ເກມຈົບຄົນບໍ່ຈົບ! ແຟນບານຝຣັ່ງຫຼາຍກວ່າ 2 ແສນຄົນ ລົງຊື່ກຽມຮ້ອງຂໍໃຫ້ FIFA ຈັດນັດຊິງໃໝ່ ເພາະເບິ່ງວ່າການຕັດສິນ ບໍ່ເປັນທຳ

ເກມຈົບຄົນບໍ່ຈົບ

ເຖິງແມ່ນວ່າການແຂ່ງຂັນບານໂລກ 2022 ນັດຊິງຊະນະເລີດຈະຈົບລົງແລ້ວ ດ້ວຍໄຊຊະນະຂອງ ທີມຊາດ ອາເຈນຕິນາ ແຕ່ອາລົມຂອງແຟນບານໃນເກມນັ້ນຍັງບໍ່ຈົບ ໂດຍສະເພາະແຟນບານຂອງທີມຊາດ ຝຣັ່ງ ທີ່ເບິ່ງວ່າເກມດັ່ງກ່າວ ກໍາມະການແມ່ນບໍ່ມີຄວາມເປັນທຳໃນການຕັດສິນ.

ເກມຈົບຄົນບໍ່ຈົບ

ໂດຍແຟນບານຝຣັ່ງເບິ່ງວ່າປະຕູທີ່ເສຍໄປນັ້ນ ກຳມະການຕັດສິນບໍ່ຖືກ ແລະ ໄດ້ລວມຕົວກັນຮຽກຮ້ອງຜ່ານເວັບໄຊອອນລາຍຢ່າງ MesOpinion ເພື່ອຮຽກຮ້ອງໃຫ້ສະຫະພັນບານເຕະສາກົນ ຫຼື FIFA ຈັດການແຂ່ງຂັນນັດຊິງນັດດັ່ງກ່າວຂຶ້ນມາໃໝ່ອີກເທື່ອໜຶ່ງ.

ເກມຈົບຄົນບໍ່ຈົບ

ເຊິ່ງຈັງຫວະທີ່ແຟນບານຝຣັ່ງເບິ່ງວ່າບໍ່ເປັນທຳນັ້ນ ຄືປະຕູທີ່ເສຍໄປປະຕູທຳອິດ ທີ່ ອຸດມານ ເດັມເບເລ່ ເຮັດຟາວ ເອັງເກີ້ ດິມາເຣນ ຈົນເສຍຈຸດໂທດ ເຊິ່ງພວກເຂົາເບິ່ງວ່າຈັງຫວະນັ້ນບໍ່ແມ່ນການຟາວແຕ່ຢ່າງໃດ.

ເກມຈົບຄົນບໍ່ຈົບ

ສ່ວນຈັງຫວະທີ 2 ແມ່ນຈັງຫວະທີ່ ຄຣິສຕຽນ ໂຣເມໂຣ້ ກອງຫຼັງຂອງທີມຊາດ ອາເຈນຕິນາ ບໍ່ຖືກຈັບຟາວ ກ່ອນທີ່ຈະເປັນຈັງຫວະຕໍ່ເນື່ອງ ແລ້ວມາເສຍປະຕູທີ 2 ໃຫ້ກັບ ທີມຊາດອາເຈນຕິນາ.

ປັດຈຸບັນຫົວຂໍ້ນີ້ ໄດ້ຮັບການລົງຊື່ໄປແລ້ວຫຼາຍກວ່າ 2 ແສນຄົນ. ແຕ່ຢ່າງໃດກໍຕາມ ການທີ່ຈະຈັດການແຂ່ງຂັນຂຶ້ນອີກເທື່ອໜຶ່ງຕາມຄວາມຕ້ອງການຂອງແຟນບານກຸ່ມນີ້ ແມ່ນບໍ່ມີທາງເປັນໄປໄດ້ເລີຍ ເນື່ອງຈາກ FIFA ຈະຕ້ອງເປີດຂະບວນການສືບສວນຢ່າງເປັນທາງການ ແລະ ເຖິງແມ່ນວ່າ ຈະມີການຕັດສິນທີ່ບໍ່ເປັນທຳແທ້ ກໍຈະບໍ່ມີການຈັດການແຂ່ງຂັນຂຶ້ນອີກ ເພາະຈະຖືເປັນການບໍ່ໃຫ້ກຽດອີກຝ່າຍໜຶ່ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/