ຫົວຕາຕະລາງເປັນສີຟ້າ! ແມນຊິຕີ້ ບຸກໄປຊະນະ ອາເຊນອລ 3 ປະຕູຕໍ່ 1 ເກັບ 3 ​ຄະແນນ ກ້າວຂຶ້ນເປັນອັນດັບ 1 ໃນຕາຕະລາງພຣີເມຍລີກໄດ້ສໍາເລັດ

ຫົວຕາຕະລາງເປັນສີຟ້າ

ເອີ້ນໄດ້ວ່າຍັງຕ້ອງລຸ້ນກັນໄປຍາວໆ ກັບການແຂ່ງຂັນຊິງແຊ້ມບານເຕະ ພຣີເມຍລີກ ປະຈຳລະດູການ 2022/2023 ພາຍຫຼັງ ແມນຊິຕີ້ ບຸກໄປຊະນະ ອາເຊນອລ 3 ປະຕູຕໍ່ 1 ເກັບ 3 ​ຄະແນນ ຂຶ້ນເປັນອັນດັບ 1 ຂອງຕາຕະລາງຄະແນນ ແຊງໜ້າອາເຊນອລ ຊົ່ວຄາວ ເພາະອາເຊນອລ ຍັງມີເກມຕົກຄ້າງອີກໜຶ່ງນັດ.

ສຳລັບເກມຊິງອັນດັບ 1​ ໃນຄໍ່າຄືນທີ່ຜ່ານມາ ເອີ້ນໄດ້ວ່າ ເປັນອີກໜຶ່ງເກມຄຸນະພາບ ເຕັມໄປດ້ວຍແທັກຕິກຂອງຄູເຝິກລະດັບໂລກ ແລະ ເປັນເກມທີ່ເປີດເກມແລກກັນແບບບໍ່ມີໃຜຍອມໃຜ. ຈົນເກມດຳເນີນມາຮອດນາທີ 23 ​ກໍເປັນຝ່າຍຂອງ ແມນຊິຕີ້ ໄດ້ເຮກ່ອນ ຫຼັງ ໂທຮິໂຣະ ໂທມິຍາສຸ ແບັກຂວາຂອງ ອາເຊນອລ ສົ່ງບານຜິດພາດ ເຮັດໃຫ້ ເຄວິນ ເດີບອຍ ຫຼຸດເຂົ້າຍິງປະຕູ ຂຶ້ນນຳໄປກ່ອນ 1 ປະຕູຕໍ່ 0.

ຫົວຕາຕະລາງເປັນສີຟ້າ

ເກມດຳເນີນມາຮອດຕອນທ້າຍຂອງເຄິ່ງເວລາທຳອິດ ໃນນາທີ 39 ອາເຊນອລກໍມາໄດ້ຈຸດໂທດ ກ່ອນທີ່ ບູກາໂຍຊາກ້າ ຍິງຮັບໜ້າທີ່ສັງຫານລູກຈຸດໂທດເຂົ້າໄປ ຊ່ວຍໃຫ້ອາເຊນອລຕີສະເໝີມາເປັນ 1 ປະຕູຕໍ່ 1.

ຫົວຕາຕະລາງເປັນສີຟ້າ

ກ່ອນທີ່ເລີ່ມເຄິ່ງເວລາທີ 2​ ມາ ແມນຊິຕີ້ ຈະມາຍິງ 2 ປະຕູ ຈາກ ແຈັກ ກີລິສ ໃນນາທີ 72 ແລະ ເອີລິ້ງ ຮາແລນ ໃນນາທີ 82 ຊ່ວຍໃຫ້ແມນຊິຕີ້ ພິກຂຶ້ນນໍາ ປິດເກມ ເອົາຊະນະ ອາເຊນອລໄປ 3 ປະຕູຕໍ່ 1 ຈົບເກມ ເກັບ 3 ຄະແນນ ແຊງຂຶ້ນໄປເປັນອັນດັບ 1 ໃນຕາຕະລາງໄດ້ເລັດ.

ຫົວຕາຕະລາງເປັນສີຟ້າ

ສຳລັບສະຖານະການຂອງທັງ 2 ທີມ ແມ່ນ ອັນດັບ 1 ເປັນຂອງ ແມນຊິຕີ້ ລົງແຂ່ງ 23 ນັດ ມີທັງໝົດ 51 ຄະແນນ ສ່ວນ ອາເຊນອລ ຕົກເປັນອັນດັບ 2 ລົງແຂ່ງ 22 ນັດ ມີທັງໝົດ 51 ຄະແນນເທົ່າກັນ ແຕ່ເສຍປຽບ ເລື່ອງຜົນປະຕູໄດ້ເສຍ ແລະ ຍັງມີເກມຕົກຄ້າງອີກໜຶ່ງນັດ.

ສ່ວນໂປຣແກຣມ ຕໍ່ໄປຂອງທັງສອງທີມ ແມ່ນ ອາເຊນອລ ມີຄິວອອກໄປຢາມ ແອັສຕັນ ວິວລາ ໃນວັນທີ 18 ກຸມພານີ້ ແລະ ແມນຊິຕີ້ ແມ່ນມີຄິວອອກໄປຢາມ ນັອດຕິງ ແຮັມຟໍແຣັສ ໃນວັນທີ 18 ກຸມພາ ນີ້ ເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ: https://bit.ly/3lycH8B

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/