ອາການປວດຫຼັງເປັນສັນຍານເຕືອນໄພເຖິງໂຣກຮ້າຍທີ່ຕ້ອງໃຊ້ເວລາປິ່ນປົວເປັນປີໆ


ອາການປວດຫຼັງເປັນອາການທີ່ພົບໄດ້ທຸກເພດທຸກໄວ ໂດຍສະເພາະຄົນທີ່ນັ່ງເຮັດວຽກຢູ່ໜ້າຈໍຄອມເປັນເວລາດົນໆບໍ່ລຸກໄປໃສ ຫຼື ຄົນທີ່ເຮັດວຽກໜັກໆທີ່ຕ້ອງກົ້ມໆເງີຍໆໃນທ່າເກົ່າຢູ່ຊ້ຳໆ. ອາການປວດຫຼັງສ່ວນໃຫຍ່ຈະດີຂຶ້ນຫຼັງຈາກພັກຜ່ອນ ແລະ ບໍ່ມີຜົນກະທົບຕໍ່ຊີວິດປະຈໍາວັນ, ແຕ່​ອາ​ການ​ເຈັບ​ປວດ​ຢ່າງ​ຮຸນ​ແຮງ​ ຫຼື ມີອາການເປັນເດືອນໆ ​ແລະ ​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ປະຈຳ​ວັນ ປົກກະຕິແລ້ວມັກຈະມາຈາກສາເຫດອັນຕະລາຍ ແລະ ຮ້າຍແຮງ. ອາການປວດຫຼັງທີ່ມີລັກສະນະນີ້ຄວນຈະຕ້ອງຮີບໄປພົບເເພດໂດຍໄວເພື່ອ​ຊອກ​ຫາ​ສາ​ເຫດ​​ ແລະ ​ໄດ້ຮັບການປິ່ນ​ປົວ​​ຢ່າງ​ຖືກ​ຕ້ອງ​.

ເຮົາມາເບິ່ງກັນວ່າຈະມີອາການໃດເເດ່ທີ່ຄວນຈະຕ້ອງໄປພົບເເພດໂດຍໄວ ກ່ອນທີ່ຈະໄດ້ນອນປິ່ນປົວເປັນປີໆ.

  1. ກ້າມຊີ້ນ ເເລະ ເສັ້ນເອັນອັກເສບ

ສາເຫດມາຈາກການໃຊ້ກ້າມຊີ້ນສ່ວນເກົ່າຊໍ້າໆກັນເຊັ່ນ ນັ່ງຢູ່ທ່າດຽວກັນເປັນເວລາດົນໆ, ກົ້ມໆເງີຍໆຕະຫຼອດ, ເຮັດວຽກ ຫຼື ຫຼີ້ນກິລາທີ່ໃຊ້ທ່າຊ້ຳໆເປັນເວລາດົນ, ເມື່ອໃຊ້ກ້າມຊີ້ນບໍລິເວນນັ້ນຈະເຮັດຮູ້ສຶກເຈັບປວດ.

ອາການເຈັບປວດເເບບນີ້ ພຽງແຕ່ຢຸດການໃຊ້ກ້າມຊີ້ນສ່ວນນັ້ນຈົນກວ່າຈະດີຂຶ້ນ ເເລະ ເຊົາປວດໄປເອງ.

  1. ຂໍ້ຕໍ່ອັກເສບ

ສາເຫດມາຈາກການໃຊ້ຂໍ້ຕໍ່ບ່ອນເກົ່າຊ້ຳໆເຊັ່ນ ກົ້ມໆເງີຍໆ ແລະ ບິດໄປມາ ອາການຈະຄ້າຍກັບກ້າມຊີ້ນ ແລະ ເສັ້ນເອັນອັກເສບ ພຽງແຕ່ເກີດຂຶ້ນໃນບໍລິເວນຂໍ້ຕໍ່ເຊັ່ນ: ຂໍ້ຕີນ, ຫົວເຂົ່າ ແລະ ບ່າ.

ອາການເຈັບແບບນີ້ ພຽງແຕ່ຢຸດການໃຊ້ຂໍ້ຕໍ່ບ່ອນທີ່ເຈັບ ອາການກໍຈະດີຂຶ້ນໄປເອງ.

  1. ໝອນຮອງກະດູກທັບເສັ້ນປະສາດ

ອາການປວດຫຼັງເກີດຂຶ້ນທັນທີໃນຕອນທີ່ກົ້ມຍົກເຄື່ອງ ສາເຫດຍ້ອນການເເບກ ຫຼື ຍົກຂອງໜັກຜິດທ່າ, ຕໍ່ມາກໍຈະເລີ່ມປວດເເກ່ຍາວໄປຮອດຂາ ເຊິ່ງຈະປວດຫຼາຍຂຶ້ນເວລາຍ່າງ ເເລະ ຈະດີຂຶ້ນເມື່ອໄດ້ນອນພັກ.

