ຮ່ອງເຕ້ ຮັ່ນອ້າຍຕີ້ ກັບຕຳນານຮັກ “ຕັດແຂນເສື້ອ”


ຫາກກ່າວເຖິງຕຳນານຄວາມຮັກທີ່ເປັນເລື່ອງຈິງກວ່ານິຍາຍ ຫຼາຍຄົນອາດຈະຮູ້ຈັກຫຼາຍໆເລື່ອງ ແຕ່ເຊື່ອວ່າບາງຄົນອາດຈະຮູ້ຈັກຕຳນານຮັກ “ຕັດແຂນເສື້ອ” ອັນໂດ່ງດັງຂອງ ຮ່ອງເຕ້ຮັ່ນອ້າຍຕີ້ ຜູ້ທີ່ຍອມຕັດແຂນເສື້ອຕົນເອງ ເພາະບໍ່ຢາກປຸກຊາຍອັນເປັນທີ່ຮັກ.

ຮ່ອງເຕ້ ຮັ່ນອ້າຍຕີ້ ຫຼື ພະນາມເກົ່າຊື່ວ່າ ຫຼິວຊິນ ເກີດເມື່ອ 24 ປີກ່ອນ ຄສ ເປັນໂອຣົດຂອງ ອ໋ອງເມືອງຕິ້ງເຖົາ. ໃນເວລານັ້ນຮ່ອງເຕ້ຜູ້ຄອງບັນລັງມັງກອນມີນາມວ່າ ຮັ່ນເສິງ ເຖິງແມ່ນວ່າຈະມີເມຍຫຼາຍຄົນແຕ່ກັບບໍ່ມີລູກ ຈຶ່ງຈຳເປັນຕ້ອງຫາຍາດພີ່ນ້ອງຕະກູນຫຼິວ ທີ່ມີອຳນາດລົ້ນຟ້າມາເປັນຣາຊະທາຍາດເພື່ອສືບບັນລັງມັງກອນ ແລະ ຄົນທີ່ຖືກເລືອກຄື ຫຼິວຊິນ ທີ່ຈະກາຍມາເປັນ ຮ່ອງເຕ້ ຮັ່ນອ້າຍຕີ້.

ໃນເວລານັ້ນຂຸນນາງ ແລະ ລາສະດອນ ລ້ວນແຕ່ພາກັນຕື່ນເຕັ້ນເມື່ອ ຮ່ອງເຕ້ຮັ່ນອ້າຍຕີ້ ຂຶ້ນຄອງບັນລັງມັງກອນ ເພາະເຊື່ອວ່າ ພະອົງມີຄວາມປີຊາສາມາດ. ແຕ່ສິ່ງເຫຼົ່ານັ້ນກໍກາຍເປັນພຽງພາບຝັນ ເພາະໃນໄລຍະການປົກຄອງຂອງ ຮ່ອງເຕ້ຮັ່ນອ້າຍຕີ້ ເຕັມໄປດ້ວຍການສໍ້ລາດບັງຫຼວງ ແລະ ການເກັບພາສີທີ່ໜັກໜ່ວງຈາກປະຊາຊົນ.

ເລື່ອງລາວຂອງຮ່ອງເຕ້ ຮັ່ນອ້າຍຕີ້ ເບິ່ງແລ້ວອາດຈະບໍ່ມີຫຍັງໂດດເດັ່ນ ແຕ່ວ່າຮ່ອງເຕ້ຮັ່ນອ້າຍຕີ້ມີຊື່ສຽງໃນເລື່ອງຊາຍຮັກຊາຍ ໂດຍນັກປະຫວັດສາດແຕ່ບູຮານໄດ້ລະບຸວ່າ ພະອົງມີຄວາມສຳພັນຢ່າງເລິກເຊິ່ງກັບຂຸນນາງ ນາມວ່າ ຕົງສຽນ.

ຮ່ອງເຕ້ ຮັ່ນອ້າຍຕີ້ ຕົກຫຼຸມຮັກ ຕົງສຽນ ທີ່ເປັນພຽງຄົນຮັບໃຊ້ພຽງໃນວັງຢ່າງຫົວປັກຫົວປຳ ຈົນບໍ່ສາມາດຫ້າມໃຈຕົນເອງໄດ້ ແລະ ໃຫ້ຕົງສຽນຕິດຕາມຢູ່ຕະຫຼອດເວລາ ແຕ່ຕົງສຽນນັ້ນບໍ່ສາມາດເຂົ້າໃນວັງໄດ້ ເພາະບໍ່ແມ່ນຂັນທີ ແຕ່ດ້ວຍຄວາມຮັກ ພະອົງຈຶ່ງໃຫ້ຕົງສຽນປອມເປັນຂັນທີ ເພື່ອຈະໄດ້ຢູ່ໃກ້ຕົນເອງ ແຕ່ຕົງສຽນເອງກໍບໍ່ແມ່ນຊາຍໂສດ ເພາະມີລູກມີເມຍແລ້ວ ຮ່ອງເຕ້ຮັ່ນອ້າຍຕີ້ຈຶ່ງຈັດແຈງໃຫ້ບັນດາເມຍຂອງຕົງສຽນມາຢູ່ໃນວັງ. ຕົງສຽນເຫັນວ່າຕົນເປັນທີ່ໂປດປານຈຶ່ງເຮັດຕາມໃຈ ໂດຍການໄປມີຄວາມສຳພັນກັບນາງສະໜົມໃນວັງ ແຕ່ເມື່ອຮ່ອງເຕ້ຮັ່ນອ້າຍຕີ້ຮູ້ກໍບໍ່ໄດ້ສົນໃຈ ເພາະພະອົງຮູ້ວ່າຕົນເອງດີວ່າເປັນເກ ແລະ ກໍຢາກມີຄວາມສຳພັນກັບຕົງສຽນພຽງຜູ້ດຽວ

