ເປັນຫຍັງ ກາຕູນນົກແອ່ນ ຈຶ່ງຖືກນຳມາເປັນ ສັດນໍາໂຊກໃນງານກິລາແຫ່ງຊາດຄັ້ງ​ທີ 11

ເປັນຫຍັງ ກາຕູນນົກແອ່ນ

ໃນງານມະຫະກຳກິລາຕ່າງໆ ທົ່ວໂລກເຮົາມັກຈະເຫັນຝ່າຍເຈົ້າພາບ ຫຼື ຜູ້ຈັດງານນຳເອົາ ສັດ, ຮູບພາບ, ວັດຖຸ ຫຼື ສະຖານທີ່ຕ່າງໆ ມາເປັນສັນຍະລັກ ຫຼື ໂລໂກ້ ຂອງການແຂ່ງຂັນ ເພື່ອເປັນການສື່ເຖິງເອກະລັກຄວາມສະເພາະ, ຄວາມໂດດເດັ່ນ ທາງດ້ານວັດທະນະທຳພື້ນເມືອງ ການເປັນຢູ່ ຂອງແຕ່ລະປະເທດ ຫຼື ພື້ນທີ່ນັ້ນໆໃຫ້ອອກໄປສູ່ສາຍຕາຂອງນັກທ່ອງທ່ຽວ ທີ່ຫຼັງໄຫຼເຂົ້າມາ.

ເປັນຫຍັງ ກາຕູນນົກແອ່ນ

ເຊັ່ນດຽວກັນກັບ ງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງເກມ ທີ່ກຳລັງຈະເປິດສາກເປັນທາງການໃນລະຫວ່າງວັນທີ 13-22 ທັນວາ 2022 ໃນປີນີ້ ໄດ້ນໍາເອົາ ກາຕູນນົກແອ່ນ ຖືທວນໄຟ ຂຶ້ນມາເປັນສັນຍະລັກຂອງການແຂ່ງຂັນຄັ້ງນີ້.

ສັດນໍາໂຊກ ກາຕູນນົກແອ່ນ ເປັນສັດປະເພດໜຶ່ງທີ່ມີຖິ່ນອາໄສຢູ່ແຂວງ ຊຽງຂວາງ ເປັນຈຳນວນຫຼວງຫຼາຍມາແຕ່ດຶກດຳບັນ ຈົນກາຍເປັນສັນຍະລັກໃນການຕົກແຕ່ງເອ້ບ້ານ, ເອ້ເມືອງ, ເປັນສັດທີ່ສວຍສົດງົດງາມ, ແຂງແຮງ, ອາດຫານ, ວ່ອງໄວ, ບໍ່ຢ້ານຕໍ່ພາຍຸລົມແດງ, ອົດທົນ, ມີສາຍຕາແຫຼມຄົມ, ມີຄວາມສາມັກຄີຢູ່ເປັນໝູ່, ເປັນຝູງ, ເປັນສັດທີ່ມີຍົດສັກສູງສົ່ງ, ເປັນສັດຄູ່ບ້ານ ແລະ ຄູ່ເມືອງ ທັງມີຄ່ານິຍົມທີ່ເປັນເອກະລັກຂອງຊາວຊຽງຂວາງ ຕັ້ງແຕ່ກ່ອນຈົນເຖິງປັດຈຸບັນ ເຊິ່ງຊາວຕ່າງແຂວງ ຫຼື ຕ່າງປະເທດກໍໄດ້ມີຄວາມສົນໃຈເປັນພິເສດ. ສະນັ້ນ ຄະນະນຳແຂວງຊຽງຂວາງ ຈຶ່ງໄດ້ຖືເອົານົກແອ່ນທີ່ມີຄວາມສຳຄັນ ໂດຍຕິດພັນກັບປະຫວັດສາດການດຳລົງຊິວິດຂອງປະຊາຊົນແຂວງຊຽງຂວາງ.

ເປັນຫຍັງ ກາຕູນນົກແອ່ນ

ຮູບລັກສະນະຂອງສັດນໍາໂຊກ ກາຕຸນນົກແອ່ນ ແມ່ນມີໃບໜ້າຍິ້ມແຍ້ມແຈ່ມໃສ ຕ້ອນຮັບແຂກຕ່າງດ້າວທ້າວຕ່າງແດນ, ແວວຕາສົດໃສຊື່ນຊົມ, ມີມາລະຍາດອ່ອນນ້ອມ, ທັດສະນະທ່າທີເຂັ້ມແຮງ, ອາດຫານ, ກ້າແກ່ນ ມືຂວາຖືິທວນໄຟ ທີ່ມີແປວໄຟສວຍງາມ ສະງ່າຜ່າເຜີຍ, ສວມໃສ່ເສື້ອສີແດງກໍ່າ ໝາຍເຖິງຄວາມພິລະອາດຫານ, ຄວາມອົງອາດກ້າແກ່ນ ໃນສະໝໍລະພູມ, ຍອມເສຍສະຫຼະເລືອດເນື້ອເພື່ອຊາດ ເພື່ອປະປະຊາຊົນຂອງແຂວງຊຽງຂວາງ ໂສ້ງແພນໍ້ານິນສີນໍ້າຫ້ອມ ໝາຍເຖິງເອກະລັກຂອງຊາວແຂວງຊຽງຂວາງ ທີ່ມີຄວາມດຸໝັ່ນໃນການຜະລິດແຜ່ນແພ ແລະ ຍ້ອມດ້ວຍສີທໍາມະຊາດ ເພື່ອນໍາມາເປັນເຄື່ອງນຸ່ງຫົ່ມ ປາຍຕີນນົກຢືນຢູ່ໃນທ່າກຽມພ້ອມສູ່ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11.

ເປັນຫຍັງ ກາຕູນນົກແອ່ນ

     ຂອບໃຈຂໍ້ມູນຈາກ: https://rb.gy/1zctei

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/