ສະຫວັນນະເຂດ ປູກຈິດສໍານຶກ ດ້ານຄວາມປອດໄພທາງຫຼວງ ເພີ່ມຈໍານວນຜູ້ຂັບຂີ່ລົດຈັກໃຫ້ໃສ່ໝວກກັນກະທົບ

ສະຫວັນນະເຂດ-ປູກຈິດສໍານຶກ

ໃນໄລຍະເດືອນທັນວາ 2022 ຜ່ານມາ, ກົມຕຳຫຼວດຈະລາຈອນ, ກະຊວງປ້ອງກັນຄວາມສະຫງົບ ແລະ ພະແນກໂຍທາທິການ ແລະ ຂົນສົ່ງແຂວງສະຫວັນນະເຂດ ຮ່ວມກັບພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຄື່ອນໄຫວໂຄສະນາເຜີຍແຜ່ ກ່ຽວກັບວຽກງານຄວາມປອດໄພທາງຫຼວງ ແລະ ຈັດກິດຈະກໍາ ເພື່ອປູກຈິດສໍານຶກໃຫ້ແກ່ນັກຮຽນ, ຄູອາຈານ ຜູ້ທີ່ນໍາໃຊ້ລົດຈັກ ໃຫ້ໃສ່ໝວກກັນກະທົບ ແລະ ໃຫ້ເຂົາເຈົ້າເຫັນໄດ້ຄວາມສໍາຄັນຂອງການໃສ່ໝວກກັນກະທົບເວລາຂັບຂີ່ລົດຈັກ, ຄວາມອັນຕະລາຍຂອງຜູ້ຂັບຂີ່ທີ່ບໍ່ໃສ່ໝວກກັນກະທົບເວລາເກີດອຸບັດຕິເຫດ, ຢູ່ຕາມໂຮງຮຽນສາມັນສຶກສາເເຫ່ງຕ່າງໆພາຍໃນແຂວງສະຫວັນນະເຂດ.

ກ່ອນທີ່ຈະມີການລົງເຄື່ອນໄຫວໂຄສະນາ ແລະ ເຮັດກິດຈະກໍາໃນຄັ້ງນີ້, ພາກສ່ວນກ່ຽວຂ້ອງໄດ້ພ້ອມກັນຄົ້ນຄວ້າ ເເລະ ກໍານົດຮູບເເບບການເຮັດກິດຈະກໍາອອກເປັນ 2 ໄລຍະ, ເຊິ່ງໄລຍະທໍາອິດໄດ້ຄົ້ນຄວ້າ ແລະ ອອກແບບອຸປະກອນທີ່ໃຊ້ປະກອບກິດຈະກໍາລົງໂຄສະນາ ເຜີຍແຜ່ຢູ່ໂຮງຮຽນລວມມີ: ແຜ່ນພັບ, ໂປສເຕີ, ສະຕິກເກີ, ປຶ້ມນິທານ, ໝວກກັນກະທົບ, ຄູ່ມືການນໍາໃຊ້ຖະໜົນເບື້ອງຕົ້ນ, ວິດີໂອ ແລະ ບົດນໍາສະເໜີ ເຊິ່ງທີມງານໄດ້ເລີ່ມເຮັດວຽກນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ໂດຍສົມທົບກັບຊ່ຽວຊານດ້ານການສື່ສານ, ພະນັກງານອາວຸໂສ, ນັກແຕ້ມຮູບນິທານ ແລະ ບໍລິສັດອອກແບບ ທີ່ມີປະສົບການມາເຮັດວຽກພັດທະນາອຸປະກອນ ຈົນເຖິງປັດຈຸບັນແມ່ນເຮັດສໍາເລັດແລ້ວ; ໄລຍະທີ 2 ເເມ່ນການໂຄສະນາເຜີຍແຜ່ປູກຈິດສໍານຶກດ້ານຄວາມປອດໄພທາງຫລວງ ແລະ ເຮັດກິດຈະກໍາ ຢູ່ໂຮງຮຽນປະຖົມ ແລະ ມັດທະຍົມແຂວງສະຫວັນນະເຂດ ເຊິ່ງໄດ້ດໍາເນີນການຈັດຕັ້ງປະຕິບັດກິດຈະກໍາ ໂດຍການສົມທົບກັນລະຫວ່າງ ກົມຂົນສົ່ງ ກະຊວງໂຍທາທິການ ເເລະ ຂົນສົ່ງ, ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ, ກະຊວງສຶກສາທິການ ແລະ ກິລາ, ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ສະຫວັນນະເຂດ-ປູກຈິດສໍານຶກ

ອາຈານ ວັນລາ ລາຊະຈັກ ຄູສຶກສານິເທດມັດທະຍົມແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດວ່າ: ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ໄດ້ໃຫ້ຄວາມຮູ້ກ່ຽວກັບການໃສ່ໝວກກັນກະທົບທີ່ຖືກຕ້ອງເວລາຂັບຂີ່ລົດຈັກ, ການຍ່າງ ແລະ ການໃຊ້ລົດໃຊ້ຖະໜົນ ທີ່ມີຄວາມປອດໄພ, ເຜີຍແຜ່ກົດລະບຽບຈະລາຈອນທາງບົກໃຫ້ນ້ອງນັກຮຽນທຸກຄົນໄດ້ຮັບຮູ້ຢ່າງທົ່ວເຖິງ. ໃນໄລຍະຜ່ານມາ, ນັກຮຽນໃນແຂວງສະຫວັນນະເຂດ ຍັງຖືເບົາ, ບໍ່ໃສ່ໝວກກັນກະທົບ ແລະ ບໍ່ຮູ້ເຖິງຄຸນປະໂຫຍດຂອງໝວກກັນກະທົບ, ເວົ້າລວມແລ້ວ ຍັງບໍ່ໃຫ້ຄວາມສໍາຄັນກ່ຽວກັບ ກົດຈະລາຈອນເທື່ອ.

