ຮູ້ແລ້ວບໍ່? ປັດຈຸບັນໃນ Twitter ເຮົາສາມາດກວດເບິ່ງລາຄາຮຸ້ນ ແລະ Cryptocurrency ໄດ້ແລ້ວ

ຮູ້ແລ້ວບໍ່? ປັດຈຸບັນໃນ Twitter

ປັດຈຸບັນການລົງທຶນໃນຮຸ້ນ ແລະ ສະກຸນເງິນດິຈິຕອນ ຖືເປັນອີກໜຶ່ງທາງເລືອກໃນການລົງທຶນທີ່ໄດ້ຮັບຄວາມນິຍົມບໍ່ໜ້ອຍ ໃນກຸ່ມຄົນຮຸ່ນໃໝ່. Twitter ແພລັດຟອມສື່ສັງຄົມອອນລາຍທີ່ໄດ້ຮັບຄວາມນິຍົມເປັນອັນດັບຕົ້ນໆຂອງໂລກ ຈຶ່ງໄດ້ນຳສະເໜີຄວາມສາມາດໃໝ່ຂອງແພລັດຟອມຕົນເອງ ເຊິ່ງຈະຊ່ວຍໃຫ້ຜູ້ໃຊ້ງານສາມາດເບິ່ງ ລາຄາຂອງ Cryptocurrency ແລະ ຮຸ້ນ ຜ່ານ Twitter ໄດ້ເລີຍ.

ຮູ້ແລ້ວບໍ່? ປັດຈຸບັນໃນ Twitter

ໂດຍທາງ Twitter ໄດ້ອະທິບາຍວິທີໃຊ້ໄວ້ວ່າ ຖ້າຜູ້ໃຊ້ງານຕ້ອງການຈະໃຊ້ຄວາມສາມາດດັ່ງກ່າວ ແມ່ນໃຫ້ຜູ້ໃຊ້ພິມ $ ຕາມດ້ວຍສັນຍະລັກ ຫຼື ຕົວຫຍໍ້ຂອງຮຸ້ນນັ້ນໆລົງໄປໃນຊ່ອງຄົ້ນຫາ. ເຊັ່ນຖ້າເປັນຮຸ້ນຂອງ Tesla ກໍພິມວ່າ $TSLA ເຊັ່ນດຽວກັນກັບ Cryptocurrency ຖ້າຢາກເບິ່ງກຣາຟຂອງ Bitcoin ກໍພິມຄຳວ່າ $BTC.

ຮູ້ແລ້ວບໍ່? ປັດຈຸບັນໃນ Twitter

ນອກຈາກນີ້ ທາງ twitter ຍັງໄດ້ບອກວ່າ ຖ້າຜູ້ໃຊ້ພິມຕົວອັກສອນຫຍໍ້ຂອງຮຸ້ນ ຫຼື ຄຣິບໂຕ ລົງໄປໃນຊ່ອງຄົ້ນຫາໂດຍບໍ່ມີ $ ນຳໜ້າ ລະບົບກໍຈະລິ້ງໄປໜ້າກຣາຟຂອງສິນຊັບທີ່ກຳລັງຄົ້ນຫາໃຫ້ໂດຍອັດຕະໂນມັດ ເຊັ່ນກັນ ແຕ່ອາດຈະບໍ່ໄດ້ຄົບທຸກຕົວ ເຊິ່ງທາງ Twitter ໄດ້ບອກວ່າຈະອັບເດດລະບົບໂດຍການເພີ່ມຕົວຫຍໍ້ດັ່ງກ່າວຂອງຊັບສິນຕ່າງໆ ເຂົ້າໄປເລື້ອຍໆ ເພື່ອໃຫ້ຜູ້ໃຊ້ງານໄດ້ຮັບການບໍລິການທີ່ດີທີ່ສຸດ.

ຮູ້ແລ້ວບໍ່? ປັດຈຸບັນໃນ Twitter

ເຊິ່ງກຣາຟລາຄາຕ່າງໆ ທີ່ຖືກນຳສະເໜີໃນ Twitter ນັ້ນຈະຖືກດຶງມາຈາກ Robinhood ແພລັດຟອມຊື້ຂາຍຮຸ້ນ ແລະ ຄຣິບໂຕ ຊື່ດັງໃນສະຫະລັດອາເມຣິກາ. ໂດຍ ອີລອນ ມັສ ຜູ້ບໍລິຫານ Twitter ຄົນປັດຈຸບັນເຜີຍວ່າ: ສິ່ງນີ້ເປັນໜຶ່ງໃນຫຼາຍໆການປັບປຸງທີ່ກຳລັງຈະມາຮອດ ໃນຜະລິດຕະພັນທາງດ້ານການເງິນຂອງ twitter ແລະ ເປັນຜົນງານທີ່ດີໂດຍທີມ Twitter.

ຢ່າງໃດກໍຕາມຮອດປັດຈຸບັນ ຄວາມສາມາດໃໝ່ດັ່ງກ່າວຂອງ Twitter ສຳລັບຫຼຽນຄຣິບໂຕນັ້ນຍັງຖືວ່າເປັນພຽງການເລີ່ມຕົ້ນ ແລະ ບໍ່ທັນຄອບຄຸມ ເພາະຍັງນຳສະເໜີໄດ້ພຽງ BTC ແລະ ETH 2 ຫຼຽນດັງເທົ່ານັ້ນ ແມ່ນແຕ່ Dogecoin (DOGE) ທີ່ເປັນຫຼຽນທີ່ອີລອນມັສ ເວົ້າເຖິງຢູ່ຕະຫຼອດກໍຍັງບໍ່ຖືກບັນຈຸເຂົ້າໃນຄວາມສາມາດນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/