ເຄີຍສົງໄສບໍ່ວ່າ ເປັນຫຍັງເເມວຈຶ່ງມັກຕິດຕາມເຈົ້າຂອງ ເຂົ້າຫ້ອງນ້ຳ


ເຊື່ອວ່າຫຼາຍໆຄົນອາດເຄີຍສົງໄສວ່າ ເວລາທີ່ເຮົາຈະເຂົ້າຫ້ອງນ້ຳເພື່ອເຮັດກິດຈະກຳຕ່າງໆ ເເມວມັກຍ່າງຕາມເຂົ້າມານຳ, ຖ້າຫາກປິດປະຕູໄວ້ ຫຼື ບໍ່ໃຫ້ເຂົ້າມານຳ ເເນ່ນອນວ່ານ້ອງຄົງບໍ່ຢູ່ລ້າໆຢ່າງເເນ່ນອນ.

ຕາມສັນຊາດຕະຍານຂອງເເມວນັ້ນ ແມວເປັນສັດທີ່ຢ້ານນ້ຳຫຼາຍ ເພາະສະນັ້ນຫ້ອງນໍ້າຈຶ່ງເປັນສະຖານທີ່ເປັນຕາຢ້ານທີ່ສຸດ, ແມວສ່ວນໃຫຍ່ຢ້ານທີ່ຈະອາບນໍ້າ ເພາະບໍ່ມັກໃຫ້ໂຕປຽກ ເເລ້ວກໍຢ້ານສຽງໄດເປົ່າຜົມທີ່ສຸດ. ແຕ່ເມື່ອມະນຸດທາດທີ່ເເສນດີຄືພວກເຮົາເຂົ້າໄປຫ້ອງນ້ຳຄົນດຽວ ນ້ອງແມວຈຶ່ງເກີດມີຄວາມເປັນຫ່ວງ ຢ້ານວ່າມະນຸດທາດຄືກັບພວກເຮົາຈະເກີດອັນຕະລາຍຂຶ້ນ ເຊິ່ງນີ້ເເມ່ນເຫດຜົນທີ່ວ່າເປັນຫຍັງ ນ້ອງຈຶ່ງມັກຕາມເຮົາເຂົ້າຫ້ອງນ້ຳນຳ.

ເພາະເເມວນັ້ນຕ້ອງແນ່ໃຈວ່າ ພວກທາດຄືເຮົາຈະໄດ້ຮັບຄວາມປອດໄພຢ່າງແທ້ຈິງ. ໂດຍເເມວຈະມາເຮັດທ່າອ້ອນໆເຮົາ ເພື່ອບອກໃຫ້ເຮົາຮູ້ວ່າໃນນີ້ມັນອັນຕະລາຍ ມັນບໍ່ມີຫຍັງດອກ ອອກໄປນອນຫຼິ້ນກັບເຮົາຢູ່ນອກດີກວ່າ (ໜ້າຮັກໄປອີກຕ້າວນ້ອນ). ດັ່ງນັ້ນ ຖ້າເເມວໃຜທີ່ມັກຍ່າງຕາມເຂົ້າຫ້ອງນ້ຳນຳ, ໃຫ້ຄິດໄວ້ກ່ອນເລີຍວ່າ ນ້ອງນັ້ນເປັນຫ່ວງ ເເລະ ຮັກເຮົາຫຼາຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/