ສາຍການບິນຈາກປະເທດ ນິວຊີແລນ ປະກາດຈະຊັ່ງນໍ້າໜັກຜູ້ໂດຍສານທຸກຄົນກ່ອນຂຶ້ນເຮືອບິນ ເພື່ອຄວາມປອດໄພຂອງການບິນ


ການຊັ່ງນໍ້າໜັກກະເປົາຫຼື ສຳພາລະທີ່ເຮົາຈະນຳເຂົ້າກອງເຮືອບິນໂດຍສານນັ້ນຖືເປັນເລື່ອງປົກກະຕິ ແຕ່ຄົງຈະແປກໆໜ້ອຍໜຶ່ງຖ້າເຮົາຕ້ອງຊັ່ງນໍ້າໜັກຕົນເອງກ່ອນຂຶ້ນເຮືອບິນ. ເພາະຫຼ້າສຸດ ສາຍການບິນ Air New Zealand ເຊິ່ງເປັນສາຍການບິນປະຈໍາຊາດຂອງ ນິວຊີແລນ ປະກາດວ່າຈະເຮັດການກວດສອບນໍ້າໜັກຜູ້ໂດຍສານຄັ້ງໃຫຍ່ ໂດຍການຊັ່ງນໍ້າຜູ້ໂດຍສານທຸກຄົນກ່ອນຂຶ້ນເຮືອບິນ ເພື່ອຄວາມປອດໄພຂອງການບິນ.

ໂດຍຈະເຮັດການຊັ່ງນ້ຳໜັກຜູ້ໂດຍສານທີ່ເດີນທາງໃນຖ້ຽວບິນລະຫວ່າງປະເທດຈາກສະໜາມບິນສາກົນ ໂອກແລນ ແຕ່ວັນທີ 29 ພຶດສະພາຫາວັນທີ 2 ກໍລະກົດ. ໂດຍ Air New Zealand ລະບຸວ່າ ການຊັ່ງນ້ຳໜັກຜູ້ໂດຍສານ ຈະຊ່ວຍໃຫ້ນັກບິນສາມາດຮູ້ນໍ້າໜັກບັນທຸກ ແລະ ສົມດຸນໃນແຕ່ລະຖ້ຽວບິນໄດ້. ລວມເຖິງຂໍ້ມູນນໍ້າໜັກຂອງຜູ້ໂດຍສານ ທີ່ໄດ້ຈາກການສຳຫຼວດໃນຄັ້ງນີ້ ເປັນສິ່ງຈຳເປັນຕໍ່ຄວາມປອດໄພ ແລະ ປະສິດທິພາບໃນການເຮັດການບິນ ອີກດ້ວຍ.

Air New Zealand ລະບຸອີກວ່າ ຜູ້ໂດຍສານບໍ່ຈໍາເປັນຕ້ອງກັງວົນວ່າໃຜຈະມາເຫັນ ຫຼື ຮັບຮູ້ເຖິງຂໍ້ມູນນໍ້າໜັກຂອງຕົນເອງ ເພາະເຄື່ອງຊັ່ງນ້ຳໜັກທີ່ Air New Zealand ໃຊ້ນັ້ນບໍ່ມີໜ້າຈໍ ທີ່ສະແດງນໍ້າໜັກໃຫ້ເຫັນ ລວມເຖິງຂໍ້ມູນນໍ້າໜັກຈະຖືກເກັບໄວ້ ໂດຍບໍ່ມີການລະບຸຕົວຕົນທີ່ເຊື່ອມໂຍງກັບຜູ້ໂດຍສານແຕ່ລະຄົນ. ທາງສາຍການບິນເອງກໍຈະຮູ້ພຽງວ່າ ໃນຖ້ຽວບິນນີ້ ມີນໍ້າໜັກລວມເທົ່າໃດ ເທົ່ານັ້ນ.

ໃນຄວາມເປັນຈິງທຸກໆສາຍການບິນກໍໄດ້ມີການປະເມີນນໍ້າໜັກຂອງຜູ້ໂດຍສານຢູາແລ້ວ ແຕ່ຫຼາຍໆສາຍການບິນ ບໍ່ໄດ້ໃຊ້ວິທີໃນການຊັ່ງນ້ຳໜັກຜູ້ໂດຍສານຕົນເອງ ແຕ່ໃຊ້ຂໍ້ມູນເຊິ່ງເປັນຄ່າສະເລ່ຍຈາກໜ່ວຍງານຕ່າງໆແທນ ເຊິ່ງບາງຄັ້ງຂໍ້ມູນເຫຼົ່ານີ້ກໍເປັນຂໍ້ມູນເກົ່າ ແລະ ເກັບມາດົນແລ້ວຫຼາຍປີ.

ແຕ່ຢ່າງໃດກໍຕາມ ນີ້ບໍ່ແມ່ນຄັ້ງທຳອິດທີ່ທາງສາຍການບິນເຮັດການຊັ່ງນ້ຳໜັກຜູ້ໂດຍສານ ເພາະໃນປີ 2017 ທີ່ຜ່ານມາ ສານການບິນ Finnair ກໍເຄີຍເຮັດການຊັ່ງນ້ຳໜັກຜູ້ໂດຍສານມາແລ້ວ ໂດຍໃຫ້ເຫດຜົນວ່າ ນໍ້າໜັກທີ່ບັນທຸກໃນເຮືອບິນນັ້ນເປັນເລື່ອງສຳຄັນຕໍ່ຄວາມປອດໄພ ແລະ ຂໍ້ມູນນໍ້າໜັກຜູ້ໂດຍສານນີ້ ຈຳເປັນຕ້ອງໄດ້ຮັບການປັບປຸງຢູ່ສະເໝີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/