ຮູ້ຈັກກັບ Magic Spray ສະເປວິເສດ ທີ່ສີດແລ້ວ ເຮັດໃຫ້ນັກກິລາທີ່ເຈັບຢູ່ ລຸກຂຶ້ນມາແລ່ນ ຄືບໍ່ມີຫຍັງເກີດຂຶ້ນ

ຮູ້ຈັກກັບ-magic-spray-ສະເປວິເສດ

ຫຼາຍຄົນທີ່ເຄີຍເບິ່ງກິລາບານເຕະ ກໍຄົງຈະເຄີຍເຫັນ ຈັງຫວະການປະທະກັນຂອງນັກກິລາ ແລ້ວເກີດມີອາການບາດເຈັບ ກ່ອນທີ່ທີມແພດຈະແລ່ນເຂົ້າມາ ພ້ອມສີດສະເປໄປທີ່ບໍລິເວນທີ່ມີອາການບາດເຈັບຂອງນັກກິລາ ຈາກນັ້ນນັກກິລາກໍເບິ່ງຄືວ່າຈະລືມອາການບາດເຈັບນັ້ນໄປ ແລະ ລຸກຂຶ້ນມາແລ່ນຄືເກົ່າ ປຽບເໝືອນບໍ່ເຄີຍມີຫຍັງເກີດຂຶ້ນເລີຍ.

ທຸກຄົນເຄີຍສົງໄສບໍ່ວ່າສະເປທີ່ທີມແພດນຳມາສີດໃສ່ນັກກິລານັ້ນ ມັນແມ່ນສະເປຫຍັງ  ແລະ ມັນໃຊ້ໄດ້ຜົນແທ້ບໍ່. ມື້ນີ້ Lao X ຈະພາທຸກຄົນມາຫາຄຳຕອບນັ້ນກັນ.

ຮູ້ຈັກກັບ-magic-spray-ສະເປວິເສດ

ໂດຍສະເປດັ່ງກ່າວນີ້ ເອີ້ນວ່າ Cold Spray ຫຼື ທີ່ພາສາບານເຕະ ຫຼື ຄົນໃນວົງການກິລາມັກເອີ້ນມັນວ່າ Magic Spray ທີ່ເປັນສະເປໃຫ້ຄວາມເຢັນ ຄ້າຍຄືກັບການເອົານໍ້າກ້ອນມາປະຄົບເພື່ອບັນເທົາອາການບາດເຈັບຂອງນັກກິລາໃນໄລຍະສັ້ນໆ.

ຮູ້ຈັກກັບ-magic-spray-ສະເປວິເສດ

ເຊິ່ງສ່ວນປະສົມໃນສະເປກໍຈະແຕກຕ່າງກັນໄປຕາມຍີ່ຫໍ້. ແຕ່ສານທີ່ມັກຈະພົບ ແລະ ມີຄ້າຍຄືກັນກັບທຸກຍີ່ຫໍ້ ກໍຈະເປັນສານພວກ Ethyl chloride ທີ່ເຮັດໜ້າທີ່ເປັນຢາຂ້າເຊື້ອໂຣກ ຫຼື Methyl salicylate ທີ່ເຮັດໜ້າທີ່ເປັນສານຕ້ານການລະຄາຍເຄືອງ. ໂດຍສານທັງສອງສານນີ້ມີອີກໜຶ່ງໜ້າທີ່ກໍຄືການໃຫ້ຄວາມເຢັນ ແລະ ​ ຈະເຮັດໃຫ້ຜູ້ຫຼິ້ນລືມຄວາມເຈັບປວດຊົ່ວຄາວປະມານ 2-3 ນາທີ ເຊິ່ງພຽງພໍຖ້າອາການເຈັບບໍ່ຮຸນແຮງ ແລະ ອະນຸຍາດໃຫ້ຜູ້ຫຼິ້ນລຸກຂຶ້ນ ແລະ ສືບຕໍ່ແລ່ນລົງໄປໃນສະໜາມໄດ້ ເຖິງແມ່ນວ່າຫຼັງຈາກຢາໝົດລິດ ຄວາມເຈັບປວດຈະກັບຄືນມາກໍຕາມ.

ຮູ້ຈັກກັບ-magic-spray-ສະເປວິເສດ

ສະຫຼຸບກໍຄື ສະເປດັ່ງກ່າວ ບໍ່ໄດ້ໃຊ້ເພື່ອປິ່ນປົວອາການບາດເຈັບຂອງນັກກິລາແຕ່ຢ່າງໃດ ພຽງແຕ່ໃຫ້ຄວາມເຢັນໃນລະດັບທີ່ເຢັນສຸດໆ ໄປທີ່ບໍລິເວນອາການບາດເຈັບ ຈົນເຮັດໃຫ້ບໍລິເວນດັ່ງກ່າວ ມີອາການຊາຈົນບໍ່ຮູ້ສຶກເຖິງຄວາມເຈັບປວດທີ່ຫາກໍເກີດຂຶ້ນນັ້ນເອງ.

ໂດຍສະເປດັ່ງກ່າວ ຈະໃຊ້ໄດ້ຜົນດີທີ່ສຸດ ກັບນັກກິລາທີ່ໄດ້ຮັບອາການບາດເຈັບທາງກະດູກໃນລະດັບຄ່ອຍເທົ່ານັ້ນ ເພາະອາການເຫຼົ່ານີ້ ຈະມີຄວາມເຈັບປວດທີ່ສູງໃນໄລຍະຕົ້ນ ແຕ່ມີຄວາມສ່ຽງທີ່ຈະເກີດອາການບາດເຈັບ ໃນໄລຍະຍາວໄດ້ໜ້ອຍ ສະນັ້ນຈຶ່ງເໝາະສົມທີ່ສຸດໃນການໃຊ້ສະເປບັນເທົາອາການບາດເຈັບໃນໄລຍະສັ້ນໆ.

ນອກເໜືອຈາກນີ້ ອາການບາດເຈັບທີ່ໜັກໜ່ວງເຊັ່ນ ກະດູກແຕກ, ມີການຈີກຂາດຂອງກ້າມເນື້ອ ຫຼື ເສັ້ນເອັນ Magic Spray ຈະເປັນສິ່ງທໍາອິດ ທີ່ບໍ່ສົມຄວນທີ່ຈະໃຊ້ໃນກໍລະນີເຫຼົ່ານີ້ ເພາະການບັນເທົາອາການບາດເຈັບໃນໄລຍະສັ້ນ ອາດເຮັດໃຫ້ນັກກິລາລົງໄປຫຼິ້ນຕໍ່ແລ້ວ ເກີດອາການບາດເຈັບທີ່ເກີດກ່ອນໜ້ານີ້ ບານປາຍ ແລະ ໜັກກວ່າເກົ່ານັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/