ເກີດຫຍັງຂຶ້ນ? ຊາວເນັດທົ່ວໂລກລຸກຂຶ້ນຕິດແຮສແທັກ #AsiansAreHuman ເພື່ອທວງຄວາມຍຸຕິທຳໃນປະເດັນການຈຳແນກເຊື້ອຊາດ


ໃນວັນທີ 5 ກຸມພາ 2021 ໃນໂຊຊຽວມີເດຍໄດ້ພາກັນຕິດແຮສແທັກ #AsiansAreHuman ແລະ #JusticeForVicha ເພື່ອຮຽກຮ້ອງຄວາມຍຸຕິທຳ ແລະ ຄວາມເທົ່າທຽມດ້ານສິດທິມະນຸດ ຫຼັງຈາກທີ່ພໍ່ຕູ້ ວິຊາ ຣັດຕະນະພັກດີ ຄົນໄທ ອາຍຸ 84 ປີ ຖືກຍູ້ລົ້ມອາການບາດເຈັບສາຫັດ ແລະ ເສຍຊີວິດໃນເວລາຕໍ່ມາ, ໂດຍໃນ Twitter ມີຍອດຣີທະວິດເກືອບ 2 ແສນຄັ້ງ.

ເຫດເກີດທີ່ບໍລິເວນຫົນທາງແອນຊາ ວິສຕາ ລັດຄາລິຟໍເນຍ ສະຫະລັດອາເມຣິກາ. ໃນຂະນະທີ່ພໍ່ຕູ້ວິຊາ ກຳລັງອອກກຳລັງກາຍໃນຕອນເຊົ້າເປັນເລື່ອງປົກກະຕິທີ່ໜ້າບ້ານ ຕອນນັ້ນເອງມີຜູ່ຊາຍໂຕໃຫຍ່ຜິວສີແລ່ນມາຢ່າງໄວ ແລະ ຕຳເອົາພໍ່ຕູ້ຈົນລົ້ມລົງຢ່າງແຮງ ກ່ອນທີ່ຜູ່ຊາຍຄົນນັ້ນຈະຍ່າງໜີໄປແບບບໍ່ມີຫຍັງເກີດຂຶ້ນ.

ພໍ່ຕູ້ວິຊາໄດ້ຮັບບາດເຈັບສາຫັດ ຖືກນຳໂຕສົ່ງໂຮງໝໍ ແລະ ເສຍຊິວິດລົງໃນອີກ 2 ມື້ຕໍ່ມາ. ກ້ອງວົງຈອນປິດຂອງເພື່ອນບ້ານສາມາດຈັບພາບນາທີທີ່ພໍ່ຕູ້ຖືກທຳຮ້າຍໄວ້ໄດ້ ແລະ ເບິ່ງຄືວ່າຜູ່ຊາຍຄົນນັ້ນຕັ້ງໃຈຕຳແບບບໍ່ມີສາເຫດ ແຖມຍັງບໍ່ຮູ້ສຶກຜິດຫຍັງ.
https://twitter.com/dionlimtv/status/1356098895604895745?s=21&fbclid=IwAR0uhTGmTQ40HQM6NiryOfIlGV9tVvM69AW7XAcbj9YtDqLIpNRA3ikM4iI

ວິດີໂອດັ່ງກ່າວໄດ້ກາຍເປັນກະແສທົ່ວໂລກ ທຸກຄົນໄດ້ຕົກໃຈກັບເຫດການທີ່ເກີດຂຶ້ນ  ພາກັນປະນາມຜູ່ກໍ່ເຫດ ແລະ ສະແດງຄວາມເສຍໃຈກັບຄອບຄົວ ລວມເຖິງເຈົ້າເມືອງຊານຟຣານຊິສໂກເອງກໍອອກຖະແຫຼງການປະນາມຜູ່ກໍ່ເຫດເຊັ່ນກັນ.

ຕໍ່ມາຕຳຫຼວດໄດ້ຈັບຜູ່ກໍ່ເຫດໄດ້ ຊື່ວ່າ “ອອງຕວນ ວັດສັນ” (Antoine Watson) ອາຍຸ 19 ປີ ແລະ ໝູ່ຍິງຄົນສະໜິດ “ເມລາເຊຍ ກູ” (Maylasia Goo) ອາຍຸ 20 ປີ ທີ່ຄາດວ່າເປັນຜູ່ສົມຮູ້ຮ່ວມຄິດ ເນື່ອງຈາກເປັນຄົນພາອອງຕວນຫຼົບໜີ.

ຄິມ ລໍສັນ (Kim Lawson) ລູກສາວຂອງພໍ່ຕູ້ວິຊາ ພະຍາຍາມບົ່ງຊີ້ວ່າ ເຫດການດັ່ງກ່າວແມ່ນມາຈາກການຈຳແນກເຊື້ອຊາດ ທັງພໍ່ ແລະ ອອງຕວນບໍ່ຮູ້ຈັກກັນມາກ່ອນ ບໍ່ມີການໂອ້ລົມຫຍັງກັນ ຈຶ່ງຂໍໃຫ້ສານລົງໂທດອອງຕວນສະຖານໜັກ. ເອຣິກ ລໍສັນ (Eric Lawson) ລູກເຂີຍຂອງພໍ່ຕູ້ບອກວ່າ ຄອບຄົວຂອງພວກເຂົາຖືກຄຸກຄາມດ້ວຍຄຳເວົ້າທີ່ສະແດງເຖິງການແບ່ງແຍກເຊື້ອຊາດມາຕະຫຼອດ ໂດຍສະເພາະຊ່ວງໂຄວິດທີ່ຄົນເອເຊຍຖືກເບິ່ງວ່າເປັນຕົ້ນເຫດຂອງເຊື້ອໄວຣັສ ເຮັດໃຫ້ຄຳເວົ້າຍິ່ງທະວີຄວາມຮຸນແຮງຂຶ້ນ ແລະ ກາຍເປັນການຄຸກຄາມ.

ຄົນເອເຊຍທີ່ຢູ່ທົ່ວທຸກມຸມໂລກເຫັນວ່າ ການກະທຳຄັ້ງນີ້ເປັນສິ່ງທີ່ໂຫດຮ້າຍຫຼາຍ ແລະ ມັນຍັງສະທ້ອນເຖິງຄວາມກຽດຊັງ ແລະ ບັນຫາການແບ່ງແຍກເຊື້ອຊາດຢ່າງຊັດເຈນ ຈຶ່ງເກີດເປັນ #AsiansAreHuman ທີ່ທວງຄວາມຍຸຕິທຳໃຫ້ຄົນເອເຊຍ ຄ້າຍຄືກັບເຫດການ Black Lives Matter ກໍລະນີຂອງ ຈອດຈ໌ ຟຣອຍ ໃນປີ 2020 ທີ່ທວງຄວາມຍຸຕິທຳໃຫ້ກັບຄົນດຳໃນໂລກອອນໄລນ໌.

ໂຈນາທານ ດີ ຊາງ (Jonathan D. Chang) ສິນລະປິນຊາວເອເຊຍທີ່ອາໄສຢູ່ລອສແອງເຈີລິສ ໄດ້ແຕ້ມຮູບພໍ່ຕູ້ວິຊາເພື່ອສະແດງຄວາມໄວ້ອາໄລ ແລະ ມີຄົນຈຳນວນຫຼາຍທີ່ປ່ຽນຮູບປະຈຳຕົວໃນໂຊຊຽວມີເດຍເປັນຮູບນີ້.

ໂຊຊຽວມີເດຍລຸກເປັນໄຟ ເມື່ອມີຄົນຕິດແຮສແທັກ #AsiansAreHuman ແລະ ມີຄົນແຊຣ໌ເຫດການທີ່ບໍ່ຍຸຕິທຳກັບຄົນເອເຊຍຫຼາຍໆກໍລະນີ, ມີການຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ບັນດາຄົນເຫຼົ່ານັ້ນ, ຫຼັງຈາກນັ້ນ ກໍໄດ້ມີບັນດາຄົນດັງທັງໃນປະເທດໄທ ແລະ ຕ່າງປະເທດ ອອກມາຮຽກຮ້ອງຄວາມຍຸຕິທຳໃຫ້ພໍ່ຕູ້ວິຊາ ແລະ ຄົນເອເຊຍ ລວມທັງຕໍ່ຕ້ານການຢຽດເຊື້ອຊາດອີກດ້ວຍ.