ຫຼິ້ນເກມຈົນໄດ້ດີ! 5 ນັກກິລາ E-Sports ທີ່ສ້າງລາຍໄດ້ຈາກການຫຼິ້ນເກມໄດ້ຫຼາຍທີ່ສຸດໃນໂລກ

ຫຼິ້ນເກມຈົນໄດ້ດີ

ປັດຈຸບັນ ການຫຼິ້ນເກມອາດບໍ່ແມ່ນພຽງແຕ່ກິດຈະກຳທີ່ໃຊ້ໄວ້ຜ່ອນຄາຍສະໝອງ ຫຼື ກິດຈະກຳທີ່ເອົາໄວ້ເຮັດຫຼິ້ນແບບຫົວໆກັບໝູ່ພຽງຢ່າງດຽວອີກຕໍ່ໄປ. ເພາະທຸກມື້ນີ້ ອຸດສາຫະກຳ E-Sports ຫຼືການແຂ່ງຂັນເກມ ໃນຮູບແບບຂອງກິລາ ແມ່ນໄດ້ມີເມັດເງິນມະຫາສານໄຫຼວຽນຢູ່ ແລະ ກໍມີຫຼາຍຄົນ ທີ່ຢຶດມັນເປັນອາຊີບ ພ້ອມສ້າງລາຍໄດ້ຈາກສິ່ງນີ້ຢ່າງຈິງຈັງ.

ຫຼິ້ນເກມຈົນໄດ້ດີ

ມື້ນີ້ຈະພາມາເບິ່ງ 5 ນັກກິລາ E-Sports ທີ່ສ້າງລາຍໄດ້ຫຼາຍທີ່ສຸດໃນໂລກ ເອີ້ນໄດ້ວ່າເມື່ອໄດ້ເຫັນຕົວເລກແລ້ວ ຫຼາຍຄົນກໍຄົງຈະລຸກຂຶ້ນມາຈັບເມົ້າ, ຄີບອດ ຫຼື ມືເກມ ຫັນຕົວໄປເປັນນັກກິລາ E-Sports ກັນເລີຍ.

ຫຼິ້ນເກມຈົນໄດ້ດີ

ອັນດັບ 5: Topias Miikka Taavitsainen ນັກກິລາອີສະປອດປະເພດເກມ DOTA 2 ອາຍຸ 24 ປີ ຊາວ ຟິນແລນ ສັງກັດຢູ່ກັບທີມ OG ຕຳແໜ່ງ Mid lane ໂດຍໜຸ່ມ ອາຍຸ 24 ປີ ຄົນນີ້ເຄີຍເຮັດລາຍໄດ້ສູງສຸດເມື່ອ ປີ 2019 ທີ່ຕອນນັ້ນກວາດລາຍໄດ້ເຂົ້າກະເປົາໄປ 5.690.417 ໂດລາ.

ຫຼິ້ນເກມຈົນໄດ້ດີ

ອັນດັບ 4: Sébastien Debs (Ceb) ນັກກິລາ DOTA 2 ຊາວ ເລບານອນ ສັງກັດ OG ຕໍາແໜ່ງ Offlane ແລະ ໃນຖານະຄູເຝິກ ໂດຍ ເຊບາສຕຽນ ໄດ້ກວາດລາຍໄດ້ຈາກອຸດສາຫະກຳນີ້ໄປເຖິງ 5.823.909 ໂດລາ.

ຫຼິ້ນເກມຈົນໄດ້ດີ

ອັນດັບ 3: Anathan Pham ນັກກິລາ DOTA 2 ອາຍຸ 23 ຊາວ ອອສເຕຣເລຍ ເຊິ່ງເປັນຜູ້ຫຼິ້ນໃນຕໍາແໜ່ງ Carry / Solo Mid Lane ທີ່ຕອນນີ້ຍັງບໍ່ມີສັງກັດ. ແຕ່ຢ່າງໃດກໍຕາມໜຸ່ມນ້ອຍຄົນນີ້ຫາກິນກັບວົງການເກມນີ້ ໄປໄດ້ແລ້ວ 6.024.411 ໂດລາ.

ຫຼິ້ນເກມຈົນໄດ້ດີ

ອັນດັບ 2: Jesse Vainikka ນັກກິລາ DOTA 2 ຍອດສີມື ຈາກປະເທດຟິນແລນ ອາຍຸ 30 ປີ ທີ່ປັດຈຸບັນສັງກັດໃນທີມ Liquid ເຈົ້າຂອງຕໍາແໜ່ງ ຄູເຝິກຂອງທີມ ແລະ Support. ໂດຍ Jesse ເລີ່ມຕົ້ນເຂົ້າວົງການ ອີສະປອດ ມາຈາກເກມ Hero of Newerth ກ່ອນທີ່ຈະຫັນມາເອົາດີ ໃນເກມ DOTA 2 ໃນປີ 2013 ແລະ ສ້າງລາຍໄດ້ຈາກເກມນີ້ລວມກັນມາແລ້ວກວ່າ 6.486.948 ໂດລາ.

ຫຼິ້ນເກມຈົນໄດ້ດີ

ອັນດັບ 1: Johan Sundstein ນັກກິລາ DOTA 2 ອາຍຸ 29 ປີ ຈາກ ເດນມາກ ສັງກັດທີມ OG ຕໍາແໜ່ງ Support / Captain ເຈົ້າຂອງສະຖິຕິ ຜູ້ຫຼິ້ນຈາກເດນມາກ ຄົນທໍາອິດ ທີ່ສາມາດເຂົ້າໄປຄວ້າແຊ້ມລາຍການແຂ່ງຂັນ ລະດັບສາກົນໄດ້ ຈົນກາຍມາເປັນຜູ້ຫຼິ້ນທີ່ກວາດລາຍໄດ້ຈາກການຫຼິ້ນເກມໄປໄດ້ຫຼາຍທີ່ສຸດໃນໂລກ ຈໍານວນ 7.184.163 ໂດລາ.

ຫຼິ້ນເກມຈົນໄດ້ດີ

ໂດຍຕົວເລກດັ່ງກ່າວເປັນການລວບລວມຈາກລາຍໄດ້ທັງໝົດທີ່ນັກກິລາສາມາດເຮັດໄດ້ຈາກການຫຼິ້ນເກມ ບໍ່ວ່າຈະເປັນ ເງິນຮາງວັນຈາກການແຂ່ງຂັນ ຫຼື ເງິນເດືອນໃນການຫຼິ້ນເກມ ໂດຍອ້າງອີງຈາກເວັບໄຊ ຂໍ້ມູນທີ່ເປັນສາທາລະນະ ຕາມໂລກອິນເຕີເນັດ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/