ສັນຕິ ນິນທາວັນ ໄວໜຸ່ມຜູ້ມີປະສົບການດ້ານການແຕ້ມຮູບ

ສັນຕິ ນິນທາວັນ

ສັນຕິ ນິນທາວັນ ເປັນອີກໄວໜຸ່ມຜູ້ຫຼົງຮັກການແຕ້ມເປັນຊີວິດຈິດໃຈຕັ້ງແຕ່ຍັງຮຽນຢູ່ປະຖົມ ຈຸດເລີ່ມຕົ້ນແມ່ນມາຈາກການເບິ່ງກາຕູນແລ້ວເກີດຈາກຄວາມສົງໄສໃນຕົວລະຄອນວ່າເປັນຫຍັງຈຶ່ງງາມ.​ ຫຼັງຈາກນັ້ນ ກໍໄດ້ລອງແຕ້ມມາເລື້ອຍໆ ແລະ ປັດຈຸບັນ ກໍສາມາດສ້າງເປັນລາຍໄດ້. ຈຸດເດັ່ນຂອງລາວ ຈະມີຄວາມເປັນເອກະລັກດ້ານລວດລາຍໃນການແຕ້ມທີ່ມີຄວາມລະອຽດອ່ອນ ເຮັດໃຫ້ຄົນທີ່ເຫັນຫຼົງໃຫຼໄປກັບສີມືຂອງລາວແບບບໍ່ຄາດສາຍຕາ. ຜ່ານມາແມ່ນໄດ້ແຕ້ມຮູບ Christina Lasasimma ເປັນຜົນງານທີ່ລາວມັກເປັນພິເສດ ພ້ອມທັງໄດ້ຜົນຕອບຮັບທີ່ດີຈາກສັງຄົມອີກດ້ວຍ.

ສັນຕິ ນິນທາວັນ

1.ມີຄວາມເປັນມາແນວໃດຈຶ່ງມັກແຕ້ມຮູບ?

ຢ້ອນກັບໄປຕອນອາຍຸຍັງນ້ອຍ ຮຽນ ປ.4 – ປ.5 ໄດ້ເບິ່ງກາຕູນເລື່ອງໜຶ່ງກໍເລີຍມັກກາຕູນເລື່ອງນັ້ນຫຼາຍ ແລ້ວມີຮູບແຕ້ມຕົວລະຄອນໃນເລື່ອງນັ້ນ ເປັນພາບປະກອບຂຶ້ນມາ ກໍເລີຍມີຄວາມສຶກວ່າ ໂອ! ຮູບແຕ້ມມັນເປັນແນວນີ້ຫວາ ມັນຄືຄັກຄືງາມແທ້ ຕົນເອງກໍເລີຍມີຄວາມຢາກແຕ້ມເປັນຄືກັບທີ່ເຫັນ ແລະ ຈຸດນັ້ນເອງທີ່ເຮັດໃຫ້ຕົນເອງແຕ້ມຮູບມາເຖິງທຸກມື້ນີ້.

2.ແຕ້ມຮູບປະເພດໃດແດ່?

ສະເພາະຮູບເໝືອນຈິງ ຈະແຕ້ມໝົດເລີຍ ຫຼື ຮູບທີ່ເຮົາເບິ່ງເຫັນ ແລະ ສຳຜັດໄດ້ ຕົວຢ່າງ: ຮູບເໝືອນ ຄົນ, ສັດ, ທຳມະຊາດ ເປັນຕົ້ນ.

ສັນຕິ ນິນທາວັນ

3.ປົກກະຕິຮັບແຕ້ມຮູບແບບໃດ?

ທຸກມື້ນີ້ສ່ວນໃຫຍ່ແລ້ວແມ່ນຮັບແຕ້ມຮູບເໝືອນ (ຄົນ).

4.ຜ່ານມາເຄີຍປະກວດຫຍັງ ຫຼື ມີຜົນງານຫຍັງທີ່ມັກເປັນພິເສດ?

ເລື່ອງປະກວດ ບໍ່ເຄີຍເນາະ ເພາະສ່ວນຕົວແລ້ວ ບໍ່ຄ່ອຍມັກເລື່ອງການປະກວດ ສຳລັບຜົນງານທີ່ມັກ ແມ່ນຜົນງານຫຼ້າສຸດທີ່ແຕ້ມເອື້ອຍ Christina Lasasimma ທີ່ມັກເປັນພິເສດເລີຍ.

ສັນຕິ ນິນທາວັນ

5.ສຳລັບເຈົ້າແລ້ວ ງານສິລະປະມີສະເໜ່ຄືແນວໃດ?

ສຳລັບງານສິລະປະ ແມ່ນງານທີ່ພິເສດຢ່າງໜຶ່ງຄື ບໍ່ແມ່ນວ່າຄົນບໍ່ມັກແລ້ວມາຮຽນ ຫຼື ມັກແລ້ວຮຽນ ຫຼື ເຈົ້າຈະສ້າງສິ່ງໃດຂຶ້ນມາກໍຕາມ ແຕ່ທີ່ສໍາຄັນຄືຜູ້ທີ່ຈະສ້າງສັນຜົນງານ ເຂົ້າເຈົ້າໄດ້ມີການກໍານົດທຸກສິ່ງທຸກຢ່າງທີ່ສິລະປິນໄດ້ພົບໄດ້ເຫັນມາ ແລ້ວຖ່າຍທອດອອກມາເປັນຜົນງານ ແລະ ສື່ອອກໄປໃຫ້ສັງຄົມໄດ້ຮັບຮູ້ວ່າ ນີ້ແມ່ນງານສິລະປະທີ່ມີຄ່າ ແລະ ບໍ່ແມ່ນສິ່ງທີ່ທຸກຄົນຈະເຮັດໄດ້. ສະນັ້ນ ສະພາບແວດລ້ອມທີ່ເຮົາເຫັນຢູ່ອ້ອມຕົວເຮົາ ກໍຖືໄດ້ວ່າເຕັມໄປດ້ວຍສິລະປະ ເຊັ່ນ: ຕຶກອາຄານບ້ານເຮືອນ, ເຄື່ອງໃຊ້ພາຫະນະຕ່າງໆ ຖ້າບໍ່ມີສິລະປະເຂົ້າໄປໃນການສ້າງ ຫຼື ການໃຊ້ຊີວິດຂອງມະນຸດເຮົາ ໂລກເຮົາກໍຈະບໍ່ມີຄວາມໝາຍຫຍັງເລີຍ ນີ້ແຫຼະສະເໜ່ຂອງສິລະປະ.

ສັນຕິ ນິນທາວັນ

ຂອບໃຈບົດສຳພາດໂດຍ: Santi Ninthavanh

https://bit.ly/3YKTJJZ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/