ດ້ວຍຄວາມຮັກບວກກັບຄວາມຫຼົງໃຫຼຕົງສຽນ ຢ່າງຫຼວງຫຼາຍ ມີຫຍັງກໍຍົກໃຫ້ຊູ້ຮັກໄປໝົດທຸກສິ່ງທຸກຢ່າງ. ມີມື້ໜຶ່ງ ຮ່ອງເຕ້ຮັ່ນອ້າຍຕີ້ ຕື່ນຂຶ້ນມາເຫັນຕົງສຽນ ນອນຫຼັບທັບແຂນເສື້ອຂອງຕົນເອງຢູ່ ແຕ່ບໍ່ຍອມດຶງອອກເພາະຢ້ານຊາຍຮັກຈະຕື່ນ ຈຶ່ງຕັດແຂນເສື້ອຕົນເອງ ເພື່ອໃຫ້ຊາຍຮັກໄດ້ນອນຢ່າງສະບາຍຕໍ່ໄປ ອຳນາດຂອງຕົງສຽນ ນັບມື້ນັບເພີ່ມທະວີຂຶ້ນ ບໍ່ວ່າຈະຂໍຫຍັງ ຮ່ອງເຕ້ຮັ່ນອ້າຍຕີ້ ກໍປະທານໃຫ້ໝົດບໍ່ວ່າຈະເປັນຍົດຖາບັນດາສັກ ລວມທັງຂອງບັນດາຍາດພີ່ນ້ອງກໍລ້ວນມີຕຳແໜ່ງໃຫຍ່ໂຕກັນໄປໝົດ.

ການກະທຳແບບນີ້ ຂຸນນາງຫຼາຍໆຄົນແນ່ນອນວ່າບໍ່ພໍໃຈ ຈຶ່ງຍື່ນຄຳຟ້ອງຮ້ອງຈຳນວນຢ່າງຫຼວງຫຼາຍ ແຕ່ຄວາມຮັກຊະນະທຸກຢ່າງ ຮ່ອງເຕ້ຮັ່ນອ້າຍຕີ້ ສັ່ງລົງໂທດທຸກຄົນທີ່ມາຍື່ນຄຳຟ້ອງຮ້ອງຊາຍຮັກຕົນ. ຊີວິດຄົນເຮົາບໍ່ແນ່ນອນ ເມື່ອຮ່ອງເຕ້ຮັ່ນອ້າຍຕີ້ ສິ້ນພະຊົນຕອນອາຍຸ 27 ​ປີ ແຕ່ກໍຍັງບໍ່ລືມແຕ່ງຕັ້ງຊາຍອັນເປັນທີ່ຮັກຂຶ້ນເປັນຮ່ອງເຕ້ ແຕ່ຟ້າມີຕາ ບັນລັງມັງກອນບໍ່ໄດ້ມາງ່າຍໆ ໄທເຮົາ ຈັດການກໍ່ລັດຖະປະຫານ ພ້ອມປົດຕຳແໜ່ງຂອງຕົງສຽນທັງໝົດ ແລະ ແຕ່ງຕັ້ງ ຫວາງໝ່າງ ຂຶ້ນເປັນຮ່ອງເຕ້.

ເມື່ອຕົງສຽນຮູ້ຊະກຳຕົນເອງດີ ຈຶ່ງໜີດ້ວຍການຂ້າຕົວຕາຍ ພ້ອມກັບບັນດາເມຍໜີຄວາມຜິດ, ຊັບສິນທຸກຢ່າງຖືກຢຶດທັງໝົດ ຕໍ່ມາພາຍຫຼັງຫວາງໝ່າງມີອຳນາດຫຼາຍພໍແລ້ວກໍຈັດການລົ້ມຣາຊະວົງຮັ່ນ ແລະ ແຕ່ງຕັ້ງຣາຊະວົງຊິນ ຂຶ້ນມາແທນ ຈຶ່ງເປັນການປິດຕຳນານ ຕັດແຂນເສື້ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/