ສ.ເກົາຫຼີ ເລີ່ມມາດຕະການກວດໂຄວິດ-19 ໃຫ້ສັດລ້ຽງ ໂດຍບໍ່ເສຍຄ່າໃຊ້ຈ່າຍ


ຫຼັງຈາກທົ່ວໂລກຮູ້ຂ່າວຈາກລັດຖະບານ ສ.ເກົາຫຼີ ວ່າ ພົບແມວທີ່ຕິດເຊື້ອໂຄວິດ-19 ຈາກເຈົ້າຂອງເມື່ອວັນທີ 26 ມັງກອນທີ່ຜ່ານມາ ໂດຍເປັນແມວທີ່ລ້ຽງໃນໂຮງຮຽນສອນສາສະໜາເມືອງຊິນຈູ ແຂວງຄະຍອງຊັງໃຕ້ ທີ່ຜູ້ຕິດເຊື້ອກວ່າຮ້ອຍຄົນມີຄວາມກ່ຽວຂ້ອງກັບໂຮງຮຽນດັ່ງກ່າວ.

ການຕິດເຊື້ອຈາກຄົນສູ່ແມວເຄີຍມີໃນປະເທດບຣາຊິວ ອັງກິດ ແລະ ຍີ່ປຸ່ນ ເຮັດໃຫ້ວັນທີ 8 ກຸມພາ 2021 ທີ່ຜ່ານມາ ສູນປ້ອງກັນ ແລະ ຄວບຄຸມໂຣກ ສ.ເກົາຫຼີ ເລີ່ມຕົ້ນນະໂຍບາຍຕໍ່ສັດຢ່າງເປັນທາງການ ດ້ວຍການກວດຫາເຊື້ອໄວຣັດຈາກສັດລ້ຽງທີ່ມີອາການປ່ວຍທົ່ວກຸງໂຊ.

ກ່ອນໜ້ານີ້ ມີສັດຫຼາຍປະເພດທົ່ວໂລກທີ່ຕິດເຊື້ອໂຄວິດ-19 ບໍ່ວ່າຈະເປັນເສືອ ແລະ ສິງໂຕທີ່ສວນສັດໃນເຂດບຣັອງ ລັດນິວຢອກ ປະເທດສະຫະລັດອາເມຣິກາ, ສິງໂຕໃນສວນສັດບາເຊໂລນາ ປະເທດສະເປນ ແລະ ກໍຣິລາໃນສວນສັດຊານດິເອໂກ ສະຫະລັດອາເມຣິກາ ເຊິ່ງສະທ້ອນໃຫ້ເຫັນວ່າໂຣກນີ້ກໍອາດຈະເປັນອັນຕະລາຍຕໍ່ສັດເຊັ່ນກັນ.

ຈາກການກວດພົບດັ່ງກ່າວ ເຮັດໃຫ້ສ.ເກົາຫຼີອອກນະໂຍບາຍນີ້ ໂດຍຖ້າພົບວ່າສັດລ້ຽງປະເພດໝາ ແລະ ແມວທີ່ມີອາການປ່ວຍເປັນໄຂ້, ນຳ້ມູກໄຫຼ, ມີບັນຫາກ່ຽວກັບລະບົບທາງເດີນຫາຍໃຈ ຫຼື ເຄີຍສຳຜັດກັບບຸກຄົນທີ່ໄດ້ຮັບການຢືນຢັນແລ້ວວ່າຕິດເຊື້ອໂຄວິດ-19 ຈະຕ້ອງໄດ້ຮັບການກວດຮ່າງກາຍໂດຍທີມແພດດ້ານໄວຣັດຮ່ວມກັບສັດຕະວະແພດໃນສູນໂຄວິດ-19 ທີ່ໃກ້ທີ່ສຸດ (ໂດຍທີ່ຕອນນີ້ຍັງສາມາດນຳສັດລ້ຽງໄປກວດໄດ້ແຕ່ເມືອງຫຼວງ ທີ່ເຮັດໜ້າທີ່ນີ້ໄປກ່ອນ)

ຖ້າພົບວ່າ ສັດລ້ຽງຕົວໃດມີຜົນກວດເປັນບວກ ເຈົ້າຂອງຈະຕ້ອງກັກຕົວສັດລ້ຽງຂອງຕົວເອງເປັນເວລາ 14 ວັນ ເຊັ່ນດຽວກັບການກັກຕົວຂອງມະນຸດ ໃນກໍລະນີທີ່ຮ້າຍແຮງທີ່ສຸດ ສັດທີ່ລ້ຽງຕິດເຊື້ອຈະຖືກນຳຕົວໄປສູນຮັບລ້ຽງຊົ່ວຄາວ.

ສ່ວນເຈົ້າຂອງຫຼືຜູ້ປ່ວຍຈະຕ້ອງກັກຕົວໃນສູນທີ່ລັດຖະບານຈັດໄວ້ ແລະ ສັດທີ່ມີອາການປ່ວຍຕົວຕາມຂໍ້ມູນຂ້າງຕົ້ນຈະໄດ້ຮັບການກວດໂຄວິດ-19 ຟຣີ ບໍ່ມີຄ່າໃຊ້ຈ່າຍທັງໝົດ.

ພາບ: rnr.co.nz, bangkokpost.com

ຂອບໃຈຂໍ້ມູນຈາກ:

https://www.euroweeklynews.com/…/south-korea-launches…/

https://www.rnz.co.nz/…/south-korea-launches-covid-19…