ສະວີເດັນປະສົບຄວາມສຳເລັດໃນການຄົ້ນພົບແຫຼ່ງແຮ່ Rare Earth ໃຫຍ່ທີ່ສຸດໃນຢູໂຣບ

ສະວີເດັນປະສົບຄວາມສຳເລັດ

ເມື່ອບໍ່ດົນມານີ້ກຸ່ມບໍລິສັດ LKAB (Luossavaara-Kiirunavaara Aktiebolag) ບໍລິສັດເໝືອງແຮ່ຂອງສະວີເດັນ ໄດ້ປະກາດຄວາມສຳເລັດໃນການຄົ້ນພົບແຫຼ່ງແຮ່ “ທາດຫາຍາກ” ຫຼື ເອີ້ນວ່າ Rare Earth ແຫ່ງໃໝ່ທີ່ໃຫຍ່ທີ່ສຸດໃນຢູໂຣບ ໂດຍທາດທີ່ຂຸດພົບເປັນທາດຫາຍາກປະເພດອອກໄຊດ໌ປະລິມານຫຼາຍກວ່າ 1 ລ້ານໂຕນ.

ສະວີເດັນປະສົບຄວາມສຳເລັດ
ສະວີເດັນປະສົບຄວາມສຳເລັດ

ແຈນ ໂມສະຕຣອມ (Jan Mostorm) ຜູ້ບໍລິຫານລະດັບສູງຂອງບໍລິສັດເປີດເຜີຍວ່າແຫຼ່ງແຮ່ທີ່ຂຸດພົບນັບເປັນຈຸດທີ່ໃຫຍ່ທີ່ສຸດໃນຢູໂຣບ ແລະ ຈະກາຍເປັນແຫຼ່ງຊັບພະຍາກອນທີ່ສຳຄັນໃນການຜະລິດຍານພາຫະນະທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ເຖິງວ່າແຫຼ່ງແຮ່ທີ່ຂຸດພົບຈະມີຂະໜາດໃຫຍ່ທີ່ສຸດໃນຢູໂຣບແຕ່ກໍຍັງເປັນພຽງ 1% ຂອງແຫຼ່ງແຮ່ທີ່ມີ 120 ລ້ານໂຕນທົ່ວໂລກ.

ສະວີເດັນປະສົບຄວາມສຳເລັດ

ໃນປີ 2021 ພົບວ່າປະລິມານຂອງແຮ່ທາດປະມານ 98% ຂອງຢູໂຣບຕ້ອງນຳເຂົ້າຈາກປະເທດຈີນ ການຄົ້ນພົບແຫຼ່ງແຮ່ທາດນີ້ຈຶ່ງນຳໄປສູ່ຄວາມຫວັງໃນການລົດການເພິ່ງພາແຮ່ທາດນອກປະເທດ ໂດຍສະເພາະປະເທດຈີນ ແລະ ຣັດເຊຍ ເຊິ່ງເປັນແຫຼ່ງວັດຖຸດິບສຳຄັນຂອງອຸດສາຫະກຳໃນຢູໂຣບ.

ສະວີເດັນປະສົບຄວາມສຳເລັດ

ນອກຈາກນີ້ ການອອກກົດໃຫ້ຢຸດໃຊ້ຍານພາຫະນະທີ່ປ່ອຍແກ໊ສຄາບອນພາຍໃນປີ 2035 ແມ່ນເຮັດໃຫ້ເກີດຄວາມຕ້ອງການທາດຫາຍາກ ເພື່ອໃຊ້ໃນການຜະລິດລົດໄຟຟ້າຫຼາຍຂຶ້ນ. ສຳລັບຂັ້ນຕອນການຂຸດຄົ້ນແຮ່ທາດຫາຍາກ ຫຼື Rare Earth ແຫ່ງໃໝ່ໃນຢູໂຣບແມ່ນຍັງຄົງຢູ່ໃນຂັ້ນຕອນດຳເນີນການເຊິ່ງຈະໃຊ້ເວລາກວ່າ 10-15 ປີໃນການຂໍໃບອະນຸຍາດກ່ອນເລີ່ມລົງມືຂຸດແຮ່ຢ່າງຈິງຈັງ. ສຳລັບແຫຼ່ງແຮ່ທາດທີ່ຫາຍາກທີ່ຄົ້ນພົບໃໝ່ນີ້ເປັນແຫຼ່ງແຮ່ທາດທີ່ສຳຄັນ ເຊັ່ນ: ນີໂອໄດມຽມ (Neodymium), ປຣາຊີໂອດີມຽມ (Praseodymium) ແລະ ດິສໂພຣຊຽມ (Dysprosium) ເຊິ່ງມີຄວາມສໍາຄັນໃນການຜະລິດແມ່ເຫຼັກໃນອຸດສາຫະກໍາຜະລິດກັງຫັນລົມ ແລະ ລົດໄຟຟ້າ ແລະ ຍັງສາມາດນຳມາຜະລິດເປັນອຸປະກອນສະມາດໂຟນ, ຈໍຄອມພິວເຕີ ແລະ ເລນກ້ອງສ່ອງທາງໄກໄດ້ອີກພ້ອມ.

ສະວີເດັນປະສົບຄວາມສຳເລັດ

ປະເທດສະວີເດັນນັ້ນ ເປັນແຫຼ່ງແຮ່ສຳຄັນຂອງຢູໂຣບຈາກການສຳຫຼວດທາງດ້ານພູມສາດຂອງສະວີເດັນ (Geological Survey of Sweden) ເຊິ່ງພົບວ່າຫຼາຍກວ່າ 90% ຂອງການຜະລິດແຮ່ເຫຼັກ ມາຈາກປະເທດໃນແຖບສະແກນດິເນເວຍ ໂດຍປະເທດສະວີເດັນມີເໝືອງແຮ່ຫຼາຍທີ່ສຸດໃນຢູໂຣບ ເຊິ່ງແຮ່ສ່ວນໃຫຍ່ທີ່ຜະລິດໄດ້ແມ່ນ ກົ່ວ, ສັງກະສີ, ແຮ່ເງິນ, ແຮ່ຄໍາ ແລະ ແຮ່ທອງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/