ຖ້າເສັ້ນປະສາດຖືກທັບ ຫຼື ອັກເສບເປັນເວລາດົນ ອາດຈະເຮັດໃຫ້ກ້າມຂາອ່ອນເເຮງ ຫຼື ຊາ ອາການເເບບນີ້ຕ້ອງໄປພົບແພດທັນທີ.

  1. ກະດູກສັນຫຼັງເສື່ອມ

ອາການປວດເເບບນີ້ມັກເກີດຂຶ້ນນຳຜູ້ທີ່ມີອາຍຸຫຼາຍ ເມື່ອອາຍຸຫຼາຍຂຶ້ນຂໍ້ຕໍ່ກະດູກເສື່ອມ ໝອນຮອງກະດູກເສື່ອມລົງເຮັດໃຫ້ກະດູກຜິດຮູບ ຫຼື ເຄື່ອນໄວຜິດປົກກະຕິ, ກະດູກອາດທັບເສັ້ນປະສາດເຮັດໃຫ້ເຈັບຫຼັງເເກ່ຍາວໄປຮອດຂາໄດ້.

ໂດຍອາການເເບບນີ້ມັກຈະເຈັບຫຼາຍຂຶ້ນເວລາຍ່າງດົນໆ ເວລາຍ່າງອາດຈະກົ້ມຕົວເລັກນ້ອຍເພື່ອບັນເທົາອາການປວດໃຫ້ໜ້ອຍລົງ, ສາມາດບັນເທົາອາການປວດໄດ້ຈາກການນັ່ງພັກ ຫຼື ນອນພັກ. ຖ້າຫາກນັ່ງພັກ ຫຼື ນອນພັກຍັງມີອາການປວດຫຼາຍຢູ່ ຄວນໄປພົບເເພດທັນທີ.

  1. ເນື້ອງອກກະດູກສັນຫຼັງ

ການທີ່ມີເນື້ອງອກຢູ່ກະດູກສັນຫຼັງນັ້ນ ຖືວ່າບໍ່ເເມ່ນອາການເຈັບປວດເເບບປົກກະຕິເເລ້ວ. ທ່ານອາດຈະມີເນື້ອງອກທີ່ອາດຈະກິນກະດູກສັນຫຼັງ ເຮັດໃຫ້ເຈັບປວດກະດູກ ຫຼື ມັນອາດຈະກົດທັບເສັ້ນປະສາດທີ່ເຮັດໃຫ້ເກີດອາການເຈັບປວດເເກ່ຍາວໄປຮອດຂາ ເຮັດໃຫ້ຂາຊາ ຫຼື ອ່ອນເເຮງ

ເຊິ່ງອາການເຫຼົ່ານີ້ມັກຈະປວດໃນເວລານອນ, ໃນເວລາທີ່ຢືນ ແລະ ຍ່າງອາການກໍຈະດີຂຶ້ນ ເເຕ່ຄວນຢູ່ພາຍໃຕ້ການດູເເລຂອງແພດໝໍ ສໍາ​ລັບ​ການ​ກວດ​ສອບ​ ແລະ ​ໄດ້​ຮັບ​ການ​ປິ່ນ​ປົວ​ເປັນ​ໄລ​ຍະ​.

  1. ການຕິດເຊື້ອກະດູກສັນຫຼັງ

ຈະມີອາການເຈັບຫຼັງ ທີ່ອາດຈະແກ່ຍາວໄປເຖິງຂາ, ກະດູກສັນຫຼັງອາດຈະໂຄ້ງງໍ ຖ້າເຄາະກະດູກຈະຮູ້ສຶກເຈັບປວດ. ຫາກມີອາການແບບນີ້ຄວນໄປພົບແພດທັນທີ.

  1. ປວດຫຼັງ ເເລະ ມີອາການອື່ນໆຮ່ວມນຳ

ຖ້າຫາກມີອາການເຈັບຫຼັງ ເເລະ ຍັງມີອາການເຈັບປວດອື່ນໆຮ່ວມນຳເຊັ່ນ: ມີອາການຊາຕາມບໍລິເວນນິ້ວມື້ ແລະ ນິ້ວຕີນ, ມີໄຂ້ສູງ, ໜາວສັ່ນ, ນ້ຳໜັກລົດ, ອ່ອນເພຍ, ເບື່ອອາຫານ ເເລະອື່ນໆ, ຄວນໄປພົບແພດໃຫ້ໄວເທົ່າທີ່ຈະໄວໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/