດາທ້ອງຖິ່ນທີ່ກ່ຽວຂ້ອງ.

ເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ

ໃນໂອກາດດຽວກັນ, ທ່ານ ຈັນທະບູນ ສຸກອາລຸນ, ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ກໍໄດ້ຂຶ້ນມີຄຳເຫັນຕໍ່ພິທີ ໂດຍໄດ້ຍົກໃຫ້ເຫັນ ເຖິງຄວາມພະຍາຍາມ ແລະ ຜົນສຳເລັດທີ່ພົ້ນເດັ່ນ ໃນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ຂອງລັດວິສາຫະກິດ ໄຟຟ້າລາວ ໂດຍສະເພາະ ການດຶງດູດການລົງທຶນ, ການສະໜອງໄຟຟ້າໃຫ້ປະຊາຊົນ ໄດ້ຊົມໃຊ້ ແລະ ອື່ນໆ; ໄດ້ນຳສະເໜີໃຫ້ຮູ້ ກ່ຽວກັບປະຫວັດຄວາມເປັນມາໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນ ໄປຊາຍແດນກຳປູເຈຍ ເຫັນວ່າ: ໂຄງການສາຍສົ່ງໄຟຟ້າ ແລະ ສະຖານີ 500 ກິໂລໂວນ ດັ່ງກ່າວນີ້  ແມ່ນໂຄງການທໍາອິດຂອງ ສປປ ລາວ ທີ່ໄດ້ຈັດຕັ້ງປະຕິບັດໃນຮູບແບບສຳປະທານ (ຜູ້ຮ່ວມພັດທະນາເປັນຜູ້ກໍ່ສ້າງ ແລະ ດໍາເນີນງານ ຫຼື ຮູບແບບ BOT), ໂດຍເປັນການລົງທຶນ ຂອງບໍລິສັດ Yunnan Energy Investment (HK) Co.,Limited, ມີມູນຄ່າການລົງທຶນທັງໝົດ 150 ລ້ານກວ່າໂດລາ, ເຊິ່ງເມື່ອຄິດໄລ່ເປັນລາຄາຫົວໜ່ວຍ ແມ່ນມີລາຄາຕໍ່າທີ່ສຸດ ທີ່ລັດວິສາຫະກິດໄຟຟ້າລາວ ເຄີຍປະຕິບັດມາ, ສາຍສົ່ງດັ່ງກ່າວ ມີຄວາມຍາວ 200 ກວ່າກິໂລແມັດ ໂດຍຜ່ານພື້ນທີ່ເມືອງໂຂງ, ເມືອງອຸທຸມພອນ ຂອງແຂວງຈຳປາສັກ ແລະ ເມືອງສະ ໜາມໄຊ, ເມືອງພູວົງ ຂອງແຂວງອັດຕະປື, ເຊິ່ງເປັນໂຄງການພັດທະນາສາຍສົ່ງແຫ່ງຊາດ ທີ່ມີລັກສະນະຄົບວົງຈອນ, ນໍາໃຊ້ເທັກນິກທີ່ທັນສະໄໝ ແລະ ເປັນໂຄງການທີ່ມີການລົງທຶນມູນຄ່າສູງ, ເປັນຜົນສໍາເລັດທີ່ສໍາຄັນ ແລະ ມີລັກສະນະຍຸດທະສາດ ທີ່ຕິດພັນຢ່າງສະໜິດແໜ້ນ ກັບການສົ່ງອອກພະລັງງານໄຟຟ້າ ໄປຍັງບັນດາປະເທດໃກ້ຄຽງ ເວົ້າລວມ, ເວົ້າສະເພາະ ແມ່ນການສົ່ງອອກໄປຍັງ ຣາຊະອານາຈັກກໍາປູເຈຍ. ຈາກຜົນສຳເລັດດັ່ງກ່າວນັ້ນ ເຮັດໃຫ້ລັດວິສາຫະກິດໄຟຟ້າລາວ ສາມາດສົ່ງອອກກະແສໄຟຟ້າ ອອກໄປຈໍາໜ່າຍຢູ່ຕ່າງປະເທດ ເວົ້າລວມ, ເວົ້າສະເພາະ ກໍຄື ຣາຊະອານາຈັກກໍາປູເຈຍ ທັນຕາມກຳນົດເວລາທີ່ໄດ້ກໍານົດໄວ້ ເຊິ່ງແມ່ນໜຶ່ງຍຸດທະສາດທີ່ສໍາຄັນ ຂອງການພັດທະນາອຸດສາຫະກໍາພະລັງງານຢູ່ປະເທດເຮົາ ທັງໃນສະເພາະໜ້າ ແລະ ຍາວນານ ໃຫ້ນັບມື້ນັບເພີ່ມຂຶ້ນ. 

ເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ

ຂອບໃຈຂໍ້ມູນຈາກ: https://bit.ly/3Z62MGK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/