ຮູ້ຫຼືບໍ່? ທຸກໆ ວັນທີ 7 ກັນຍາ ແມ່ນ “ວັນຄົນຮັກເບຍ”

ວັນຄົນຮັກເບຍ

“ເບຍ” ເອີ້ນໄດ້ວ່າເປັນເຄື່ອງດື່ມແອລກໍຮໍທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນໂລກ ເພາະເວລາໄດ້ດື່ມຍາມໃດແລ້ວຈະຮູ້ສຶກສົດຊື່ນແທ້ໆ ແລະ ຍິ່ງໄດ້ດື່ມຕອນແລງວັນສຸກພ້ອມກັບໝູ່ເພື່ອນ ຫຼື ຄົນສະໜິດບອກໄດ້ເລີຍວ່າຄວາມສຸກມາເຕັມ ດ້ວຍເຫດນີ້ເຊື່ອວ່າຫຼາຍຄົນຕ້ອງຕົກເປັນທາດ ຫຼື ຫຼົງຮັກເບຍໄປແລ້ວ ແລະ ມື້ນີ້ກໍກົງກັບວັນທີ 7 ກັນຍາ ເຊິ່ງເອີ້ນໄດ້ວ່າເປັນມື້ສຳຄັນຂອງຄົນມັກດື່ມເພາະວ່າມັນເປັນ “ວັນຄົນຮັກເບຍ” ຫຼື BEER LOVER’S DAY.

ວັນຄົນຮັກເບຍ

ທຸກໆ ວັນທີ 7 ກັນຍາ ແມ່ນຈະເປັນວັນຄົນຮັກເບຍ ຫຼື BEER LOVER’S DAY ທີ່ກໍ່ຕັ້ງຂຶ້ນໂດຍຄົນຮັກເບຍ ເພື່ອລະນຶກເຖິງຄວາມສໍາຄັນຂອງເຄື່ອງດື່ມຊະນິດນີ້ ທີ່ໄດ້ມີການຄິດຄົ້ນມາຕັ້ງແຕ່ 5,000 ປີກ່ອນ ຄສ ຢ້ອນຫຼັງໄປເຖິງສະໄໝຊາວອີຢິບ ແລະ ຊາວໂຣມັນ.

ຢ້ອນກັບໄປກາງປີ ຄ.ສ 1800 ໃນສະຫະລັດມອາເມຣິກາພົບວ່າມີການກັ່ນເບຍຈາກຜູ້ອົບພະຍົບຊາວເຢຍລະມັນທີ່ຮັກເບຍ ແລະໃນເຢຍລະມັນຍັງມີການຜະລິດເບຍໃນຮູບແບບກະແລັ້ມອີກພ້ອມ ໂດຍກະແລັ້ມທີ່ວ່ານີ້ມີປະລິມານແອລກໍຮໍໜ້ອຍກວ່າເບຍຄລາສສິກ. ພ້ອມນີ້ໃນປັດຈຸບັນເຮົາຈະສັງເກດເຫັນວ່າບັນດາທຸລະກິດເບຍແມ່ນມີມູນຄ່າສູງຫຼາຍລ້ານໂດລາ ແລະ ເຮົາກໍຈະມັກເຫັນເບຍໄປປາກົດຕົວໃນງານລ້ຽງສະເຫຼີມສະຫຼອງ ຫຼື ງານພົບປະຕ່າງໆທົ່ວໂລກ ເຊິ່ງນີ້ອາດເປັນເຄື່ອງຢືນຢັນໄດ້ວ່າ ເບຍ ນັ້ນມີຄົນຮັກຈາກທົ່ວທຸກມຸມໂລກແທ້ໆ.

ວັນຄົນຮັກເບຍ

ແລະ ສຳລັບວິທີການສະເຫຼີມສະຫຼອງຂອງ ວັນຄົນຮັກເບຍ ແມ່ນມີຄືອອກໄປພົບປະສັງສັນກັບໝູ່ເພື່ອນ ຫຼື ຄົນສະໜິດໂດຍໃຊ້ເບຍເປັນເຄື່ອງດື່ມ, ໄປຢ້ຽມຢາມແຫຼ່ງຜະລິດເບຍ, ລອງຊີມເບຍໃນຣົດຊາຍໃໝ່ທີ່ບໍ່ເຄີຍສຳຜັດມາກ່ອນ ຫຼື ອາດຈະເຮັດເບຍດື່ມເອງເລີຍກໍໄດ້.

ທັງນີ້ ເຖິງວ່າເບຍຈະເປັນເຄື່ອງດື່ມຍອດນິຍົມຈົນເຮັດໃຫ້ຄົນຫຼົງຮັກ ແຕ່ເຮົາກໍຄວນດື່ມຢ່າງມີສະຕິ ແລະ ມີຄວາມຮັບຜິດຊອບ ຄວນດື່ມແຕ່ພໍເໝາະເພື່ອຄວາມປອດໄພຂອງຕົນເອງ ແລະຜູ້ອື່ນ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply