ສະຫະພາບເອີຣົບກຽມຍຸຕິການສົ່ງອອກຂີ້ເຫຍື້ອພລາສຕິກໄປປະເທດກຳລັງພັດທະນາແລ້ວ ກໍ່ເອງຕ້ອງຮັບຜິດຊອບເອງ


ທີ່ຜ່ານມາຫຼາຍຄົນອາດຈະເຄີຍເຫັນຂ່າວປະເທດທີ່ພັດທະນາຂົນຂີ້ເຫຍືອຕ່າງໆໃສ່ຕູ້ຄອນເທນເນີ້ມາລົງທີ່ປະເທດກຳລັງພັດທະນາເລື້ອຍໆ, ເຊິ່ງຫຼ້າສຸດ ສະຫະພາບເອີຣົບໄດ້ອອກກົດຍົກເລີກການສົ່ງຂີ້ເຫຍື້ອພລາສຕິກທີ່ຣີໄຊເຄິນບໍ່ໄດ້ ໄປສູ່ປະເທດທີ່ກຳລັງພັດທະນາແລ້ວ ໂດຍກົດນີ້ເລີ່ມຕັ້ງແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນມາ.

ພາຍໃຕ້ກົດໝາຍດັ່ງກ່າວ ຂີ້ເຫຍື້ອພລາສຕິກທີ່ຣີໄຊເຄິນໄດ້ຍັງສາມາດສົ່ງອອກໄດ້ຄືເກົ່າ ແຕ່ຕ້ອງສົ່ງອອກໄປປະເທດ non-OECD ທີ່ບໍ່ໄດ້ຢູ່ໃນອົງກອນເພື່ອຄວາມຮ່ວມມື ແລະ ການພັດທະນາເສດຖະກິດ ຫຼື OECD (Organisation for Economic Co-operation and Development) ເຊິ່ງເປັນອົງກອນລະຫວ່າງປະເທດຂອງກຸ່ມປະເທດທີ່ພັດທະນາແລ້ວ.

ທີ່ສະຫະພາບເອີຣົບອອກກົດໃໝ່ກໍຍ້ອນວ່າ ແຕ່ລະປີຂີ້ເຫຍື້ອພລາສຕິກຢູ່ໃນເອີຣົບເອງກໍມີເຖິງ 25 ລ້ານໂຕນ ແລະ ກໍມີແຕ່ 30% ຂອງທັງໝົດເທົ່ານັ້ນທີ່ຖືກນຳໄປຣີໄຊເຄິນ, ສະຫະພາບເອີຣົບເອງຈຶ່ງຕ້ອງສະແດງຄວາມຮັບຜິດຊອບຕໍ່ຂີ້ເຫຍື້ອທີ່ພວກເຂົາເປັນຄົນຜະລິດເອງ.

ນອກຈາກນີ້ ການເຄື່ອນໄຫວເພື່ອກຳຈັດການສົ່ງອອກຂີ້ເຫຍື້ອທີ່ຣີໄຊເຄິນບໍ່ໄດ້ກໍເປັນໜຶ່ງໃນຍຸດທະສາດໃໝ່ຂອງສະຫະພາບເອີຣົບ ທີ່ມີເປົ້າໝາຍເພື່ອການຫຼຸດຜ່ອນການໃຊ້ພລາສຕິກ ແລະ ສົ່ງເສີມໃຫ້ມີການແຍກຂີ້ເຫຍື້ອ ລວມໄປເຖິງການຣີໄຊເຄິນທີ່ດີຂຶ້ນໄປທົ່ວທັງທະວີບ.

ຂອບໃຈຂໍ້ມູນຈາກ:

https://www.euronews.com/living/2020/12/24/eu-bans-plastic-waste-from-being-shipped-to-developing-countries?fbclid=IwAR11qi43lYxGrurPj8L-Ec0nOs3o7jQgq6NY1-NsXQFNMFMyHnH4CcC2qh8

https://www.facebook.com/environman.th/posts/3319498021511955

https://www.theguardian.com/environment/2020/dec/29/new-rules-to-tackle-wild-west-of-plastic-waste-dumped-on-poorer-countries?fbclid=IwAR1m2PGiwfulUoLMhw6J6XHLlOXwWPCVp7BS5_TL9OFUwcY2g0Moc40JrDI