ສາກເດັດ! ຮູ້ບໍ່ວ່າ ໃນເກມ The Sims 4 ມີຈຳນວນການກົດ ວູ້ຮູ້ (WooHoo) ລວມທັງໝົດ 289 ລ້ານເທື່ອ ໃນປີ 2022

ສາກເດັດ-ຮູ້ບໍ່ວ່າ-ໃນເກມ-the-sim

ເກມ The Sims 4 ຖືເປັນເກມແນວສົມມຸດການໃຊ້ຊີວິດທີ່ໄດ້ຮັບຄວາມນິຍົມທີ່ສຸດໃນໂລກ ເນື່ອງຈາກເປັນເກມທີ່ໃຫ້ອິດສະຫຼະກັບຜູ້ຫຼິ້ນຫຼາຍພໍສົມຄວນ ບໍ່ວ່າຈະເປັນການປັບແຕ່ງໃບໜ້າ ຫຼື ການແຕ່ງຕົວຂອງຕົວລະຄອນ ແລະ ກິດຈະກຳຕ່າງໆທີ່ເຮົາສາມາດເຮັດໄດ້ໃນເກມ.

ສາກເດັດ-ຮູ້ບໍ່ວ່າ-ໃນເກມ-the-sim

ໜຶ່ງໃນກິດຈະກຳທີ່ຜູ້ຫຼິ້ນມັກຈະໃຫ້ Sim ຂອງຕົນເອງເຮັດໃນເກມ ນັ້ນກໍຄືການຮ່ວມເພດ ຫຼື ຄຳສັບໃນເກມທີ່ເອີ້ນວ່າ ວູ້ຮູ້ (WooHoos). ໂດຍ EA ເຈົ້າຂອງເກມໄດ້ອອກມາເປີດເຜີຍສະຖິຕິວ່າ ໃນປີ 2022 ນີ້ The Sims 4 ມີຈຳນວນການ “ວູ້ຮູ້” ກັນໄປແລ້ວ 289 ລ້ານເທື່ອ, ເອີ້ນໄດ້ວ່າມີລູກເຕັມບ້ານ ມີຫຼານເຕັມເມືອງກັນເລີຍ.

ສາກເດັດ-ຮູ້ບໍ່ວ່າ-ໃນເກມ-the-sim

ສະຖິຕິທີ່ເຜີຍອອກມາຍັງມີຫົວຂໍ້ອື່ນໆທີ່ໜ້າສົນໃຈອີກເຊັ່ນ: ມີການສ້າງຕົວລະຄອນໄປແລ້ວ 436 ລ້ານຕົວລະຄອນ, ມີການຈັດອັນດັບສາເຫດການຕາຍຂອງຕົວລະຄອນ ເຊິ່ງອັນດັບໜຶ່ງກໍຄືຍ້ອນ ເຖົ້າຕາຍ, ອັນດັບສອງ ຍ້ອນ ໃຈຮ້າຍຈົນຕາຍ ແລະ ອັນດັບສາມແມ່ນຍ້ອນ ຈົມນໍ້າຕາຍ. ລວມໝົດປີ 2022 ມີຕົວລະຄອນຕາຍໄປທັງໝົດແລ້ວ 21,7 ລ້ານຕົວລະຄອນ. ນອກຈາກນີ້ກໍຍັງມີການຈັດອັນດັບນິດໄສຂອງຕົວລະຄອນ ເຊັ່ນ: ສ່ວນໃຫຍ່ຈະມັກໃຫ້ຕົວລະຄອນຂອງຕົນເອງນັ້ນ ໂຣແມນຕິກ ແລະ ເປັນຄົນອາລົມດີ.

ສາກເດັດ-ຮູ້ບໍ່ວ່າ-ໃນເກມ-the-sim

ໂດຍຕົວເກມ The Sims 4 ນັ້ນມີການເປີດໃຫ້ຫຼິ້ນຟຣີ ຕັ້ງແຕ່ວັນທີ 18 ເດືອນຕຸລາທີ່ຜ່ານມາ. ໂດຍຕົວເກມມີການປ່ອຍອອກມາວາງຈຳໜ່າຍຄັ້ງທຳອິດຕັ້ງແຕ່ ປີ 2014 ຈາກນັ້ນກໍຄ່ອຍໆປ່ອຍພາກເສີມອອກມາເລື້ອຍໆ ເອີ້ນໄດ້ວ່າເປັນເກມທີ່ມີແນວໃໝ່ໆມາຕະຫຼອດ ເຮັດໃຫ້ມາຮອດປັດຈຸບັນຍັງມີຜູ້ຫຼິ້ນທີ່ໜາແໜ້ນຄືເກົ່າ.

ສາກເດັດ-ຮູ້ບໍ່ວ່າ-ໃນເກມ-the-sim

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/