ຫວານເປັນລົມຂົມເປັນຢາ! ຜັກກະເດົາ ຊ່ວຍຍ່ອຍອາຫານໄດ້ງ່າຍ ແລະ ລົດອາການໄຂ້

ຫວານເປັນລົມຂົມເປັນຢາ

ຮູ້ບໍວ່າຜັກກະເດົາທີ່ເຮົາວ່າຂົມ ມີປະໂຫຍດຕໍ່ສຸຂະພາບຮ່າງກາຍຕໍ່ຄົນເຮົາຫຼາຍ ຜັກທີ່ມີຣົດຊາດຂົມໆລ້ວນແລ້ວແຕ່ມີສັບພະຄຸນ ໜຶ່ງໃນນັ້ນກໍແມ່ນຜັກກະເດົາ ທີ່ເຮົາມັກກິນກັບປະເພດອາຫານ ໂດຍສະເພາະລາບ-ກ້ອຍ.

ຜັກກະເດົາ ດີທັອກສານພິດຕົກຄ້າງໃນຮ່າງກາຍ, ໃບຂອງມັນ ເມື່ອນຳມາຕົ້ມນ້ຳຮ້ອນ ດື່ມວັນລະໜ້ອຍ ຫຼື ວັນລະ 1 ຄັ້ງ ຊ່ວຍລ້າງພິດໃນກະແສເລືອດກະຕຸ້ນໃຫ້ເລືອດລົມໄຫຼວຽນດີຂຶ້ນ. ຊ່ວຍປິ່ນປົວໂຣກຜິວໜັງ (ສານ Gedunin) ແລະ ນິມໂບລິດີ (Nimbolide) ໃນໃບ ແລະ ເມັດຂອງມັນ ມີປະສິດທິພາບໃນການອອກລິດຢຸດເຊື້ອຣາ ແບັກທີເຣຍ ແລະ ເຊື້ອໄວຣັສສູງ ບໍ່ວ່າຈະເປັນເຊື້ອຣາຕາມເລັບຕີນ, ເລັບມື, ຂີ້ກາກ-ຂີ້ຫິດ ແລະ ຜື່ນ…

ຫວານເປັນລົມຂົມເປັນຢາ

ນອກຈາກນີ້ ກໍຍັງຊ່ວຍຍ່ອຍອາຫານ ໃບຂອງມັນ ສາມາດນຳມາເຮັດເປັນເມນູນ້ຳຍ່ອຍໄດ້ ເປັນການກະຕຸ້ນໃຫ້ຮ່າງກາຍຜະລິດນ້ຳໄດ້ດີ ຊ່ວຍໃຫ້ກະເພາະຍ່ອຍອາຫານໄດ້ດີຂຶ້ນ. ພ້ອມກັນນີ້ ນ້ຳທີ່ຖືກກະຕຸ້ນສ້າງອອກມານັ້ນ ຈະຊ່ວຍຍ່ອຍອາຫານປະເພດໄຂມັນໄດ້ດີຂຶ້ນ.

ຊ່ວຍບຳລຸຸງສຸຂະພາບຂອງປາກ, ບໍາລຸງເຫືອກ ແລະ ແຂ້ວຂອງເຮົາ ນິຍົມນຳມາສະກັດເປັນສ່ວນປະສົມໃນຢາສີແຂ້ວທົ່ວໄປ. ບໍາລຸງຂໍ້ຕໍ່ ແລະ ກະດູກຂໍ້ຕໍ່ຕ່າງໆ ໃນຮ່າງກາຍ, ຊ່ວຍປັບຄວາມສົມດຸນຄວາມຢາກຂອງອາຫານ, ລົດການຕິດເຊື້ອໃນຊ່ອງຄອດ, ບຳລຸງຫົວໃຈ ໂດຍການເອົາຕົ້ນຂອງຜັກກະເດົານຳມາຕົ້ມ ດື່ມວັນລະຈອກ ໃນທຸກໆມື້ ມີຄຸນສົມບັດຊ່ວຍຂະຫຍາຍຫຼອດເລືອດ ເຮັດໃຫ້ການໂຫຼວຽນຂອງເລືອດເປັນປົກກະຕິ.

ຢ່າງໃດກໍຕາມ ອາຫານທີ່ເຮົາຮັບປະທານກໍຕ້ອງໃຫ້ຄົບ 5 ໝູ່ ແລະ ອາຫານທີ່ຫຼາກຫຼາຍ ມີປະໂຫຍດຕໍ່ຮ່າງກາຍ ເພາະຖ້າກິນແຕ່ຜັກກະເດົາຢ່າງດຽວອາດຊ່ວຍບໍ່ໄດ້ຄົບ ກັບໂຣກທີ່ເປັນຢູ່.

ຫວານເປັນລົມຂົມເປັນຢາ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/