ເກີດເຫດກວາດຍິງທີ່ນະຄອນຫຼວງປາຣີສ ເສຍຊີວິດ 3 ຄົນ ແລະ ບາດເຈັບ 3 ຄົນ

ເກີດເຫດກວາດຍິງ

ວັນທີ 23 ທັນວາ ຫຼື ວັນສຸກທີ່ຜ່ານມາ ເກີດເຫດການຄົນຮ້າຍໃຊ້ອາວຸດປືນກວາດຍິງທີ່ເຂດ 10 ເຂດສະຕາບູກ ເມືອງ ເຊັງ ເດນິສ ນະຄອນຫຼວງປາຣີສ ກໍ່ໃຫ້ເກີດຜູ້ເສຍຊີວິດແລ້ວຢ່າງໜ້ອຍ 3​ ຄົນ ແລະ ບາດເຈັບອີກ 3 ຄົນ.

ເກີດເຫດກວາດຍິງ

ພາຍຫຼັງເກີດເຫດ ເຈົ້າໜ້າທີ່ສາມາດຄວບຄຸມຕົວຜູ້ຕ້ອງສົງໄສໄດ້ທັນທີ ໂດຍຜູ້ຕ້ອງສົງໄສເປັນຊາຍ ອາຍຸ 69 ປີ ແລະ ກຳລັງດຳເນີນການສອບສວນ. ເບື້ອງຕົ້ນ ເຈົ້າໜ້າທີ່ໄດ້ປະກາດໃຫ້ປະຊາຊົນຫຼີກເວັ້ນເຂດດັ່ງກ່າວແລ້ວ.

ໂດຍໃນເບື້ອງຕົ້ນຍັງບໍ່ເປັນທີ່ຊັດເຈນວ່າ ສາເຫດແຮງຈູງໃຈທີ່ເຮັດໃຫ້ກໍ່ເຫດນັ້ນແມ່ນມາຈາກຫຍັງກັນແທ້ ແຕ່ສຳນັກຂ່າວທ້ອງຖິ່ນຫຼາຍແຫ່ງ ແລະ ໄອຍະການ ລາຍງານກົງກັນວ່າຊາຍແກ່ຜູ້ຕ້ອງສົງໄສທີ່ຖືກຄຸມຕົວໄປນັ້ນ ເຄີຍກໍ່ເຫດພະຍາຍາມຂ້າມາແລ້ວ 2 ຄັ້ງ ແລະ ເຄີຍຖືກດຳເນີນຄະດີໃນເລື່ອງແບ່ງແຍກສີຜິວມາກ່ອນ.

ອາເລັກຊານດຣາ ຄໍເດບາດ ເຈົ້າເມືອງ ເຊັງ ເດນິສ ລະບຸວ່າ ຜູ້ຕ້ອງສົງໄສລາຍນີ້ໄດ້ຮັບບາດເຈັບໃນລະຫວ່າງການກວາດຍິງ ໂດຍເຂົາໄດ້ຍິງໄປທີ່ 3 ຈຸດຄື ສູນວັດທະນະທຳ ຊາວເຄີດ, ຮ້ານອາຫານ ແລະ ຮ້ານເສີມສວຍຂອງແມ່ຍິງ ເຊິ່ງມີຜູ້ບາດເຈັບ 2​ ຄົນໃນຮ້ານເສີມສວຍນັ້ນ.

ເກີດເຫດກວາດຍິງ

ແອນ ຮິດັລໂກ້ ເຈົ້າຄອງນະຄອນ ປາຣີສ ກ່າວວ່າ ເຫດສັງຫານໝູ່ຄັ້ງນີ້ເປັນສີມືຂອງ ນັກເຄື່ອນໄຫວກິດຈະກຳຝັ່ງຂວາ (ອະນຸລັກນິຍົມ) ແລະ ກ່າວເສີມອີກວ່າ ຊາວເຄີດມີສິດໃນການໃຊ້ຊີວິດຢ່າງສະຫງົບສຸກ ແລະ ປອດໄພບໍ່ວ່າຈະຢູ່ບ່ອນໃດ ໂດຍສະເພາະຢ່າງຍິ່ງ ປາຣີສທີ່ຢູ່ຄຽງຂ້າງພວກເຂົາໃນໄລຍະເວລາທີ່ມືດມົນແບບນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/