ການຈັດກິດຈະກໍານີ້, ຈຸດປະສົງ ກໍເພື່ອເພີ່ມຈໍານວນຜູ້ຂັບຂີ່ລົດຈັກໃຫ້ໃສ່ໝວກກັນກະທົບເວລາຂັບຂີ່ລົດຈັກ ແລະ ໃສ່ໃຫ້ຖືກວິທີ, ເພີ່ມຈໍານວນຜູ້ຂັບຂີ່ໃຫ້ມີໃບຂັບຂີ່ຖືກຕ້ອງ ແລະ ເຮັດໃຫ້ເຂົາເຈົ້າມີສ່ວນຮ່ວມໃນການປະຕິບັດລະບຽບກົດໝາຍ, ພ້ອມທັງປູກຈິດສໍານຶກດ້ານຄວາມປອດໄພທາງຫຼວງ ໃຫ້ນັກຮຽນຊັ້ນປະຖົມ ເຊິ່ງເປັນກຸ່ມຄົນທີ່ຈະກາຍເປັນຜູ້ຂັບຂີ່ໜ້າໃໝ່ໃນອະນາຄົດ. ກິດຈະກໍາດັ່ງກ່າວ ເລີ່ມຈັດຕັ້ງປະຕິບັດມາເເຕ່ວັນທີ 3 ທັນວາ 2022 ໂດຍເລີ່ມຈາກໂຮງຮຽນມັດທະຍົມຕອນຕົ້ນສົມສະອາດ, ໂຮງຮຽນມັດທະຍົມຕອນຕົ້ນດົງຄຳຫຼວງ, ໂຮງຮຽນມັດທະຍົມຕອນຕົ້ນຢາງສູງ ແລະ ໂຮງຮຽນປະຖົມສົມບູນ ບ້ານຫ້ວຍ ນະຄອນໄກສອນພົມວິຫານ, ໂຮງຮຽນມັດທະຍົມສົມບູນ ບ້ານນາ, ໂຮງຮຽນມັດທະຍົມສົມບູນ ອຸທຸມພອນ, ໂຮງຮຽນມັດທະຍົມສົມບູນ ໄຊຍະເພັດ ເມືອງອຸທຸມພອນ, ໂຮງຮຽນມັດທະຍົມຕອນປາຍ ດົງເຫັນ ເມືອງອາດສະພັງທອງ, ໂຮງຮຽນມັດທະຍົມສົມບູນ ແກ້ງກອກ, ໂຮງຮຽນມັດທະຍົມສົມບູນ ບຶກທົ່ງ, ໂຮງຮຽນມັດທະຍົມສົມບູນ ຫຼັກ 35 ເມືອງຈຳພອນ, ໂຮງຮຽນມັດທະຍົມສົມບູນ ປາກຊ່ອງ ເມືອງສອງຄອນ, ໂຮງຮຽນມັດທະຍົມສົມບູນ ບ້ານນາຄຳ, ໂຮງຮຽນມັດທະຍົມຕອນຕົ້ນ ໂພສີແກ້ວ ເມືອງໄຊພູທອງ, ໂຮງຮຽນມັດທະຍົມສົມບູນ ນາວເໜືອ, ໂຮງຮຽນມັດທະຍົມສົມບູນ ສາລະພູມ ເມືອງໄຊບູລີ, ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 2.000 ຄົນ.

ສະຫວັນນະເຂດ-ປູກຈິດສໍານຶກ

ພາຍຫຼັງສໍາເລັດກິດຈະກໍາ, ສັງເກດເຫັນໄດ້ວ່າ ບັນດານັກຮຽນສາມັນ ທີ່ເຂົ້າຮ່ວມກິດຈະກໍາໄດ້ມີຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວກັບການໃສ່ໝວກກັນກະທົບຫຼາຍຂຶ້ນ ເຊິ່ງສະແດງອອກໃນການຕອບຄໍາຖາມເອົາຂອງຮາງວັນ ນັກຮຽນສ່ວນຫຼາຍແມ່ນຕອບຖືກຕ້ອງຕາມບົດຮຽນທີ່ນໍາໄປເຜີຍແຜ່ ແລະ ກໍໃຫ້ຄຳໝັ້ນສັນຍາ ກັບຕົນເອງວ່າຈະໃສ່ໝວກກັນກະທົບທຸກຄັ້ງເວລາທີ່ຂັບຂີ່ລົດຈັກ ແລະ ເຄົາລົບກົດລະບຽບຈະລາຈອນຢ່າງເຄັ່ງຄັດ.

ຂອບໃຈຂໍ້ມູນຈາກ:

https://bit.ly/3Z0RkL6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/